ມອບຮັບອາຄານ ແລະ ພາຫະນະຮັບໃຊ້ວຽກງານກູ້ໄພຂອງອົງການກາແດງລາວ

ໃນວັນທີ 22 ຕຸລາ 2020 ທີ່ອົງການກາແດງ ແຂວງ ວຽງຈັນ ໄດ້ມີພິທີມອບຮັບອາຄານ ແລະ ພາຫະນະນຳສົ່ງຄົນເຈັບຂຶ້ນ ທີ່ນອນໃນໂຄງການຫຼຸດຜ່ອນຄວາມສ່ຽງໄພພິບັດ ເຊື່ອມສານວຽກງານສຸຂະພາບ, ແມ່ນປະຕິບັດໜ້າທີ່ຊ່ວຍເຫຼືອດ້ານມະນຸດສະທຳຕໍ່ຜູ້ປະສົບເຄາະຮ້າຍຈາກໄພພິບັດຕ່າງໆ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນການເຝົ້າລະວັງ ແລະ ຮັບມືກັບໄພພິບັດທີ່ຈະເກີດຂຶ້ນ, ໂຄງການນີ້ໄດ້ໃຫ້ການ ຊ່ວຍເຫຼືອປະຊາຊົນຊາວແຂວງວຽງຈັນ ເຊິ່ງເລີ່ມຕົ້ນປະຕິບັດແຕ່ປີ 2016 ເປັນຕົ້ນມາເຊິ່ງກວມເອົາ 06 ເມືອງຄື ເມືອງໂພນໂຮງ, ເມືອງວັງວຽງ, ເມືອງຊະນະຄາມ, ເມືອງເຟືອງ, ເມືອງໝື່ນ, ແລະ ເມືອງ ທຸລະຄົມ ແຂວງ ວຽງຈັນ, ມີ 32 ບ້ານເປົ້າໝາຍທີ່ມີຄວາມສ່ຽງຈາກໄພພິບັດ, ມີປະຊາຊົນໄດ້ຮັບຜົນປະໂຫຍດ 10,173 ຫຼັງຄາ, 10,398 ຄອບຄົວ, ສ້າງອາສາສະໝັກບ້ານໄດ້ 196 ຄົນ, ຍິງ 61 ຄົນ ແລະໄດ້ສະຫນັບສະຫນູນອຸປະກອນເຕືອນໄພ, ຫີບຢາປະຖົມພະຍາບານປະຈຳບ້ານ, ເຮືອຈຳນວນ 4 ລຳ ແລະ ເງິນຈຳນວນຫນຶ່ງເພື່ອເປັນກອງທຶນບ້ານ ໃນການນຳໃຊ້ເຂົ້າໃນການບໍລິຫານ ຜ່ອນຄວາມສ່ຽງໄພພິບັດ ແລະ ໄລຍະສຸດທ້າຍຂອງໂຄງການນີ້ແມ່ນສະຫນັບສະຫນູນວຽກງານຄວາມປອດໄພທາງຖະໜົນ ເລີ່ມຕົ້ນໃນປີ 2019 ເປັນຕົ້ນໄດ້ສະໜອງລົດນຳສົ່ງຄົນເຈັບ 01 ຄັນ, ພ້ອມອຸປະກອນການແພດ ຝຶກອົບຮົມການປະຖົມພະຍາບານຂັ້ນຕົ້ນ ໃຫ້ອາສາສະໝັກກູ້ຊີບ-ກູ້ໄພ ແລະ ເປີດບໍລິການເພື່ອຊ່ວຍເຫຼືອຜູ້ເຄາະຮ້າຍຈາກອຸປະຕິເຫດຈາກທ້ອງຖະໜົນ, ສ້າງອາຄານ1ຫລັງໃຫ້ອາສາສະໝັກ ມີຈຳນວນ 3 ຫ້ອງ, ມີຄວາມຍາວ 9ແມັດ, ຄວາມກ້ວາງ 6ແມັດ, ມຸງດ້ວຍແຜ່ນອາລູຊິງ, ພື້ນເທດ້ວຍເບຕົ້ງເສີມເຫລັກ, ນອກຈາກນັ້ນ, ກໍ່ຍັງໄດ້ສ້າງບ່ອນຈອດລົດ ປັບປຸງໂຄງລ່າງພື້ນຖານ ພ້ອມດ້ວຍອຸປະກອນຮັບໃຊ້ ແລະ ມອບລົດຕູ້ຍີ່ຫໍ້ໂຕໂຢຕາຈຳນວນ 1 ຄັນເພື່ອຮັບໃຊ້ນຳສົ່ງຄົນສົ່ງເຈັບ ໃຫ້ແກ່ໜ່ວຍກູ້ໄພ 1625 ອົງການກາແດງແຂວງວຽງຈັນ ເພື່ອສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ໜ່ວຍງານດັ່ງກ່າວເພື່ອໃຫ້ທັນເວລາ ແລະ ຖືກຕາມຫຼັກເຕັກນິກວິຊາການ, ຜ່ານການຈັດຕັ້ງປະຕິບັດກິດຈະກຳທີຜ່ານມາຄິດເປັນມູນຄ່າທັງໝົດ 3,240,000,000 ກີບ.ເຊິ່ງໄດ້ຮັບການສະໜັບສະໜູນ ຈາກສະພາກາແດງ ສ ປ ຈີນ, ກ່າວມອບໂດຍທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ກ່າວຮັບໂດຍທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງ ແຂວງ ວຽງຈັນ, ມີບັນດາພະແນກການອອ້ມຂ້າງແຂວງ, ພໍ່ແມ່ປະຊາຊົນ ແລະ ນັກທຸລະກິດພາຍໃນແຂວງເຂົ້າຮ່ວມ, ໃນໂອກາດດັ່ງກ່າວ, ທ່ານປະທານອົງການກາແດງລາວ ກໍ່ໄດ້ສະເໜີຕໍ່ຄະນະນຳແຂວງ ຈົ່ງໃຫ້ການສະໜັບສະໜູນ ແລະ ປຸກລະດົມການປະກອບສ່ວນພາຍໃນແຂວງໃຫ້ຫຼາຍຂຶ້ນ, ເພາະວຽກງານດັ່ງກ່າວ,ແມ່ນມີຄວາມສຳຄັນຫຼາຍຕໍ່ພໍ່ແມ່ປະຊາຊົນຊາວແຂວງ ວຽງຈັນ, ໃຫ້ພະນັກງານ – ອາສາສະໝັກ ທີ່ຮັບຜິດຊອບ ຈົ່ງເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ໃຫ້ມີຄວາມເຂັ້ມແຂງ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າ, ອົງການກາແດງລາວຈະປະກອບສ່ວນພົວພັນຮ່ວມມືກັບສາກົນ ເພື່ອຍາດແຍ່ງການຊ່ວຍເຫຼືອເພື່ອພັດທະນາວຽກງານນີ້ ໃຫ້ມີການພັດທະນາ ແລະ ຄວາມທັນສະໄໝໃນອະນາຄົດ.

