ຝັງເຂັມ ປະໂຫຍດ ແລະ ຄວາມສ່ຽງທີ່ຄວນຮູ້ກ່ອນຮັບການປິ່ນປົວ

ການຝັງເຂັມເປັນການປິ່ນປົວພະຍາດອີກຮູບແບບໜຶ່ງ ມັນສາມາດປິ່ນປົວອາການປ່ວຍໄດ້ຫລາຍຢ່າງ, ແຕ່ບາງຄົນອາດຄິດວ່າການຝັງເຂັມເປັນວິທີການປິ່ນປົວທີ່ໜ້າຢ້ານ ແລະ ອາດຈະມີຄວາມເຈັບປວດເກີດຂຶ້ນ ເພາະຕ້ອງໃຊ້ເຂັມແທງເຂົ້າໄປໃນຜິວໜັງ. ດັ່ງນັ້ນ, ເພື່ອໃຫ້ທຸກຄົນໄດ້ຮູ້ຈັກການປິ່ນປົວພະຍາດດ້ວຍການຝັງເຂັມໃຫ້ດີຂຶ້ນ ພວກເຮົາມີຄວາມຮູ້ກ່ຽວກັບເລື່ອງດັ່ງກ່າວມານຳສະເໜີ.
- ການຝັງເຂັມ (Acupuncture) ເປັນວິທີການປິ່ນປົວຂອງແພດແຜນຈີນບູຮານ, ການຝັງເຂັມນັ້ນສາມາດປິ່ນປົວອາການໄດ້ຫລາຍຢ່າງໂດຍການກະຕຸ້ນຈຸດສະເພາະເທິງຜິວໜັງດ້ວຍເຂັມ. ການຝັງເຂັມເຂົ້າໄປໃນຜິວໜັງນັ້ນກໍເພື່ອຈະໄປກະຕຸ້ນພື້ນທີ່ໆອຸດົມໄປດ້ວຍເສັ້ນປະສາດຂອງຜິວ ເຊິ່ງຈະມີອິດທິພົນຕໍ່ເນື້ອເຍື່ອ, ຕ່ອມອະໄວຍະວະ ແລະ ການເຮັດວຽກຕ່າງໆຂອງຮ່າງກາຍ ທັງຍັງມີຈຸດປະສົງເພື່ອປັບຄວາມດຸ່ນດ່ຽງພະລັງງານນຳອີກ. ໂດຍລະຫ່ວາງການປິ່ນປົວດ້ວຍການຝັງເຂັມ ຜູ້ທີ່ຮັບການປິ່ນປົວອາດຈະຮູ້ສຶກເຈັບໜ້ອຍໜຶ່ງບໍລິເວນທີ່ເຂັມແທງເຂົ້າໄປ ອາດຈະເຮັດໃຫ້ເກີດຄວາມຮູ້ສຶກບໍ່ສະບາຍໜ້ອຍໜຶ່ງ, ແຕ່ກໍມີສັນຍານພຽງພໍທີ່ຈະເຮັດໃຫ້ຮູ້ວ່າຮ່າງກາຍມີການຕອບສະໜອງ ເຊິ່ງການຕອບສະໜອງທີ່ເກີດຂຶ້ນຈະກ່ຽວຂ້ອງກັບການກະຕຸ້ນລະບົບພູມຕ້ານທານ ສົ່ງເສີມການໄຫລວຽນຂອງເລືອດໄປຍັງພື້ນທີ່ໆຕ້ອງຮັບການປິ່ນປົວບາດແຜ.
- ຈາກການວິໄຈທີ່ດຳເນີນການໃນປະເທດເຢຍລະມັນສະແດງໃຫ້ເຫັນວ່າ ການຝັງເຂັມອາດຊ່ວຍຫລຸດຜ່ອນອາການເຈັບຫົວ ແລະ ໄມເກຣນໄດ້. ນອກຈາກນັ້ນຍັງໄດ້ຮັບການພິສູດຈາກສູນການແພດປະສົມປະສານ ແລະ ສຸຂະພາບໂດຍລວມວ່າສາມາດປິ່ນປົວອາການເຫລົ່ານີ້ : ປວດຫລັງ, ເຈັບຄໍ, ພະຍາດຂໍ້ເຂົ່າເສື່ອມ, ປວດເຂົ່າ, ເຈັບຫົວ ແລະ ໄມເກຣນ. ນອກຈາກນັ້ນ, ປີ 2003 ທາງອົງການອະນາໄມໂລກໄດ້ລະບຸວ່າ ການຝັງເຂັມໄດ້ຮັບການພິສູດແລ້ວວ່າມີປະສິດທິພາບໃນການປິ່ນປົວອາການເຫລົ່ານີ້ : ຄວາມດັນເລືອດສູງ ແລະ ຄວາມດັນເລືອດຕໍ່າ, ອາການວິນຫົວປວດຮາກ, ປຸ້ນທ້ອງປວດຮາກ ຈາກຢາເຄມີບຳບັດ, ຄວາມຜິດປົກກະຕິຂອງກະເພາະອາຫານບາງຢ່າງ ລວມເຖິງບາດແຜໃນກະເພາະອາຫານ, ອາການເຈັບປວດ, ອາການທ້ອງບິດ, ພະຍາດດັງອັກເສບຈາກພູມແພ້, ປວດໃບໜ້າ, ແພ້ທ້ອງ, ພະຍາດຂໍ້ອັກເສບ, ປະດົງຂໍ້, ເອັນອັກເສບ, ຂໍ້ສອກອັກເສບ, ອາການປວດກະໂພກລາມລົງຂາ, ເຈັບແຂ້ວ, ຫລຸດຄວາມສ່ຽງຂອງພະຍາດຫລອດເລືອດສະໝອງ, ເຈັບທ້ອງເກີດລູກ ເປັນຕົ້ນ.
- ສຳລັບປະໂຫຍດທີ່ຈະໄດ້ຮັບຈາກການປິ່ນປົວພະຍາດໂດຍການຝັງເຂັມມີຄື :
- ປອດໄພ ດ້ວຍວິທີການປິ່ນປົວທີ່ຖືກຕ້ອງ.
- ມີຜົນຂ້າງຄຽງໜ້ອຍ.
- ສາມາດໃຊ້ຮ່ວມກັບການປິ່ນປົວອື່ນໆໄດ້ຢ່າງມີປະສິດທິພາບ.
- ສາມາດຄວບຄຸມຄວາມເຈັບປວດບາງປະເພດ.
- ການຝັງເຂັມອາດມີຜົນດີຕໍ່ຜູ້ປ່ວຍທີ່ໃຊ້ຢາແກ້ປວດທີ່ບໍ່ເໝາະສົມ.
- ແຕ່ແນວໃດກໍຕາມ, ບໍ່ຄວນໃຊ້ການຝັງເຂັມໃນການດູແລສຸຂະພາບແທນການດູແລສຸຂະພາບຈາກຜູ້ຊ່ຽວຊານທາງການແພດ.
- ສ່ວນຄວາມສ່ຽງທີ່ອາດເກີດຂຶ້ນຈາກການປິ່ນປົວດ້ວຍການຝັງເຂັມ : ແນ່ນອນວ່າການປິ່ນປົວທັງໝົດນັ້ນມີທັງປະໂຫຍດ ແລະ ຄວາມສ່ຽງ ເຊິ່ງຄວາມສ່ຽງທີ່ອາດເກີດຂຶ້ນຈາກການຝັງເຂັມ ມີຄື :
- ອາດເປັນອັນຕະລາຍຕໍ່ຜູ້ທີ່ມີເລືອດອອກຜິດປົກກະຕິ ຫລື ຜູ້ທີ່ຕ້ອງກິນຢາເຈືອຈາງເລືອດ.
- ອາດມີເລືອດອອກ, ຊຳ້ ແລະ ປວດ ບໍລິເວນທີ່ໄດ້ຮັບການຝັງເຂັມ.
- ເຂັມທີ່ບໍ່ໄດ້ຮັບການຂ້າເຊື້ອຢ່າງເໝາະສົມອາດເຮັດໃຫ້ຜູ້ປ່ວຍຕິດເຊື້ອ.
- ໃບບາງກໍລະນີເຂັມອາດຫັກ ແລະ ທຳລາຍອະໄວຍະວະພາຍໃນ.
- ຝັງເຂັມເລິກເຂົ້າໄປໃນໜ້າເອິກ ຫລື ຫລັງ ອາດມີຄວາມສ່ຽງຕໍ່ການຍຸບຂອງປອດ, ແຕ່ເປັນເລື່ອງທີ່ເກີດຂຶ້ນໄດ້ຍາກຫລາຍ.
- ທາງອົງການອາຫານ ແລະ ຢາແຫ່ງສະຫະລັດອາເມລິກາ (United States Food and Drug Administration ຫລື FDA) ໄດ້ກຳໜົດໃຫ້ເຂັມທີ່ໃຊ້ໃນການຝັງເຂັມເປັນເຄື່ອງມືທາງການແພດ ການຜະລິດ ແລະ ການຕິດສະຫລາກຕ້ອງໄດ້ມາດຕະຖານ, ເຂັມຈະຕ້ອງປອດເຊື້ອ, ປອດສານພິດ ແລະ ຕິດສະຫລາກເພື່ອໃຊ້ພຽງເທື່ອດຽວ ແລະ ຕ້ອງໃຊ້ໂດຍຜູ້ຊ່ຽວຊານດ້ານວິຊາຊີບນີ້ທີ່ໄດ້ຮັບໃບອະນຸຍາດເທົ່ານັ້ນ. ຄຳແນະນຳສຳລັບຜູ້ທີ່ຢາກຮັບການປິ່ນປົວໂດຍການຝັງເຂັມ ຄື ຄວນຈະຕ້ອງປິ່ນປົວຄຽງຄູ່ໄປກັບການປິ່ນປົວທາງການແພດແບບດັ້ງເດີມໄປນຳ ໃນກໍລະນີທີ່ມີການເຈັບປ່ວຍຊຳ້ເຮື້ອ ຫລື ຮຸນແຮງ.

