ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 10 ພະຈິກນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບ ກັບທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອສະໜັບສະໜູນ ແລະ ຊົມເຊີຍການເປັນປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຂອງ ສສ ຫວຽດນາມ ແລະ ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດໃຫ້ເຂົ້າສູ່ລວງເລິກ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຫັນໃຈ ແລະ ຝາກຄວາມຢ້ຽມຢາມຖາມຂ່າວມາຍັງການນຳ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດເກີດຂຶ້ນຢູ່ບັນດາແຂວງພາກກາງຂອງປະເທດ ນັບແຕ່ເດືອນກັນຍາເປັນຕົ້ນມາ ແລະ ສະແດງຄວາມຊົມເຊີຍຕໍ່ ສສ ຫວຽດນາມ ທີ່ສາມາດຮັບມືກັບໂຄວິດ-19 ໄດ້ເປັນຢ່າງດີ ແລະ ຮັກສາຈັງຫວະການເຕີບໂຕທາງເສດຖະກິດເປັນຜົນບວກຕະຫລອດມາ. ພ້ອມນີ້, ສະແດງຄວາມຂອບໃຈຕໍ່ຫວຽດນາມທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວໄດ້ເປັນຢ່າງດີ.
ທ່ານ ຫງວຽນ ຊວັນ ຟຸກ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ສປປ ລາວ ທີ່ສາມາດຄວບຄຸມພະຍາດ ໂຄວິດ-19 ໄດ້ດີເຊັ່ນກັນ ແລະ ສະແດງຄວາມຂອບໃຈຕໍ່ ສະຫາຍການນຳພັກ-ລັດ ກໍຄືປະຊາຊົນລາວ ທີ່ໄດ້ສົ່ງສານສະແດງຄວາມເຫັນໃຈໄປຍັງການນຳພັກ-ລັດ ກໍຄືປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດດັ່ງກ່າວ ແລະ ຈະສົ່ງເຂົ້າສານ 1.000 ໂຕນ ມາຊ່ວຍເຫລືອລາວ ເພື່ອບັນເທົາທຸກແກ່ປະຊາຊົນລາວທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ແຂວງສະຫວັນນະເຂດ ຕື່ມອີກ.
ພ້ອມນັ້ນ, ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ໝາກຜົນ ແລະ ການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ນັບມື້ແໜ້ນແຟ້ນຍິ່ງຂຶ້ນ ເຖິງວ່າມີສະພາບການລະບາດຂອງພະຍາດໂຄວິດ-19 ກໍຕາມ ເຊິ່ງສະແດງອອກຄື: ການນຳຂັ້ນສູງຂອງສອງປະເທດຍັງມີການໄປມາຫາສູ່ກັນ ແລະ ພົບປະແລກປ່ຽນໃນຮູບແບບທາງໄກຮ່ວມກັນຢ່າງເປັນປົກກະຕິ. ສອງຝ່າຍຍັງໄດ້ເອົາໃຈໃສ່ກະຕຸກຊຸກຍູ້ການຈັດຕັ້ງໂຄງການຮ່ວມມືສອງຝ່າຍໃຫ້ສຳເລັດຕາມແຜນການ ແລະ ຮ່ວມມືກັນຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນການເພີ່ມທະວີການຄ້າ ແລະ ການລົງທຶນຮ່ວມກັນ, ການພິຈາລະນາເປີດສາຍການບິນຄືນໃໝ່ ກໍຄືການອໍານວຍຄວາມສະດວກໃນການໄປມາຫາສູ່ລະຫວ່າງພົນລະເມືອງຂອງສອງປະເທດຮ່ວມກັນໃນອະນາຄົດ.
ໃນຂະນະດຽວກັນ, ຝ່າຍລາວຍັງໄດ້ຕີລາຄາສູງຕໍ່ບົດບາດການນຳພາຂອງຫວຽດນາມໃນຖານະປະທານອາຊຽນ 2020 ເພື່ອສົ່ງເສີມການຮ່ວມມືອັນດີ ແລະ ຄວາມເຂັ້ມແຂງຂອງອາຊຽນ. ພ້ອມທັງຢືນຢັນຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ໃຫ້ການຊ່ວຍເຫລືອຫວຽດນາມ ເພື່ອເຮັດສຳເລັດໜ້າທີ່ປະທານອາຊຽນ 2020 ແລະ ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ໄລຍະ 2020-2021.

