ໜາວໆແບບນີ້ເໝາະເລີຍ ບໍ່ນໍ້າຮ້ອນ ເມືອງຮ້ຽມ

ໃນໄລຍະນີ້ໃຜໆ ກະຄົງຮູ້ແລ້ວວ່າອາກາດຢູ່ແຂວງ ຫົວພັນເລີ່ມໜາວແລ້ວ ແລະເໝາະສົມກັບການໄປທ່ຽວເບິ່ງທຳມະຊາດທີ່ສວຍສົດງົດງາມ. ນອກຈາກຈະມີອາກາດດີແລ້ວຍັງມີຈຸດສຳຄັນທີ່ຈະມາແນະນຳໃຫ້ຮູ້ນຳກັນ. ໃນນັ້ນກະແມ່ນບໍ່ນໍ້າຮ້ອນ ເມືອງຮ້ຽມ ອຸນນະພູມຮ້ອນເຖິງ 100 ອົງສາ ທຳມະຊາດງາມ ໜ້າສຳພັດ ບໍ່ນໍ້າຮ້ອນແຫ່ງນີ້ແມ່ນຕັ້ງຢູ່ ເມືອງຮ້ຽມ ແຂວງ ຫົວພັນ ຢູ່ຫ່າງຈາກເມືອງຊໍາເໜຶອ 155km.

ເຊິ່ງ ບໍ່ນ້ຳຮ້ອນແຫ່ງນີ້ມີອຸນນະພູມຮ້ອນເຖິງ 100 ອົງສາກັນເລີຍ ແລະ ຍັງເປັນສະຖານທີ່ພັກຜ່ອນຢ່ອນໃຈ ແລະ ຜ່ອນຄາຍຈາກຄວາມອິດເມື່ອຍຕ່າງໆ ຂອງປະຊາຊົນໃນເຂດນັ້ນ.
ໂດຍສະເພາະແມ່ນໃນຊ່ວງລະດູໜາວທີ່ຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຢ້ຽມຢາມຢ່າງບໍ່ຂາດສາຍ.
ອີງຕາມການບອກເລົ່າຂອງປະຊາຊົນແຖວນັ້ນໄດ້ບອກວ່າ ນ້ຳໃນບໍ່ຮ້ອນ ສາມາດຕົ້ມໄຂ່ເປັນໜ່ວຍໃຫ້ສຸກໄດ້ເລີຍ ຖ້າເຮົາປະໄວ້ດົນພໍ. ຈີງແທ້ແນ່ນອນຊໍາໃດ ຜູ້ໃດໄດ້ໄປສໍາພັດມາແລ້ວມາເລົ່າໃຫ້ແອັດຟັງແນ່ເດີ້.

