ທຣຳ ຕື່ມໂຊກຮ້າຍ ຫົວໜ້າທິມກົດໝາຍຟ້ອງຮ້ອງການເລືອກຕັ້ງ ຕິດໂຄວິດ-19

ສຳນັກຂ່າວ Bloomberg ລາຍງານເມື່ອວັນທີ 10 ພະຈິກນີ້ວ່າ ຫົວໜ້າທິມກົດໝາຍ ທີ່ປຶກສາຂອງ ທຣຳ ທ່ານ David Bossie ຜ່ານການກວດຫາເຊື້ອເຫັນວ່າຜົນອອກມາເປັນບວກ.

ທ່ານ David Bossie ອາຍຸ 55 ປີ, ປັດຈຸບັນເປັນປະທານຂອງອົງການຈັດຕັ້ງບໍ່ຫວັງຜົນກຳໄລຂອງ ຊາວອາເມລິກາ(Citizens United) ທັງເປັນຮອງຫົວໜ້າຄະນະການເລືອກຕັ້ງຂອງປະທານາທິບໍດີ ທຣຳ ໃນປີ 2016.

ທ່ານ Bossie ເປັນໜຶ່ງໃນຈຳນວນຫຼາຍຄົນໃກ້ຊິດກັບປະທານາທິບໍດີ ທຣຳ ທີ່ຕິດເຊື້ອໄວຣັດໃນຂະບວນການເຄື່ອນໄຫວໂຄສະນາຫາສຽງເລຶອກຕັ້ງປະທານາທິບໍດີທີ່ຜ່ານມາ ນັບວ່າເປັນໂຊກຮ້າຍໃຫ້ແກ່ ທຣຳ ໃນການທີ່ຈະຮ້ອງຟ້ອງຜົນຂອງການເລືອກຕັ້ງໃຫ້ກັບຕົນ.

ສູນກາງຄວບຄຸມ ແລະ ປ້ອງກັນພະຍາດລະບາດຂອງສະຫະລັດ(CDC) ລະບຸວ່າ ຜູ້ທີ່ມີອາຍຸ 50-64 ປີດັ່ງເຊັ່ນ Bossie ມີຄວາມສ່ຽງສູງທົບ 4 ເທື່ອທີ່ຈະໄດ້ເຂົ້າຮັກສາຕົວຢູ່ໃນໂຮງໝໍ ແລະ ຄວາມສ່ຽງເສຍຊີວິດສູງເຖິງ 30 ເທົ່າ ເມື່ອທຽບໃສ່ຜູ້ຕິດເຊືອໃນໄວອາຍຸ 18-29 ປີ.