ນາຍົກລັດຖະມົນຕີ ໂອ້ລົມຄະນະບໍລິຫານງານພັກແຂວງສະຫວັນນະເຂດ

ໃນໂອກາດເຂົ້າຮ່ວມບັ້ນດຳເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກແຂວງສະຫວັນນະເຂດ ທ້າຍສະໄໝທີ VIII ທີ່ໄດ້ຈັດຂຶ້ນໃນວັນທີ 21-22 ຕຸລານີ້ ທີ່ຫ້ອງວ່າການແຂວງດັ່ງກ່າວ ໂດຍມີ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ ແລະ ບັນດາສະຫາຍຄະນະບໍລິຫານງານພັກແຂວງ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກເຂົ້າຮ່ວມ.
ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນຳຕໍ່ຄະນະບໍລິຫານງານພັກແຂວງດັ່ງກ່າວ ເຊິ່ງສະຫາຍນາຍົກລັດຖະມົນຕີ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດອັນພົ້ນເດັ່ນຈາກການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກແຂວງ ໂດຍສະເພາະການເຕົ້າໂຮມຄວາມສາມັກຄີ, ການປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ-ສັງຄົມ, ພັດທະນາຊົນນະບົດ, ການແກ້ໄຂໄພພິບັດນໍ້າຖ້ວມ, ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ, ອັນສຳຄັນ ສະຫາຍ ທອງລຸນ ສີສຸລິດ ໄດ້ຊີ້ນຳໃຫ້ບັນດາສະຫາຍຄະນະບໍລິຫານງານພັກແຂວງນຳໄປຄົ້ນຄວ້າ ແລະ ພ້ອມກັນຈັດຕັ້ງປະຕິບັດ ແລະ ກຳແໜ້ນກ່ຽວກັບຈຸດປະສົງ ແລະ ເປົ້າໝາຍໃນການດຳເນີນຊີວິດການເມືອງຄັ້ງນີ້ ລວມທັງການກະກຽມບຸກຄະລະກອນ ເພື່ອສືບຕໍ່ລົງສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງຊຸດໃໝ່ໃຫ້ຮັບປະກັນໄດ້ທັງສາມລຸ້ນ (ລຸ້ນອາວຸໂສ, ລຸ້ນກາງ, ລຸ້ນໜຸ່ມ), ເພດ ແລະ ເຜົ່າ, ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ປະກອບຄໍາຄິດເຫັນຢ່າງພາວະວິໄສຕໍ່ຮ່າງບົດສໍາຫລວດການນຳພາລວມຂອງຄະນະບໍລິຫານງານພັກແຂວງ ເພື່ອໄຈ້ແຍກໃຫ້ເຫັນອັນດີ-ອັນອ່ອນ-ຂໍ້ຄົງຄ້າງຕ່າງໆ ເພື່ອມີທິດທາງປັບປຸງແກ້ໄຂໃນຕໍ່ໜ້າ, ການສໍາຫລວດບຸກຄົນໃຫ້ບັນດາສະຫາຍ ຄະນະບໍລິຫານງານພັກແຂວງ ສຸມໃສ່ລົງເລິກຕີລາຄາຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມຮູ້ຄວາມສາມາດ, ສະຕິຕໍ່ການຈັດຕັ້ງ, ຄວາມເປັນແບບຢ່າງນຳໜ້າ, ແບບແຜນວິທີເຮັດວຽກ, ແບບແຜນການດຳລົງຊີວິດ ແລະ ອື່ນໆ. ພ້ອມກັນນັ້ນ, ກໍໃຫ້ໝູ່ຄະນະມີຄໍາເຫັນຕຳນິສົ່ງຂ່າວ ເພື່ອກໍ່ສ້າງເຊິ່ງກັນ ແລະ ກັນດ້ວຍຄວາມຈິງໃຈ, ກົງໄປກົງມາ, ຖືກຕ້ອງກັບຄວາມເປັນຈິງ, ໃຫ້ພ້ອມກັນຄົ້ນຄວ້າ ແລະ ກວດກາຄືນບັນດາຄຳເຫັນໃນການສຳຫລວດກວດກາກັນໃນໄລຍະຜ່ານມາ, ອັນໃດຖືກຕ້ອງກັບຄວາມເປັນຈິງກໍສືບຕໍ່ນຳໄປປັບປຸງແກ້ໄຂໃຫ້ມີການຫັນປ່ຽນທີ່ດີຂຶ້ນ, ອັນໃດບໍ່ມີມູນຄວາມຈິງ ກໍໃຫ້ນຳໄປເປັນຄະຕິເຕືອນໃຈ ແລະ ບົດຮຽນໃນອະນາຄົດ ບໍ່ໃຫ້ເກີດມີເຫດການຄືຫາງສຽງດັ່ງກ່າວ ຊຶ່ງທັງໝົດນັ້ນກໍເພື່ອແນໃສ່ເຮັດໃຫ້ອົງຄະນະພັກແຂວງສະຫວັນນະເຂດມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ.

