ອະດີດປະທານາທິບໍດີ ສ.ເກົາຫລີ ຖືກຕັດສິນຕິດຄຸກ 17 ປີ ຂໍ້ຫາຮັບສິນບົນ ແລະ ສໍ້ໂກງ

ສານສູງສຸດ ສ.ເກົາຫລີ ຢືນຢັນຄຳຕັດສິນຂອງສານອຸທອນ ໃຫ້ຈຳຄຸກທ່ານ ລີ ມຽງບັກ ອະດີດປະທານາທິບໍດີ ສ.ເກົາຫລີ ເປັນເວລາ 17 ປີ ພ້ອມປັບໄໝມູນຄ່າ 13 ລ້ານວອນ ໃນຂໍ້ຫາຮັບສິນບົນ ແລະ ສໍ້ໂກງ.
ທ່ານ ລີ ມຽງບັກ ອາຍຸ 78 ປີ ເຊິ່ງດຳລົງຕຳແໜ່ງປະທານາທິບໍດີ ສ.ເກົາຫລີ ໃນປີ 2008-2013 ໄດ້ປະຕິເສດຂໍ້ກ່າວຫາທັງໝົດ ແລະ ຍື່ນອຸທອນໃນເດືອນກັນຍາຜ່ານມາ. ນອກຈາກນີ້ ຍັງອຸທອນໃນບັນຫາວ່າຂໍ້ກ່າວຫາບໍ່ມີນ້ຳໜັກພຽງພໍນຳອີກ.
ສໍານັກຂ່າວກຽວໂດລາຍງານວ່າ: ໃນເດືອນຕຸລາ 2018 ທ່ານ ລີ ມຽງບັກ ຖືກຕັດສິນຈຳຄຸກ 15 ປີ ແລະ ເສຍຄ່າປັບໄໝ 8.000 ລ້ານວອນ ຈາກຄະດີຮັບສິນບົນຫລາຍເທື່ອ ເຊິ່ງລວມທັງຈາກຊຳຊຸງ ເອເລັກໂຕຣນິກ ແລະ ຍັງມີຄະດີສໍ້ໂກງເງິນ 246.000 ລ້ານວອນ ຈາກບໍລິສັດຊິ້ນສ່ວນລົດຍົນ ເຊິ່ງທ່ານ ລີ ມຽງບັກ ຖືຄອງໄວ້ເປັນຄວາມລັບ.
ເຖິງຢ່າງໃດກໍຕາມ, ໃນເດືອນກຸມພາຜ່ານມາ, ສານສູງຂອງ ສ.ເກົາຫລີ ໄດ້ເພີ່ມໂທດຈຳຄຸກອີກ 2 ປີ ໂດຍລະບຸວ່າ: ທ່ານ ລີ ມຽງບັກ ໄດ້ຍອມຮັບສິນບົນຈຳນວນມະຫາສານ ໂດຍສະເພາະຈາກຊຳຊຸງພຽງແຫ່ງດຽວສູງເຖິງ 8,9 ພັນລ້ານວອນແລ້ວ. ນອກຈາກນີ້ ຍັງພົບວ່າທ່ານ ລີ ມຽງບັກ ສໍ້ໂກງເງິນ 2,52 ໝື່ນລ້ານວອນ ຈາກບໍລິສັດຊິ້ນສ່ວນລົດຍົນຂອງຕົນເອງນຳອີກ.
ທ່ານ ລີ ມຽງບັກ ເປັນປະທານາທິບໍດີ ສ.ເກົາຫລີ ຄົນທີ 4 ແລ້ວທີ່ຖືກຕັດສິນຈຳຄຸກຫລັງພົ້ນຕຳແໜ່ງຜູ້ນຳປະເທດ ເຊິ່ງສ່ວນຫລາຍການດຳເນີນຄະດີເກີດຂຶ້ນຫລັງຄູ່ແຂ່ງທາງການເມືອງເຂົ້າມາຮັບຕຳແໜ່ງປະທານາທິບໍດີ ສ.ເກົາຫລີ ໂດຍກ່ອນໜ້ານີ້ມີກໍລະນີຂອງນາງ ປາກ ກິນ ເຮ ອະດີດປະທານາທິບໍດີ ສ.ເກົາຫລີ ທີ່ຖືກຕັດສິນຈຳຄຸກ 20 ປີ ໃນຂໍ້ຫາສຸຈະລິດ ແລະ ລຸແກ່ອຳນາດ ຈົນເກີດການປະທ້ວງໃຫຍ່ໃນປະເທດ.

