ກອງປະຊຸມອົງການກາແດງ ແລະ ຊີກວົງເດືອນແດງ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 17

ກອງປະຊຸມຄະນະນຳອົງການກາແດງ ແລະ ຊີກວົງເດືອນແດງອາຊີຕາເວັນອອກສຽງໃຕ້ ຄັ້ງທີ 17 ຜ່ານລະບົບວິດີໂອທາງໄກ ໄດ້ຈັດຂຶ້ນໃນແຕ່ວັນທີ 14-15 ຕຸລານີ້ ພາຍໃຕ້ການເປັນປະທານຂອງສະພາກາແດງຫວຽດນາມ, ໂດຍທ່ານ ວູດັກດຳ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ໃຫ້ກຽດເຂົ້າຮ່ວມກ່າວເປີດກອງປະຊຸມດັ່ງກ່າວ ເພື່ອເປີດໂອກາດໃຫ້ບັນດາຄະນະນຳຂອງອົງການກາແດງບັນດາປະເທດອາຊີຕາເວັນອອກສຽງໃຕ້ ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນຕໍ່ບັນຫາ ແລະ ສິ່ງທ້າທ້າຍຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດວຽກງານມະນຸດສະທຳໃນປະເທດ ແລະ ລະດັບສາກົນ ນັບທັງບັນຫາຄວາມກຽມພ້ອມໃນການຮັບມືກັບໄພພິບັດຕ່າງໆ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ, ການສ້າງເຄືອຂ່າຍການປະສານງານຂອງຂະແໜງການຕ່າງໆ ໃນຂະບວນການກາແດງ ແລະ ຊີກວົງເດືອນແດງ, ການເພີ່ມທະວີການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນລະຫວ່າງອົງການກາແດງໃນພາກພື້ນ ແລະ ບັນຫາຕ່າງໆ.
ໃນປີນີ້, ໄດ້ສຸມໃສ່ບັນຫາຫລັກທີ່ທົ່ວໂລກກຳລັງຜະເຊີນຢູ່ ຄືການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະການຖອດຖອນບົດຮຽນໃນການຮັບມື ກັບການລະບາດດັ່ງກ່າວໃນຮອບທຳອິດ ເພື່ອກຽມພ້ອມຕອບໂຕ້ຫາກເກີດຂຶ້ນຮອບສອງ.


