ຍົກລະດັບການເຂົ້າເຖິງບໍລິການສຸຂະພາບ ແມ່ ແລະ ເດັກ ໃນສະພາບການລະບາດ ໂຄວິດ-19 ຢູ່ຫລວງພະບາງ

ໃນລະຫວ່າງວັນທີ 3-6 ພະຈິກຜ່ານມານີ້, ອົງການສະຫະປະຊາຊາດ ກອງທຶນເພື່ອປະຊາກອນ(UNFPA) ຮ່ວມກັບກະຊວງສາທາລະນະສຸກ ໄດ້ຈັດຊຸດຝຶກອົບຮົມ ເພື່ອຍົກລະດັບວຽກງານການປົກປ້ອງຄຸ້ມຄອງການຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ສຸຂະພາບຂອງໄວໝຸ່ມ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ຜູ້ເຮັດວຽກໃນໂຮງໝໍເມືອງ ແລະ ສຸກສາລາ ຈາກນະຄອນຫລວງພະບາງ, ເມືອງພູຄູນ ແລະ ເມືອງໂພນທອງ ແຂວງຫລວງພະບາງ ເພື່ອແນໃສ່ການເຂົ້າເຖິງການບໍລິການສຸຂະພາບທາງເພດ ແລະ ການຈະເລີນພັນ, ການເຂົ້າເຖິງການຄຸມກຳເນີດ ແລະ ການໃຫ້ຄຳປຶກສາ, ການກວດກາຕິດຕາມການຖືພາ, ສຸຂະພາບແມ່, ເດັກເກີດໃໝ່ ແລະ ການເກີດລູກ.
ຮອງພະແນກສາທາລະນະສຸກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນປັດຈຸບັນ ອັດຕາຂອງແມ່ທີ່ເຂົ້າມາເພື່ອຮັບການດູແລເດັກກ່ອນເກີດນັ້ນແມ່ນຍັງຕໍ່າ ຄືມີພຽງ 65% ແລະ ເປົ້າໝາຍທີ່ຈະໃຫ້ບັນລຸແມ່ນ 85%, ແຕ່ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງຈະເຮັດໃຫ້ອັດຕາການຕາຍຂອງແມ່ນັ້ນມີທ່າອ່ຽງເພີ່ມຂຶ້ນ. ສະນັ້ນ, ຮຽກຮ້ອງໃຫ້ບັນດາແພດໝໍທັງຫລາຍຈົ່ງຮ່ວມມືກັນໃນການເຮັດໃຫ້ການບໍລິການດ້ານສຸຂະພາບຂອງແມ່ນີ້ສາມາດເຂົ້າເຖິງໄດ້ຫລາຍກວ່າເກົ່າ ດ້ວຍວິທີການຕ່າງໆທີ່ເປັນໄປໄດ້ ເພື່ອປ້ອງກັນບໍ່ໃຫ້ເກີດຜົນກະທົບທີ່ບໍ່ດີທີ່ພວກເຮົາບໍ່ຕ້ອງການ.

