ໂຄ້ງສຸດທ້າຍການເລືອກຕັ້ງສະຫະລັດ ໂຈໄບເດັນ ນຳ ທຣຳ ທົ່ວປະເທດ

ສຳນັກຂ່າວ ເດອະ ກາດຽນ ລາຍງານໃນວັນທີ 2 ພະຈິກວ່າ ຍັງເຫຼືອອີກບໍ່ເຖິງ 1 ວັນ ຈະເຖິງວັນເລືອກຕັ້ງປະທານາທິບໍດີສະຫະລັດ ຊຶ່ງຊາວອາເມລິກາ ແລະ ທົ່ວໂລກກຳລັງຈັບຕາມອງຢ່າງຈົດຈໍ່ ໂດຍຜົນສຳຫຼວດທົ່ວປະເທດ ຫຼ້າສຸດປາກົດວ່າ ໂຈໄບເດັນ ຕົວແທນພັກເດໂມແຄຣດ ມີຄະແນນນຳປະທານາທິບໍດີ ໂດນັລທຣຳ ທີ່ 8.6% ຫຼື ຕໍ່ 43.0%.
ຢ່າງໃດກໍຕາມ ແຕ່ຍັງບໍ່ທັນເປັນອັນທີ່ແນ່ນອນວ່າ ທ່ານ ໄບເດັນ ຈະຄ້ວາໄຊໃນການເລືອກຕັ້ງ. ເມື່ອ 4 ປີກ່ອນ ທ່ານ ນາງ ອີລລາຣີ ຄຣິນຕັນ ກໍມີຜົນໂພທົ່ວປະເທດນຳຫ່າງ ທຣຳ ແຕ່ສຸດທ້າຍກໍເສຍຄະແນນຄະນະການເລືອກຕັ້ງໃນລັດນັ້ນໆ ກຳນົດໃຫ້ແຕ່ລະລັດຕັ້ງຄະແນນເລືອກຕັ້ງ(electoral vote) ຂຶ້ນມາຈຳນວນໜຶ່ງ ຕາມອັດຕາສ່ວນສະມາຊິກສະພາ ຊຶ່ງຜູ້ຊະນະໃນລັດນັ້ນໆ ຈະໄດ້ຄະແນນສຽງຈາກຄະນະຜູ້ເລືອກຕັ້ງໄປ ທັງໝົດ ໂດຍບໍ່ສົນໃຈກັບສ່ວນຕ່າງຂອງຄະແນນສຽງ ຍົກເວັ້ນລັດ ເນບຣາສະກາ ແລະ ລັດ ເມນ ແລະ ຜູ້ສະໝັກຄົນໃດ ທີ່ໄດ້ຄະແນນຄະນະຜູ້ເລືອກຕັ້ງເຖິງ 270 ກໍຈະໄດ້ເປັນປະທານາທິບໍດີຄົນຕໍ່ໄປ.

