ຄວາມແອອັດຕາມເສັ້ນທາງຕະຫຼາດຂົວດິນໄດ້ຮັບການແກ້ໄຂແລ້ວປະມານ 90%

ຫຼັງຈາກມີແຈ້ງການຂອງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນກ່ຽວກັບການຈັດສັນຄວາມເປັນລຽບບໍລິເວນເສັ້ນທາງຕະຫຼາດຂົວດິນ ແລະ ການລົງປະຕິບັດຕົວຈິງມາປະມານ 1 ອາທິດ ແລະ ເຫັນວ່າເສັ້ນທາງດັ່ງກ່າວມີຄວາມເປັນລະບຽບຮຽບຮ້ອຍ ແລະ ຈົບງາມຂຶ້ນກວ່າເກົ່າ ຍ້ອນການເອົາໃຈໃສ່ຂອງພາກສ່ວນກ່ຽວຂ້ອງ,  ເຈົ້າໜ້າທີ່ຈະລາຈອນ  ແລະ ການໃຫ້ຄວາມຮ່ວມມືຈາກປະຊາຊົນ ແລະແມ່ຄ້າຊາວຂາຍໃນບໍລິເວນດັ່ງກ່າວ.

ແມ່ຄ້າຄົນໜຶ່ງທີ່ຂາຍເຄື່ອງຢູ່ໃນບໍລິເວນນີ້ໃຫ້ຮູ້ວ່າ: ນັບຕັ້ງແຕ່ ມີການລົງມາຈັດສັນຄວາມເປັນລະບຽບໃນເສັ້ນທາງຕະຫຼາດຂົວດິນ ແຕ່ວັນທີ 21 ມິຖຸນາ ເປັນຕົ້ນມາ ເຖິງຈະມີຄວາມຫຍຸ້ງຍາກແດ່ ແກ່ຜູ້ທໍາມາຫາກິນໃນບໍລິເວນດັ່ງກ່າວ ນັ້ນກໍເປັນໜ້າທີ່ ແລະຄວາມຮັບຜິດຊອບລວມຂອງສັງຄົມ ທີ່ຈະຕ້ອງໄດ້ພ້ອມກັນເຮັດກໍສາມາດຊ່ວຍໃຫ້ບໍລິເວນນີ້ບໍ່ມີຄົນຂາຍເຄື່ອງຕາມແຄມທາງການຈອດລົດ ຫຼືບ່ອນຝາກລົດຕາມແຄມທາງຍ່າງແອອັດດັ່ງເມື່ອກ່ອນແລ້ວ ແລະໄດ້ຊ່ວຍໃຫ້ມີຄວາມເປັນລະບຽບ ແລະສະດວກສະບາຍຫຼາຍຂຶ້ນ ແລະ ປັດຈຸບັນກໍາລັງເຈົ້າໜ້າທີພວມເຄັ່ງຮ້ອນປັບປຸງຂີດເສັ້ນຈະລາຈອນ ແລະທາສີຕາມຂອບທາງຄືນໃຫມ່ ແລະ ກໍຈະເຮັດຮົ້ວໃສ່ແຄມທາງຕັ້ງແຕ່ໄຟແດງວັດທາດຝຸ່ນໄປຮອດໄຟແດງແພດສາດເພື່ອຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.  ແລະສ້າງໃຫ້ຄໍາຂວັນ 6 ສ ຂອງນະຄອນຫຼວງປະກົດຜົນເປັນຈິງ ໂດຍສະເພາະ ສ ສະອາດ, ສ ສະຫງົບ ແລະສ ສະຫວ່າງ.