ສະເປນ ປະກາດພາວະສຸກເສີນ ໂຄວິດ-19 ຄັ້ງທີ 2

ລັດຖະບານ ສະເປນ ປະກາດສະຖານະການສຸກເສີນຈາກວິດກິດ ໂຣກລະບາດໂຄວິດ-19 ເປັນຄັ້ງທີ 2 ນັບຕັ້ງແຕ່ຕົ້ນປີນີ້ ແລະ ບັງຄັບໃຊ້ ເຄີຟິວ ໃນເວລາກາງຄືນ ເປັນເວລາຢ່າງໜ້ອຍ 15 ວັນ ແຕ່ກໍມີທ່າອ່ຽງວ່າຈະດົນກ່ວານັ້ນກໍເປັນໄປໄດ້.

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງ ມາດຣີດ ປະເທດສະເປນ ເມື່ອວັນທີ 26 ຕຸລານີ້ວ່າ ນາຍົກລັດຖະມົນຕີ ເປໂຣ ຊານເຊຍຖະແຫຼງຜ່ານສະຖານີ ໂທລະທັດແຫ່ງຊາດ ເມື່ອວັນອາທິດທີ່ຜ່ານມາ ປະກາດສະຖານະການສຸກເສີນດ້ານສາທາລະນະສຸກ ເນື່ອງຈາກວິກິດການແຜ່ລະບາດຂອງໂຣກໂຄວິດ-19 ໂດຍທຸກພື້ນທີ່ຂອງປະເທດ ຍົກເວັ້ນໝູ່ເກາະ ຄະແນຣີ ຕ້ອງຢູ່ພາຍໃຕ້ ເຄີຟິວ ຊຶ່ງຈະມີຜົນບັງຄັບໃຊ້ໃນລະຫວ່າງເວລາ 23:00 ໂມງເຖິງ 6:00 ໂມງເຊົ້າມື້ຕໍ່ມາຂອງແຕ່ລະວັນ.

ທັງນີ້ ເຄີຟິວ ຈະມີຜົນບັງຄັບໃຊ້ ໃນເບື້ອງຕົ້ນເປັນເວລາ 15 ວັນ ແຕ່ ຊານແຊດ ກ່າວວ່າ ເຂົາຈະຂໍໃຫ້ຂະຫຍາຍເວລາເປັນ 6 ເດືອນ ໃນຂະນະທີ່ມາດຕະການທາງສັງຄົມດ້ານອື່ນໆ ຊຶ່ງອາດມີຜົນບັງຄັບໃຊ້ນານເຖິງເຄິ່ງປີເຊັ່ນກັນ ລວມເຖິງການຈຳກັດ ການໂຮມຊຸມນຸມໃນສະຖານທີ່ສາທາລະນະບໍ່ເກີນ 6 ຄົນ ຂະນະທີ່ຕຳຫຼວດຈະຜັດປ່ຽນກັນກັນເວນຍາມ ເພື່ອລາດຕະເວນຕະຫຼອດຊ່ວງເວລາເຄີຟິວ ມີອຳນາດກວດຄົ້ນ ຈັບກຸມ ແລະ ສັ່ງປັບໄໝບຸກຄົນທີ່ລະເມີດມາດຕະການໄດ້.