ກະຊວງກະສິກຳອອກຄຳສັ່ງໃຫ້ສ້າງຂະບວນການອະນາໄມລະບົບຄອງເໝືອງຊົນລະປະທານ

ເນື້ອງໃນໂອກາດວັນຊົນລະປະທານແຫ່ງຊາດທີ 3 ພະຈິກນີ້, ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຄຳສັງແນະນຳສ້າງຂະບວນການ ອະນາໄມລະບົບຫົວງານ ແລະ ລະບົບຄອງເໝືອງຊົນລະປະທານ, ເພື່ອຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດໃນລະດູແລ້ງ ສົກປີ 2020-2021 ໃຫ້​ໄດ້ ຢ່າງໜ້ອຍ 91.000 ເຮັກຕາ, ທັງ​ເປັນ​ການລະນຶກວັນຊົນ​ລະ​ປະ​ທານແຫ່ງ​ຊາດ ວັ​ນ​ທີ 3 ພະ​ຈິກ ໃຫ້ມີບັນຍາກາດ​ຟົດ​ຟື້ນແຈ້ງການລະບຸວ່າ:

  1. ໃຫ້ກົມຊົນລະປະທານ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າການສົມ ທົບພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ເນື້ອໃນຕົ້ນຕໍຂອງກົດໝາຍວ່າດ້ວຍຊົນລະປະທານ ດ້ວຍຫຼາຍຮູບແບບ, ຫຼາຍລະດັບ ແລະ ວິທີການແຕກຕ່າງກັນ ຕາມຈຸດພິເສດຂອງແຕ່ລະເປົ້າໝາຍ ໂດຍຜ່ານສື່ຕ່າງໆ, ຈັດກິດຈະກໍາຖາມ-ຕອບ, ແຈກຢາຍປຶ້ມກົດໝາຍ, ສິ່ງພິມ ແລະ ວາ ລະສານວິຊາການຕ່າງໆ ໃຫ້ແກ່ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການ ແລະ ປະຊາຊົນລາວບັນດາເຜົ່າໃຫ້ເຫັນຄວາມໝາຍສຳຄັນຂອງວຽກງານຊົນລະປະທານ ຕໍ່ກັບການຜະລິດກະສິກຳ ແລະ ຊີວິດການເປັນຢູ່ຂອງຂອງຕົນ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດ ຢ່າງເປັນເຈົ້າການ ຕາມທິດນໍາທີ່ວ່າ ພັກນຳພາ ລັດຄຸ້ມຄອງ ປະຊາຊົນເປັນເຈົ້າ.
  2. ຂໍທິດຊີ້ນໍາຈາກການນໍາແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອໃຫ້ພາກ​ສ່ວນ​ກ່ຽວ​ຂ້ອງ​ ເປີດ​ໄຟ​ຟ້າ​ໃສ່ໂຄງການຈັກສູບນໍ້າຊົນ​ລະ​ປະ​ທານ ແລະ ຖື​ເອົາ​ວັນຊົນ​ລະ​ປະ​ທານແຫ່ງຊາດ ເປັນ​ມື້ເລີ່ມ​ຕົ້ນ​ເຮັດ​ການ​ຜະ​ລິດ​ລະ​ດູ​ນາ​ແຊງ , ດັ່ງນັ້ນທຸກພາກສ່ວນຈົ່ງພ້ອມກັນຈັດຕັ້ງການຟື້ນຟູ-ສ້ອມແປງລະບົບຊົນລະປະທານ, ຕິດພັນກັບຂະບວນການອອກແຮງງານ (ວັນເສົາແດງ) ດ້ວຍການອະນາໄມຫົວງານ, ລະບົບຄອງເໝືອງ, ປະຕູນໍ້າ ແລະ ອາຄານຕ່າງໆໃຫ້ເປັນຂະບວນຟົດຟື້ນ ຕາມທິດນຳທີ່ວ່າ ລັດ ແລະ ປະຊາຊົນພ້ອມກັນເຮັດ.
  3. ສໍາລັບການຈັດພິທີເນື່ອງໃນໂອກາດວັນຊົນລະປະທານແຫ່ງຊາດ ແມ່ນໃຫ້ຈັດຕັ້ງປະຕິບັດຊ່ວງ ວັນທີ 3-15 ພະຈິກນີ້, ໂດຍອີງໃສ່ສະພາບເງື່ອນໄຂຂອງແຕ່ລະທ້ອງຖິ່ນ, ແຕ່ຕ້ອງຮັບປະກັນເນື້ອໃນເປັນຕົ້ນຕໍບົນຈິດໃຈປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ.
  4. ໃຫ້ ກົມຊົນລະປະທານ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ສືບຕໍ່ສົມທົບພາກສ່ວນກ່ຽວຂ້ອງ ເພື່ອເລັ່ງທວງຜູ້ຮັບເໝົາກໍ່ສ້າງ, ຟື້ນຟູ-ສ້ອມແປງລະບົບຊົນລະປະທານຕ່າງໆ ທີ່ໄດ້ເຊັນສັນຍາກັນໄປແລ້ວ ປະຕິບັດໜ້າວຽກໃຫ້ສຳເລັດ ຕາມກຳນົດເວລາ.
  5. ມອບໃຫ້ ກົມຊົນລະປະທານ ອອກຄຳແນະນໍາດ້ານວິຊາການ ເພື່ອຜັນຂະຫຍາຍຄຳສັ່ງສະບັບນີ້ ເປັນອັນລະອຽດ ໃຫ້ແກ່ຂະແໜງການສາຍຕັ້ງຂອງຕົນຢູ່ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດ.