ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 15 ຕຸລາ 2020

- ລັດຖະບານໄທປະກາດສະຖານະການສຸກເສີນ ແລະ ຫ້າມການຊຸມນຸມເກີນ 4 ຄົນຫລັງຈາກການປະທ້ວງໂດຍສັນຕິ ເພື່ອຮຽກຮ້ອງການຟື້ນຟູປະຊາທິປະໄຕ ແລະ ກຳນົດໃຫ້ມີການກວດສອບອຳນາດຂອງສະຖາບັນກະສັດ. ຂະນະທີ່ຜູ້ນຳການປະທ້ວງຫລາຍຄົນຖືກຈັບກຸມ. ຂະນະທີ່ພວກເຂົາກ່າວວ່າ: ການປະກາດສະຖານະການນັ້ນມີໄວ້ເພື່ອ “ຮັກສາຄວາມສະຫງົບຮຽບຮ້ອຍ” ແຕ່ໃນອີກມຸມໜຶ່ງ ກໍລວມທັງການປິດກັ້ນເສລີພາບຂອງສື່ມວນຊົນ.
- YouTube ເຊິ່ງເປັນແພກຟອມວິດີໂອຂອງ Google ໄດ້ຂະຫຍາຍກົດຕໍ່ຕ້ານເນື້ອຫາທີ່ສົ່ງເສີມຂໍ້ມູນທີ່ຜິດ ແລະ ທິດສະດີສົມຄົບຄິດກ່ຽວກັບການແຜ່ລະບາດຂອງ COVID-19 ເຊິ່ງປັດຈຸບັນຈະຫ້າມວິດີໂອທີ່ເຜີຍເນື້ອໃນປອມຕໍ່ການສັກວັກຊີນ ລວມທັງການອ້າງວ່າວັກຊີນຈະເຮັດໃຫ້ເກີດການມີລູກຍາກ ຫລື ຜູ້ຮັບວັກຊີນຈະຖືກຝັງໄມໂຄຣຊິບໄວ້ໃນຕົວພວກເຂົາ ເຊິ່ງຂັດແຍ່ງກັບຫລັກການດຳເນີນງານຂອງໜ່ວຍງານດ້ານສຸຂະພາບໃນພື້ນທີ່ ຫລື ອົງການອະນາໄມໂລກ.
- ໃນຂະນະດຽວກັນ Twitter ແລະ Facebook ກໍຮ່ວມກັນບລັອກການເຊື່ອມໂຍງໄປຫາບົດຄວາມຂອງ New York Post ກ່ຽວກັບ Hunter Biden ເຊິ່ງເປັນລູກຊາຍຂອງ Joe Biden ແລະ ກິດຈະກຳຂອງທ່ານໃນປະເທດຢູເຄຣນ.
Jack Dorsey ເຊິ່ງເປັນ CEO ຂອງ Twitter ຂໍໂທດທີ່ບໍ່ສາມາດຊີ້ແຈງເຫດຜົນໄດ້. ຂະນະທີ່ບໍລິສັດມີນະໂຍບາຍໃນການບລັອກລິງໄປເນື້ອໃນທີ່ຖືກແຮັກ ແລະ ລາຍລະອຽດສ່ວນບຸກຄົນ ເຊັ່ນໝາຍເລກໂທລະສັບ, ສ່ວນພັກອະນຸລັກນິຍົມໄດ້ຮ້ອງໃຫ້ມີການກວດສອບເລື່ອງນີ້.
- ປະເທດຝຣັ່ງໄດ້ກຳນົດເຄີຟິວໃນໄລຍະກາງຄືນສຳລັບນະຄອນຫລວງປາຣີ ແລະ ເມືອງໃຫຍ່ອີກ 8 ເມືອງ ເພື່ອຕໍ່ສູ້ກັບຈຳນວນຜູ້ຕິດເຊື້ອ COVID-19 ທີ່ເພີ່ມຂຶ້ນຢ່າງວ່ອງໄວ ໂດຍຜູ້ຝ່າຝືນຈະຖືກປັບ 135 ເອີຣົບ (160 ໂດລາ). ຂະນະທີ່ລັດຖະບານອັງກິດປະກາດ Lockdown ໃນນະຄອນຫລວງລອນດອນ ເຊິ່ງຫ້າມບໍ່ໃຫ້ຊາວລອນດອນປະປົນກັບຜູ້ຄົນຈາກຄອບຄົວໃນພື້ນທີ່ອື່ນໆພາຍໃນເຮືອນນັບແຕ່ທ່ຽງຄືນຂອງວັນທີ 16 ຕຸລາເປັນຕົ້ນໄປ.
- Sooronbay Jeyenbekov ປະທານາທິບໍດີຂອງ Kyrgystan ປະກາດວ່າທ່ານຈະລົງຈາກຕຳແໜ່ງ ຫລັງຈາກການເລືອກຕັ້ງລັດຖະສະພາເກີດຂໍ້ຂັດແຍ່ງເມື່ອວັນທີ 4 ຕຸລາ ເຊິ່ງກະຕຸ້ນໃຫ້ເກີດການປະທ້ວງຢ່າງກວ້າງຂວາງ ລວມທັງການບຸກໂຈມຕີອາຄານຂອງລັດຖະບານຫລາຍແຫ່ງ ຈົນລັດຖະບານຕ້ອງສົ່ງກຳລັງທະຫານເຂົ້າສູ່ Bishkek ເຊິ່ງເປັນເມືອງຫລວງຂອງປະເທດ ໂດຍ Jeyenbekov ກ່າວວ່າ: ການຢຶດອຳນາດນັ້ນ “ບໍ່ກຸ້ມຄ່າຕໍ່ຄວາມສົມບູນ ແລະ ຄວາມສາມັກຄີຂອງສັງຄົມພາຍໃນປະເທດ”.
- ຕົວເລກໃໝ່ຈາກ Eurostat ຊີ້ໃຫ້ເຫັນວ່າການຟື້ນຕົວຂອງຂະແໜງການຜະລິດຢູ່ເອີຣົບໄດ້ຢຸດລົງກ່ອນ ເຖິງວ່າຈະເປັນຊ່ວງກ່ອນອັດຕາການຕິດເຊື້ອ COVID-19 ຈະເລີ່ມເພີ່ມຂຶ້ນກ່ອນໜ້ານັ້ນ.
ການຜະລິດຂະແໜງອຸດສາຫະກຳໃນເຂດໃຊ້ເງິນເອີໂຣເພີ່ມຂຶ້ນຕໍ່າກວ່າທີ່ຄາດໄວ້ໃນເດືອນສິງຫາ 0,7% ເມື່ອທຽບໃສ່ເດືອນກ່ອນໜ້າ. ຂະນະທີ່ຜົນຜະລິດຍັງຫລຸດລົງ 7,2% ເມື່ອທຽບໃສ່ເດືອນດຽວກັນໃນປີ 2019.
- ທະນາຄານໃຫຍ່ທີ່ສຸດ 3 ແຫ່ງຂອງອາເມລິກາເປີດເຜີຍຜົນປະກອບການໄຕມາດ 3 ດ້ວຍລາຍໄດ້ທີ່ຢູ່ໃນເກນດີຈາກການຊື້ຂາຍ ແລະ ການຈັດການສິນຊິບ ເຮັດໃຫ້ກຳໄລຕໍ່ຫຸ້ນຂອງ Goldman Sachs ເພີ່ມຂຶ້ນເກືອບ 2 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019 ແລະ ເປັນຜົນກຳໄລສູງທີ່ສຸດນັບແຕ່ປີ 2010. ຂະນະທີ່ຄວາມສາມາດໃນການສ້າງກຳໄລຍັງເພີ່ມຂຶ້ນເຊັ່ນກັນສຳລັບ Bank of America ແລະ Wells Fargo ພ້ອມໆກັບການປ່ອຍສິນເຊື່ອທີ່ໜ້ອຍກວ່າໄຕມາດກ່ອນໜ້າ.
- ປະເທດອິດສະລາແອນ ໄດ້ອະນຸມັດການສ້າງເຮືອນສຳລັບຜູ້ຕັ້ງຖິ່ນຖານໃໝ່ຫລາຍກວ່າ 1.300 ຫລັງໃນ Westbank ເຊິ່ງເປັນການອະນຸຍາດຄັ້ງທຳອິດໃນຮອບ 8 ເດືອນ ເຖິງວ່າຈະມີສັນຍາໃນຂໍ້ຕົກລົງສັນຕິພາບຫລ້າສຸດກັບສະຫະລັດອາຣັບເອມິເຣດ ວ່າຈະບໍ່ລວມດິນແດນສຳລັບຜູ້ຕັ້ງຖິ່ນຖານ, ສ່ວນແຜນສຳລັບການອະນຸມັດເພີ່ມກຳລັງຢູ່ໃນລະຫວ່າງການພິຈາລະນາ.
ຂະນະດຽວກັນ ການຂະຫຍາຍການຕັ້ງຖິ່ນຖານທີ່ກຳລັງຄືບຄານເຂົ້າມາ ໄດ້ຊຸກດັນຂໍ້ຕົກລົງໃດໆກັບຊາວປາເລັສຕິນໃຫ້ຫ່າງໄກອອກໄປຈາກເດີມ.

