ນໍ້າຖ້ວມ ດິນຖະຫຼົ່ມໃນ ຫວຽດນາມ ຍອດຜູ້ເສຍຊີວິດພຸ່ງເກີນ 70 ຄົນ

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງ ຮ່າໂນ້ຍ ເມື່ອວັນທີ 18 ຕຸລານີ້ວ່າ ຄະນະກຳມາທິການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດຂອງຫວຽດນາມລາຍງານຄວາມຄືບໜ້າຂອງສະຖານະການອຸທົກກະໄພຊຶ່ງເກີດຂຶ້ນເປັນວົງກ້ວາງໃນເຂດພາກກາງຂອງຫວຽດນາມ ຈາກອິດທິພົນຂອງລົມມໍລະສຸມ ແລະ ພາຍຸອີກຫຼາຍຫົວຕັ້ງແຕ່ຕົ້ນເດືອນນີ້ ວ່າຈຳນວນຜູ້ເສຍຊີວິດເພີ່ມຂຶ້ນຫຼາຍກ່ວາ 70 ຄົນ ສ່ວນຫຼາຍແມ່ນຢູ່ໃນພາກກາງຂອງປະເທດ ແລະ ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດ ພະຍາກອນວ່າ ຝົນຍັງຈະຕົກຕໍ່ເນື່ອງໃນຕົ້ນອາທິດນີ້

ຂະນະດຽວກັນມີລາຍງານວ່າ ມີດິນຖະຫຼົ່ມຄ້າຍທະຫານແຫ່ງໜຶ່ງເສຍຫາຍ ສົ່ງຜົນໃຫ້ທະຫານເສຍຊີວິດຢ່າງໜ້ອນ 7 ນາຍ ແລະ ສູນຫາຍອີກ 17 ນາຍ ຊຶ່ງທຸກຝ່າຍກຳລັງລະດົມການຄົ້ນຫາ ໂດຍເຫດການດັ່ງກ່າວເກີດຂື້ນພາຍຫຼັງນາຍທະຫານ 13 ຄົນເສຍຊີວິດລະຫວ່າງປະຕິບັດການຄົ້ນຫາ ແລະ ຊ່ວຍເຫຼືອປະຊາຊົນຈາກເຫດດິນຖະຫຼົ່ມໃກ້ກັບບໍລິເວນເຂື່ອນໄຟຟ້າແຫ່ງໜຶ່ງທີ່ແຂວງ ເທືອທຽນເວ້ ແລະ ມີຄົນງານຂອງເຂື່ອນໄຟຟ້າເສຍຊີວິດຢ່າງໜ້ອຍ 15 ຄົນ.