ວິຕາມິນ B ລວມ ມີປະໂຫຍດໃນການປ້ອງກັນພະຍາດຫຍັງໄດ້ແດ່

ກຸ່ມຂອງວິຕາມິນ B ຫລື ທີ່ຮູ້ຈັກກັນໃນຊື່ ວິຕາມິນ B ລວມ (vitamin B complex) ປະກອບດ້ວຍວິຕາມິນ 8 ຊະນິດ ຄື :

- B1 ຫລື ໄທອາມີນ (thiamine).
- B2 ຫລື ໄຣໂບຟລາວິນ (riboflavin).
- B3 ຫລື ໄນອະຊິນ (niacin).
- B5 ຫລື ກົດແພນໂທເທນິກ (pantothenic acid).
- B7 ຫລື ໄບໂອຕິນ (biotin).
- ກົດໂຟລິກ.
+ ວິຕາມິນ B ຊ່ວຍໃນການເຮັດວຽກຂອງການຜະລິດ ແລະ ຄວບຄຸມພະລັງງານໃນຮ່າງກາຍ ແລະ ສ້າງແຊນເມັດເລືອດແດງ.
+ ປະໂຫຍດຂອງວິຕາມິນ B : ໂດຍທົ່ວໄປແລ້ວເຊື່ອກັນວ່າວິຕາມິນ B ລວມມີປະສິດທິພາບໃນການເສີມສ້າງພູມຕ້ານທານ, ເຮັດໃຫ້ອາລົມດີຂຶ້ນ, ຫລຸດຜ່ອນອາການວິຕົກກັງວົນ, ສົ່ງເສີມສຸຂະພາບ ແລະ ຫລຸດຜ່ອນອາການລະຄາຍເຄືອງຂອງຜິວ. ວິຕາມິນ B ໃນແຕ່ລະຊະນິດມີປະໂຫຍດແຕກຕ່າງກັນ ດັ່ງນີ້ :
- ວິຕາມິນ B1 ແລະ B2 ເສີມສ້າງກ້າມຊີ້ນ, ເສັ້ນປະສາດ ແລະ ຫົວໃຈທີ່ແຂງແຮງ. ວິຕາມິນ B1 ນັ້ນຊ່ວຍສົ່ງເສີມການສ້າງແຊນໃໝ່ ຂະນະທີ່ B2 ຊ່ວຍຜະລິດແຊນເມັດເລືອດແດງ ແລະ ປົກປ້ອງເຮົາຈາກອະນຸມູນອິດສະລະ.
- ວິຕາມິນ B3 ເຮັດໜ້າທີ່ສຳຄັນການຄວບຄຸມລະບົບປະສາດ ແລະ ລະບົບຂັບຖ່າຍ. ນອກຈາກນີ້, ຍັງຊ່ວຍປ່ຽນແປງອາຫານໃຫ້ເປັນພະລັງງານ.
- ວິຕາມິນ B5 ເຮັດໜ້າທີ່ໃນການຍ່ອຍສະຫລາຍໄຂມັນ ແລະ ຄາໂບໄຮເດຣດ ປ່ຽນໃຫ້ເປັນພະລັງງານ ທັງຍັງຈຳເປັນຕໍ່ການຜະລິດຮໍໂມນ ທ່ານຈຳເປັນຕ້ອງໃຊ້ວິຕາມິນ B5 ແລະ B12 ໃນການຈະເລີນເຕີບໃຫຍ່ ແລະ ມີພັດທະນາການທີ່ເໝາະສົມ.
- ວິຕາມິນ B6 ດີຕໍ່ລະບົບພູມຕ້ານທານ ແລະ ຈຳເປັນຕໍ່ຂະບວນການຜະລິດຮໍໂມນ ແລະ ຍ່ອຍສະຫລາຍໂປຣຕິນ.
- ວິຕາມິນ B7 ເປັນອີກປັດໄຈສຳຄັນໃນການຜະລິດຮໍໂມນ.
- ວິຕາມິນ B9 ຊ່ວຍໃຫ້ແຊນສ້າງ ແລະ ບຳລຸງ DNA ແລະ ຍັງຊ່ວຍເສີມສ້າງການຜະລິດແຊນເມັດເລືອດແດງ.
- ວິຕາມິນ B6, B9 ແລະ B12 ຊ່ວຍສົ່ງເສີມການຄວບຄຸມລະດັບຂອງກົດອະມິໂນຮີໂມຊິສເທອີນ (amino acid homocysteine) ເຊິ່ງຫາກລະດັບນີ້ສູງເກີນໄປ ທ່ານອາດສ່ຽງທີ່ຈະເປັນພະຍາດຫົວໃຈໄດ້.
+ ວິຕາມິນ B ກັບອາການຂອງພະຍາດບາງຊະນິດ : ນັກວິໄຈເຊື່ອວ່າ ການກິນອາຫານເສີມວິຕາມິນ B ລວມ ອາດຈະຊ່ວຍປ້ອງກັນພະຍາດບາງຊະນິດໄດ້ ເຊັ່ນ :
- ຜູ້ທີ່ເປັນພະຍາດເບົາຫວານຊະນິດທີ 2 ອາດຈະຫລຸດຄວາມສ່ຽງໃນການເປັນພະຍາດໝາກໄຂ່ຫລັງໂດຍການກິນວິຕາມິນ B1 ແລະ ວິຕາມິນ B1 ຍັງອາດຊ່ວຍຫລຸດຄວາມສ່ຽງຂອງອາການຕາຟາງໄດ້.
- ວິຕາມິນ B12 ຊ່ວຍປ້ອງກັນອາການເຈັບຫົວຊຳ້ເຮື້ອ ຫລື ໄມເກຣນ.
- ວິຕາມິນ B3 ຊ່ວຍເພີ່ມໄຂມັນທີ່ມີຄວາມໜາແໜ້ນສູງ ແລະ ຫລຸດລະດັບຂອງຄໍເລສເຕີໂຣນ.
- ວິຕາມິນ B6 ຊ່ວຍຫລຸດຄວາມສ່ຽງໃນການເປັນພະຍາດຫົວໃຈ, ຫລຸດຜ່ອນອາການກ່ອນເປັນປະຈຳເດືອນ ແລະ ອາການວິນຫົວປວດຮາກທີ່ກ່ຽວຂ້ອງກັບການຖືພາ.
- ວິຕາມິນ B7 ກ່ຽວຂ້ອງກັບສຸຂະພາບຂອງຜິວ, ເສັ້ນຜົມ ແລະ ເລັບ.
- ວິຕາມິນ B9 ເຊື່ອວ່າສາມາດປ້ອງກັນພະຍາດມະເຮັງເຕົ້ານົມ, ມະເຮັງລຳໄສ້ໃຫຍ່ ແລະ ມະເຮັງຕັບໄດ້. ສຳລັບແມ່ຍິງຖືພາອາດຊ່ວຍຫລຸດຄວາມສ່ຽງໃນການໃຫ້ກຳເນີດລູກທີ່ມີຄວາມບົກພ່ອງຕັ້ງແຕ່ກຳເນີດ.
- ວິຕາມິນ B12 ຊ່ວຍໃຫ້ຜູ້ເຖົ້າຫລຸດອາການສັບສົນ ແລະ ຄວບຄຸມລະດັບຂອງສານຮີໂມຊິສເທອີນ.

ແນວໃດກໍຕາມ, ອາຫານເສີມວິຕາມິນ B ລວມນັ້ນ ບໍ່ສາມາດປິ່ນປົວພະຍາດເຫລົ່ານີ້ໄດ້ ມີວຽກງານວິໄຈທີ່ສະແດງໃຫ້ເຫັນວ່າການກິນວິຕາມິນ B6 ແລະ B12 ແລະ ກົດໂຟລິກ ເປັນເວລາດົນນັ້ນ ບໍ່ສາມາດຫລຸດຄວາມສ່ຽງຕໍ່ການເປັນພະຍາດຊຶມເສົ້າໃນແມ່ຍິງສູງອາຍຸໄດ້.

