ລັດເຊຍ ຕິດເຊື້ອໂຄວິດ ລາຍວັນ ທຳລາຍສະຖິຕິ

ເຈົ້າຄອງນະຄອນ ມົສກູ ຢືນຢັນ ບໍ່ຕ້ອງເພີ່ມຄຸມເຂັ້ມ
ລັດເຊຍລາຍງານຜູ້ຕິດເຊື້ຶອໂຄວິດ-19 ທຳລາຍສະຖິຕິລາຍວັນ ເມື່ອວັນຈັນທີ 19 ຕຸລາ ແຕ່ເຈົ້າຄອງນະຄອນ ມົສກູ ຢືນຢັນ ບໍ່ຈຳເປັນຕ້ອງໃຊ້ມາດຕະການເຂັ້ມງວດຫຼາຍກ່ວາທີ່ເປັນຢູ່ໃນປັດຈຸບັນ.
ສຳນັກຂ່າວ ແຊນເນລນິວສເອເຊຍ ລາຍງານວ່າ ລັດຖະບານລັດເຊຍ ເປີດເຜີຍໃນວັນທີ19 ຕຸລາວ່າ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ ພາຍໃນປະເທດ 15,982 ຄົນໃນຊ່ວງ 24 ຊົ່່ວໂມງທີ່ຜ່ານມາ ນັບວ່າເປັນສະຖິຕິຜູ້ຕິດເຊື້ອລາຍວັນທີ່ສູງທີ່ສຸດນັບຕັ້ງແຕ່ການລະບາດເລີ່ມຕົ້ນຂຶ້ນ ເຮັດໃຫ້ຍອດຜູ້ຕິເຊື້ອສະສົມເພີ່ມເປັນ 1,415,316 ຄົນ.
ນອກຈາກນີ້ເຈົ້າໜ້າທີ່ລັດເຊຍຍັງເປີດເຜີຍວ່າ ໃນຊ່ວງເວລາດັ່ງກ່າວມີຜູ້ເສຍຊີວິດເພີ່ມອີກ 179 ຄົນ ເຮັດໃຫ້ຍອດຜູ້ເສຍຊີວິດເພີ່ມເປັນ 24,366 ຄົນແລ້ວ.

