ໂຈໄບເດັນ ຕັ້ງທີມງານຮັບມືໂຄວິດ-19 ແລະ ຮຽກປະຊຸມຊ່ອງໜ້າ

ໜັງສືພິມ ທາມ ລາຍງານວັນທີ 10 ພະຈິກນີ້ວ່າ ທ່ານໄບເດັນ ພ້ອມຮອງປະທານາທິບໍດີຍິງ ຄາມາລາ ແຮຣີດ ປະກາດໃຫ້ຊາບວ່າ ພວກຕົນຈະປ່ຽນແປງຮູບແບບການກຳຈັດ ຄວບຄຸມພະຍາດໂຄວິດ-19 ໂດຍແຕກຕ່າງກັບຮູບແບບຂອງ ໂດນັລທຣຳ ເຮັດຜ່ານມາ ໂດຍຈະເນັ້ນຄວາມສຳຄັນຂອງການໃສ່ຜ້າອັດປາກ ຊຶ່ງປຽບສະເໝືອນອາວຸດຊະນີດໜຶ່ງຕ້ານກັບໄວຣັດໂຄໂຣນາ.
ທິມງານດັ່ງກ່າວປະກອບດ້ວຍປະທານຮ່ວມ 3 ທ່ານເຊັ່ນ: ທ່ານ ເດວິດແຄສເລີ ອະດີດສະມາຊິກຂອງອົງການ FDA(ຄຸ່ມຄອງອາຫານຫານ ແລະ ຢາ), ທ່ານ ວີເວກ ມູນທີ ແລະ ສາດສະດາຈານສຸກຂະສຶກສາມວນຊົນ ມາເຊລລາ ນູເນີ ສະມິດ. ມີສະມາຊິກທັງໝົດ 10 ຄົນ ຊຶ່ງມາຈາກອົງການ ພະຍາດລະບາດວິທະຍາ, ບັນດານັກຊ່ຽວຊານປ້ອງກັນຊີວະວິທະຍາ ແລະ ເຈົ້າໜ້າທີ່ຮັກສາສຸຂະພາບມວນຊົນໃນລະດັບແຖວໜ້າຂອງສະຫະລັດ.
ນະໂຍບາຍດັ່ງກ່າວ ຊຶ່ງມີຄວາມແຕກຕ່າງກັບ ແນວທາງຂອງ ທຣຳ ທີ່ບໍ່ໄດ້ເນັ້ນທາງວິທີການການແພດໃນຊຸມຊົນ, ໃນນັ້ນມີທັງບໍ່ສົນໃຈການປະຕິບັດໄລຍະຫ່າງທາງສັງຄົມ ແລະ ບໍ່ໃສ່ໜ້າກາກອະນາໄມ.
ຕາມການລາຍງານຂອງ Worldometers ວ່າ ເມື່ອໄລ່ມາເຖິງວັນທີ 10 ພະຈິກນີ້ ສະຫະລັດມີຜູ້ເສຍຊີວິດໄປທັງໝົດແລ້ວ 243.000 ສົບ ແລະ ໃນທົ່ວໂລກ ມີຜູ້ຕິດເຊື້ອສະສົມທັງໝົດຫຼາຍກ່ວາ 50 ລ້ານຄົນ ແລະ ເສຍຊີວິດຫຼາຍກ່ວາ 1 ລ້ານສົບ.

