ເຫັນດີຈັດງານ ບຸນທາດຫລວງ , ສ່ວນການຈັດຕະຫຼາດນັດ ແລະງານບັນເທີງຕ່າງໆແມ່ນໃຫ້ໂຈະໄວ້ກອນ

ຫ້ອງວ່າການສູນກາງພັກ ອອກແຈ້ງການເລກທີ 282/ຫສພ ວັນທີ 15 ຕຸລາ ລະບຸວ່າ:
ເຫັນດີໃຫ້ຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020.
ໃຫ້ຖືເອົາປະເພນີ ເປັນຕົ້ນຕໍ, ສ່ວນການຈັດຕະຫຼາດນັດ ແລະງານບັນເທີງຕ່າງໆແມ່ນໃຫ້ໂຈະໄວ້ກອນ, ພ້ອມທັງເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ ຄະນະສະເພາະກິດໄດ້ກໍານົດ,
ໃຫ້ໂຄສະນາປະຊາສໍາພັນໃຫ້ປະຊາຊົນ ແລະ ມວນຊົນທີ່ມາຮ່ວມງານເຂົ້າໃຈ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ມີບັນຍາກາດ ແລະ ຮັບປະກັນ.
ດັ່ງນັ້ນ, ຈຶ່ງຖືເປັນກຽດແຈ້ງມາຍັງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະຄະນະປະຈໍາ ພັກນະຄອນຫຼວງວຽງຈັນ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມການຊີ້ນໍາຂອງຂັ້ນເທິງ.

