ກອງປະຊຸມໃຫຍ່ອົງຄະນະພັກແຂວງຫົວພັນ ຄັ້ງທີ X ສຳເລັດລົງຢ່າງຈົບງາມ

ກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງຫົວພັນໄດ້ສຳເລັດລົງດ້ວຍຜົນອັນຈົບງາມ ພາຍຫຼັງທີ່ດຳເນີນມາໃນວັນທີ 2-3 ພະຈິກນີ້, ໂດຍການເຂົ້າຮ່ວມ ແລະ ໃຫ້ກຽມໂອ້ລົມຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ ສູນກາງພັກ ປະທານສູນກາງແນວລາວສ້າງຊາດ.
ກອງປະຊຸມດຳໄດ້ເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະພັກຊຸດເກົ່າ ແລະ ແຜນພັດທະນາເສດຖະກິດສັງຄົມຂອງແຂວງພະເສດໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາຊີ້ນໍາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ໃນ 5 ປີ ຜ່ານມາ. ພ້ອມນີ້, ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາລາຍງານການເມືອງ, ທິດທາງ, ແຜນການແຫ່ງການພັດທະນາເສດຖະກິດໄດ້ສັມຄົມຂອງແຂວງໃນ 5 ປີ ຕໍ່ໜ້າ ນັບແຕ່ປີ (2021-2025)ພ້ອມນີ້, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ມີຜູ້ຮັບສະໝັກເລືອກຕັ້ງ 40 ສະຫາຍ. ເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ຈຳນວນ 35 ສະຫາຍ; ໄດ້ ແລະ ເລືອກເອົາຄະນະປະຈໍາພັກແຂວງຈຳນວນ 11 ສະຫາຍ, ຍິງ 2 ສະຫາຍ.
ແລະ ກອງປະຊຸມຄັ້ງປະຖົມມະເລີກຊອງຄະນະພັກແຂວງຊຸດໃໝ່ໄດ້ເປັນເອກະສານເລືອກເອົາສະຫາຍ ວັນໄຊ ແພງຊຸມມາ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ເພີດ ມາປັນຍາ ແລະ ສະຫາຍ ນ. ອຳໄພວອນ ລ້ອມບຸນແພງ ເປັນຮອງເລຂາ; ສະຫາຍ ຮິນທອງ ດວງຈັນສຸກ ເປັນປະທານກວດກາ, ສະຫາຍ ຄຳແພງ ຈັນທະວີ, ສະຫາຍ ວົງເພັດ ຈັນທະມອນ ແລະ ສະຫາຍ ປອ ຄອນເສີດ ເປັນຮອງປະທານກວດກາ.
ໃນຕອນທ້າຍກອງປະຊຸມສະຫາຍ, ປະທານສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນໂອລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດເກົ່າທີ່ໄດ້ນໍາພາ-ຊີ້ນໍາພະນັກງານ, ສະມາຊິກພັກ, ເຮັດສຳເລັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດຫຼາຍດ້ານ ແລະພ້ອມນີ້ກໍໄດ້ໃຫ້ທິດຊີ້ນໍາ ຄະນະພັກຊຸດໃໝ່ ເລັ່ງສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຫົວພັນຄັ້ງທີ X ໃຫ້ມີຜົນສຳເລັດຍີ່ງໃຫຍ່ກວ່າເກົ່າ.

