ໃນວັນທີ 18 ຕຸລາ 2020 ການນຳ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ນຳໂດຍ ທ່ານ ແສງທອງ ວັງແກ້ວມະນີ ເຈົ້ານະຄອນ ພ້ອມດວ້ຍຄະນະ ໄດ້ນຳເອົາເສື້ອຊູຊີບ, ນ້ຳດື່ມ, ໝີ່ສຳເລັດຮູບ, ປາກະປ໋ອງ, ຜ້າອັດປາກ-ອັດດັງ, ເຈວລ້າງມື ລວມມູນຄ່າທັງໝົດ ເກືອບ 10 ລ້ານກີບ ມອບໃຫ້ ເມືອງສອງຄອນ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ໄພນ້ຳຖ້ວມ ແລະ ແບ່ງເບົາຄວາມຫຍຸ້ງຍາກຂັດສົນ ຊ່ວຍພີ່ນ້ອງປະຊາຊົນ ທີ່ຮັບຜົນກະທົບຈາກອຸທົກກະໄພ.
ຕາມຂໍ້ມູນຈາກເພຈ ກູ້ໄພສະຫວັນນະເຂດ ລາຍງານໃນຕອນເຊົ້າ ວັນທີ 19 ຕຸລາ 2020 ວ່າ: ສະຖານະການນ້ຳຖ້ວມຢູ່ເມືອງສອງຄອນ ຫນ້າເປັນຫ່ວງ ລະດັບເຊບັັງຫຽງ ເພີ່ມຂື້ນຕ່ໍເນື່ອງ ວັດແທກໄດ້ 16,96 ແມັດ ເລີ່ມໄຫລລົ້ນຝັ່ງ.