ພົ້ນຕຳແໜ່ງປະທານາທິບໍດີເມື່ອໃດ ທ່ານ ໂດນັລ ທຣຳ ມີ 6 ຄະດີນີ້ຖ້າຢູ່

ເມື່ອພົ້ນຈາກຕຳແໜ່ງປະທານາທິບໍດີໃນເດືອນມັງກອນປີໜ້າ, ທ່ານ ໂດນັລ ທຣຳ ອາດຈະຕ້ອງຜະເຊີນກັບການຟ້ອງຮ້ອງດຳເນີນຄະດີ ທັງທາງແພ່ງ ແລະ ອາຍາບໍ່ຕໍ່າກວ່າ 6 ຄະດີ.
ສໍານັກຂ່າວ CNN ລາຍງານວ່າ: ເຫລືອເວລາອີກພຽງປະມານ 70 ວັນ ປະທານາທິບໍດີ ໂດນັລ ທຣຳ ກໍຈະພົ້ນຈາກຕຳແໜ່ງໃນທຳນຽບຂາວ ມີຄວາມເປັນໄປໄດ້ວ່າ: ເມື່ອທ່ານໝົດເອກະສິດຄຸ້ມຄອງຕາມກົດໝາຍໃນຖານະປະທານາທິບໍດີແລ້ວ ຈະຕ້ອງພົບກັບຄະດີຟ້ອງຮ້ອງຢ່າງໜ້ອຍ 6 ຄະດີ.
ກ່ອນໜ້ານີ້ ມີຄະດີອາຍາ ແລະ ແພ່ງຈຳນວນຫລາຍທີ່ຝ່າຍໂຈດບໍ່ສາມາດດຳເນີນຄະດີຕໍ່ປະທານາທິບໍດີ ໂດນັລ ທຣຳ ໄດ້ ເນື່ອງຈາກມີເອກະສິດຄຸ້ມຄອງຕາມກົດໝາຍພາຍໃຕ້ຕຳແໜ່ງທີ່ທ່ານດຳລົງຢູ່, ແຕ່ເມື່ອທ່ານພົ້ນຈາກຕຳແໜ່ງປະທານາທິບໍດີໃນເດືອນມັງກອນປີໜ້າ (2021) ມີຢ່າງໜ້ອຍ 6 ຄະດີທີ່ທ່ານພົວພັນ ແລະ ອາດຕ້ອງຖືກສືບສວນດຳເນີນຄະດີ.
ສໍານັກຂ່າວ CNN ສື່ໃຫຍ່ຂອງອາເມລິກາລວບລວມຄະດີທັງຄະດີແພ່ງ ແລະ ຄະດີອາຍາ ທີ່ກຳລັງຕໍ່ສູ້ກັນຢູ່ໃນຊັ້ນສານ ຫລື ຍັງບໍ່ໝົດອາຍຸຄວາມ ແລະ ມີການກ່ຽວຂ້ອງກັບປະທານາທິບໍດີ ທຣຳ 6 ຄະດີດັ່ງກ່າວ ໄດ້ແກ່:
- ຄະດີກ່ຽວກັບບໍລິສັດ ເດິ ທຣຳ ອໍແກໄນເຊຊັນ (The Trump Organizaion) ຢູ່ໃນການເບິ່ງແຍງຂອງສຳນັກງານໄອວະການແຂວງແມນຮັດຕັນ, ບໍລິສັດດັ່ງກ່າວຖືຫຸ້ນໃນການດຳເນີນກິດຈະການທັງໝົດໃນປັດຈຸບັນຂອງປະທານາທິບໍດີ ທຣຳ, ສ້າງຕັ້ງມາແຕ່ລຸ້ນຍ່າ ແລະ ພໍ່ຂອງທ່ານ. ທຸລະກິດທີ່ເດິ ທຣຳ ອໍແກໄນເຊຊັນ ດຳເນີນຢູ່ຄວບຄຸມນັບແຕ່ທຸລະກິດພັດທະນາອະສັງຫາລິມະຊັບ, ການລົງທຶນ, ການເປັນນາຍໜ້າຊື້-ຂາຍຫລັກຊັບ, ການສ້າງຕະຫລາດ ແລະ ການຈັດການຊັບສິນ ທັງຍັງລົງທຶນໃນໂຄງການທີ່ຢູ່ອາໄສ, ໂຮງແຮມ, ລີສອດ ແລະ ສະໜາມກ໊ອຟໃນປະເທດຕ່າງໆທົ່ວໂລກ.
ຄະດີນີ້ເປັນຄະດີອາຍາກ່ຽວຂ້ອງກັບທ່ານ ໄມເຄິລ ໂຄເຮນ ອະດີດທະນາຍຄວາມຂອງທ່ານ ທຣຳ ທີ່ຖືກກ່າວຫາເປັນຜູ້ຈ່າຍເງິນປິດປາກແມ່ຍິງຫລາຍຄົນ ໜຶ່ງໃນນັ້ນເປັນອະດີດນາງແບບໂປ້ ທີ່ອ້າງວ່າມີສຳພັນເລິກເຊິ່ງກັບທ່ານ ທຣຳ ສະໄໝກຳລັງຫາສຽງ ເພື່ອລົງເລືອກຕັ້ງຊີງຕຳແໜ່ງປະທານາທິບໍດີໃນປີ 2015 ໂດຍທ່ານ ເຮນ ໃຫ້ປາກຄຳຕໍ່ສະພາຄອງເກຣດວ່າ: ທ່ານ ທຣຳ ຮັບຮູ້ກ່ຽວກັບການຈ່າຍເງິນປິດປາກດັ່ງກ່າວ ເຊິ່ງຖ້າເປັນແບບນັ້ນ ຖືເປັນການກະທຳຜິດກົດໝາຍເລືອກຕັ້ງ.
ຄະດີນີ້ເຮັດໃຫ້ທ່ານ ໂຄເຮນ ຕິດຄຸກ 3 ປີ ເນື່ອງຈາກມີການປິດບັງຄວາມຈິງກ່ອນທ່ານ ທຣຳ ຈະລົງເລືອກຕັ້ງປະທານາທິບໍດີອາເມລິກາເມື່ອ 4 ປີກ່ອນ. ການສືບສວນຄະດີຍັງເຊື່ອມໂຍງໄປເຖິງທ່ານ ທຣຳ ໃນເລື່ອງທີ່ມາຂອງເງິນ (ທີ່ຈ່າຍປິດປາກ) ເນື່ອງຈາກໄອຍະການເບິ່ງວ່າເປັນໄປບໍ່ໄດ້ທີ່ທະນາຍຄວາມຈະອອກເງິນຈຳນວນ 130.000 ໂດລາ ໃຫ້ລູກຄວາມ ເຊິ່ງກໍຄືທ່ານ ທຣຳ.
ບໍ່ພຽງເທົ່ານັ້ນ, ການຕໍ່ຍອດຄະດີຍັງນຳໄປສູ່ການສືບຄົ້ນຫລັກຖານວ່າ: ທ່ານ ທຣຳ ແລະ ບໍລິສັດຂອງທ່ານ ຄື ເດິ ທຣຳ ອໍແກໄນເຊຊັນ ມີສ່ວນກ່ຽວຂ້ອງ ຫລື ບໍ່ ຕໍ່ການໂກງບັນຊີທະນາຄານ, ໂກງປະກັນ, ໂກງພາສີ ແລະ ປອມແປງຂໍ້ມູນທາງທຸລະກິດ. ຂ່າວລະບຸວ່າ: ທ່ານ ທຣຳ ພະຍາຍາມຫາທາງໂຈະໝາຍສານທີ່ພະຍາຍາມຂໍເຂົ້າມາກວດສອບຂໍ້ມູນການຊຳລະພາສີຢ້ອນຫລັງ 8 ປີ ແລະ ຂໍ້ມູນທາງການເງິນຂອງທ່ານ.
- ຄະດີກ່ຽວກັບການກ່າວອ້າງ ແລະ ສະແດງມູນຄ່າຊັບສິນຂອງທ່ານ ທຣຳ ຢູ່ໃນການເບິ່ງແຍງຂອງໄອຍະການສູງສຸດລັດນິວຢອກ. ຄະດີນີ້ກ່ຽວຂ້ອງກັບຄຳສາລະພາບຂອງທ່ານ ໂຄເຮນ ອະດີດທະນາຍຄວາມຂອງທ່ານ ທຣຳ ທີ່ເຄີຍໃຫ້ປາກຄຳກ່ຽວກັບທ່ານ ທຣຳ ແລະ ສະມາຊິກຄອບຄົວຂອງທ່ານ ທີ່ວ່າ: ບຸກຄົນເຫລົ່ານີ້ສະແດງມູນຄ່າສິນຊັບໃຫ້ສູງເກີນຈິງຫລາຍເທື່ອຖ້າໄດ້ປະໂຫຍດເຊັ່ນ: ເມື່ອຕ້ອງການໃຫ້ມີຊື່ຕິດອັນດັບມະຫາເສດຖີໂລກຂອງວາລະສານຟອບ, ແຕ່ບາງເທື່ອກໍສະແດງມູນຄ່າສິນຊັບຕໍ່າກວ່າຄວາມເປັນຈິງເມື່ອຕ້ອງການເສຍພາສີອະສັງຫາລິມະຊັບຕໍ່າກວ່າຄວາມເປັນຈິງ.
ທ່ານ ນາງ ເລຕິເທຍ ເຈມ ໄອຍະການສູງສຸດລັດນິວຢອກ ເປີດເຜີຍວ່າ: ນາງຈະສືບສວນເລື່ອງນີ້ ເພື່ອພິສູດວ່າການບິດເບືອນຕົວເລກມູນຄ່າສິນຊັບເຫລົ່ານີ້ເຖິງຂັ້ນເຂົ້າຂ່າຍສໍ້ໂກງ ຫລື ບໍ່. ໃນເດືອນຕຸລາຜ່ານມາ, ທ້າວ ເອຣິກ ລູກຊາຍຂອງທ່ານ ທຣຳ ທີ່ເບິ່ງແຍງວຽກດ້ານການເງິນໃຫ້ບໍລິສັດ ເດິ ທຣຳ ອໍແກໄນເຊຊັນ ຫາກໍໃຫ້ປາກຄຳກ່ຽວກັບເລື່ອງນີ້.
- ຄະດີການລະເມີດບົດບັນຍັດລັດຖະທຳມະນູນວ່າດ້ວຍເລື່ອງຂອງຄ່າຕອບແທນ ແລະ ເງິນເດືອນ (Emoluments Clause) ຢູ່ໃນການເບິ່ງແຍງຂອງໄອຍະການສູງສຸດລັດແມຣີແລນ ແລະ ເຂດປົກຄອງພິເສດວໍຊິງຕັນ ດີຊີ. ຄະດີນີ້ຢ້ອນກັບໄປໃນປີ 2017 ທ່ານ ທຣໍາ ໃນເວລານັ້ນດຳລົງຕຳແໜ່ງປະທານາທິບໍດີແລ້ວ ຖືກກ່າວຫາວ່າລະເມີດບົດບັນຍັດລັດຖະທໍາມະນູນວ່າດ້ວຍເລື່ອງຂອງຄ່າຕອບແທນ ແລະ ເງິນເດືອນ ທີ່ລະບຸໄວ້ວ່າ: ຫ້າມເຈົ້າໜ້າທີ່ລັດຖະບານອາເມລິກາຮັບເງິນ ແລະ ຂອງຂວັນຈາກລັດຖະບານຕ່າງປະເທດ ໂດຍບໍ່ຜ່ານການຍິນຍອມຈາກສະພາຄອງເກຣດ. ເປົ້າໝາຍຂອງລັດຖະທຳມະນູນເພື່ອປ້ອງກັນບໍ່ໃຫ້ຕ່າງປະເທດເຂົ້າມາມີອິດທິພົນ ແລະ ແຊກແຊງການເຮັດວຽກຂອງລັດຖະບານອາເມລິກາ ເຊິ່ງກໍລະນີນີ້ ໄອຍະການເບິ່ງວ່າ: ທ່ານ ທຣຳ ອາດຈະໄດ້ຮັບຜົນປະໂຫຍດຈາກການທີ່ເຈົ້າໜ້າທີ່ລັດຖະບານຕ່າງປະເທດມາເຂົ້າພັກ ແລະ ຈັບຈ່າຍໃຊ້ສອຍໃນໂຮງແຮມທີ່ຢູ່ໃນເຄືອຂ່າຍບໍລິສັດຂອງທ່ານ.
- ຄະດີໝິ່ນປະໝາດທີ່ຍື່ນຟ້ອງໂດຍທ່ານ Jean Carroll ເມື່ອບໍ່ດົນມານີ້ ກ່ອນການເລືອກຕັ້ງປະທານາທິບໍດີຈະເລີ່ມຂຶ້ນ, ຜູ້ພິພາກສາລັດຖະບານກາງອາເມລິກາ ໄດ້ປະຕິເສດຄວາມພະຍາຍາມຂອງປະທານາທິບໍດີ ທຣຳ ທີ່ກະທຳຜ່ານທະນາຍຂອງກະຊວງຍຸຕິທຳ ທີ່ຕ້ອງການໃຫ້ສານຍົກຟ້ອງຄະດີທີ່ທ່ານຖືກແມ່ຍິງຜູ້ນີ້ກ່າວຫາວ່ານາງເຄີຍຖືກທ່ານ ທຣຳ ລ່ວງລະເມີດທາງເພດ ເມື່ອກວ່າສິບປີກ່ອນ. ທ່ານ ທຣຳ ປະຕິເສດຂໍ້ກ່າວຫານີ້ ໂດຍລະບຸວ່າ: Carroll “ບໍ່ແມ່ນຜູ້ຍິງທີ່ທ່ານມັກ”. ເຖິງຢ່າງໃດກໍຕາມ, ຄະດີນີ້ຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນຂອງສານ.
- ຄະດີໝິ່ນປະໝາດ ຍື່ນຟ້ອງໂດຍ Summer Zervos ໜຶ່ງໃນຜູ້ເຂົ້າຮ່ວມແຂ່ງຂັນໃນລາຍການ The Apprentice ຂອງທ່ານ ທຣຳ ສະໄໝທີ່ທ່ານຍັງເປັນຜູ້ຈັດ ແລະ ພິທີກອນລາຍການດັ່ງກ່າວ. ນາງຍື່ນຟ້ອງທ່ານໃນປີ 2017 ໂດຍລະບຸວ່າ: ທ່ານ ທຣຳ ລ່ວງລະເມີດທາງເພດນາງໃນປີ 2007 ແລະ ໃນຄວາມພະຍາຍາມທີ່ຈະປະຕິເສດຂໍ້ກ່າວຫານີ້ ທ່ານ ທຣຳ ໄດ້ກ່າວໝິ່ນປະໝາດນາງ ເຮັດໃຫ້ນາງຕັດສິນໃຈຟ້ອງທ່ານ.
ທ້າຍປີ 2019 ສານປະຕິເສດຄຳຮ້ອງຂອງທ່ານ ທຣຳ ທີ່ຕ້ອງການໃຫ້ຍົກຟ້ອງຄະດີນີ້. ເຖິງຢ່າງໃດກໍຕາມ, ການສອບປາກຄຳ ແລະ ການຂໍພະຍານຫລັກຖານຈາກຝ່າຍທ່ານ ທຣຳ ຖືກໂຈະໄວ້ຊົ່ວຄາວຈົນກວ່າທ່ານຈະພົ້ນຈາກຕຳແໜ່ງ.
- ຄະດີນາງ ແມຣີ ທຣຳ. ນາງຄົນນີ້ເປັນຫລານຂອງທ່ານເອງ ແລະ ເປັນຜູ້ຂຽນໜັງສືຂາຍດີທີ່ຊື່ Too Much and Never Enough How My Family Created the World’s Most Dangerous Man ທີ່ອອກມາກ່າວວ່າ: ທ່ານ ທຣຳ ແລະ ສະມາຊິກຄົນອື່ນໆໃນຄອບຄົວ ໄດ້ຮ່ວມກັນສໍ້ໂກງເຮັດໃຫ້ນາງບໍ່ໄດ້ສ່ວນແບ່ງທີ່ຄວນຈະໄດ້ຈາກຊັບສິນຂອງທ່ານ ເຟຣດ ທຣຳ ຊີເນຍ ເຊິ່ງເປັນພໍ່ຂອງປະທານາທິບໍດີ ທຣຳ, ນາງຕັດສິນໃຈຍື່ນຟ້ອງທ່ານໃນເດືອນກັນຍາຜ່ານມາ.
CNN ລາຍງານວ່າ: ນອກຈາກທັງ 6 ຄະດີທີ່ກ່າວມານີ້, ວິບາກກຳທີ່ທ່ານ ທຣຳ ອາດຈະຕ້ອງຜະເຊີນເມື່ອທ່ານພົ້ນຈາກຕຳແໜ່ງຕົ້ນປີໜ້າຍັງອາດມາໃນຮູບແບການຖືກສືບສວນ ແລະ ດຳເນີນຄະດີໃນກໍລະນີພະຍາຍາມຂັດຂວາງຂະບວນການຍຸຕິທຳ, ບໍ່ໃຫ້ມີການກວດສອບການເລືອກຕັ້ງ ເມື່ອປີ 2015 ເຊິ່ງລວມທັງເລື່ອງການແຊກແຊງການເລືອກຕັ້ງອາເມລິກາໂດຍຣັດເຊຍໃນປີນັ້ນ. ທັງນີ້ ໃນການໃຫ້ປາກຄຳຕໍ່ສະພາຄອງເກຣດໃນເດືອນກັນຍາ 2019 ທ່ານ ໂຣເບິດ ມຸລເລີ ອະດີດຜູ້ອຳນວຍການສຳນັກງານສອບສວນກາງ (FBI) ລະບຸວ່າ: ທ່ານເຊື່ອວ່າ ທ່ານ ທຣຳ ອາດຈະຖືກດຳເນີນຄະດີທັນທີທີ່ພົ້ນຈາກຕຳແໜ່ງ ແລະ ໝົດເອກະສິດການຄຸ້ມຄອງ.
