ນ້ຳຖ້ວມຢູ່ຫວຽດນາມ ແລະ ກຳປູເຈຍ ເສຍຊີວິດເກືອບ 40 ຄົນ

ຫວຽດນາມ ແລະ ກຳປູເຈຍຍັງຜະເຊີນຄວາມເດືອດຮ້ອນຈາກອຸທົກກະໄພທີ່ເກີດຂຶ້ນນັບແຕ່ຕົ້ນເດືອນຕຸລານີ້ ສົ່ງຜົນໃຫ້ມີຜູ້ເສຍຊີວິດລວມກັນຢ່າງເປັນທາງການເກືອບ 40 ຄົນແລ້ວ. ຂະນະທີ່ພາຍຸຍັງຂຶ້ນພັດຂຶ້ນຝັ່ງອີກ.
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 13 ຕຸລາວ່າ: ຄະນະກຳມາທິການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດຂອງຫວຽດນາມ ລາຍງານຄວາມຄືບໜ້າຂອງສະຖານະການອຸທົກກະໄພ ເຊິ່ງເກີດຂຶ້ນເປັນວົງກວ້າງໃນເຂດພາກກາງຂອງປະເທດ ຈາກອິດທິພົນຂອງຮ່ອງມໍລະສຸມນັບແຕ່ຕົ້ນເດືອນນີ້ ແລະ ອິດທິພົນຂອງພາຍຸຫລິ່ນຟາ ຕະຫລອດຈົນພາຍຸນັງກາ ເຊິ່ງເຄື່ອນຕົວໃກ້ເຂົ້າມາ ວ່າຈຳນວນຜູ້ເສຍຊີວິດເພີ່ມເປັນຢ່າງໜ້ອຍ 29 ຄົນ, ແຕ່ຍັງມີຜູ້ສູນຫາຍອີກຢ່າງໜ້ອຍ 12 ຄົນ.
ຂະນະທີ່ເຮືອນຫລາຍກວ່າ 130.000 ຫລັງ ແລະ ເນື້ອທີ່ກະສິກຳຫລາຍກວ່າ 250.000 ໄລ່ ໄດ້ຮັບຄວາມເສຍຫາຍ ໂດຍພື້ນທີ່ທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດຍັງເປັນທາງຕອນກາງ ລວມທັງແຂວງກວາງຈິ, ກວາງນາມ, ເຖື່ອທຽນເຫວ້ ແລະ ເມືອງດານັງ ຕະຫລອດຈົນພື້ນທີ່ຮາບສູງຕອນກາງ ເຊິ່ງເປັນແຫລ່ງປູກກາເຟທີ່ສຳຄັນຂອງປະເທດ.
ໃນເວລາດຽວກັນ, ຄະນະກຳມາທິການແຫ່ງຊາດດ້ານການບໍລິຫານແກ້ໄຂໄພພິບັດຂອງກຳປູເຈຍ ລາຍງານຈຳນວນຜູ້ເສຍຊີວິດຈາກນ້ຳຖ້ວມໜັກ ເຊິ່ງເປັນຜົນມາຈາກອິດທິພົນຂອງຮ່ອງມໍລະສຸມທີ່ແຜ່ປົກຄຸມນັບແຕ່ຕົ້ນເດືອນນີ້ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 11 ຄົນ ໂດຍແຂວງພຣະຕະບອງ ເຊິ່ງຢູ່ທາງຕາເວັນຕົກສຽງເໜືອ ແລະ ແຂວງໂພທິສັດ ເຊິ່ງຢູ່ທາງຕາເວັນຕົກຕອນກາງ ໄດ້ຮັບຜົນກະທົບຫລາຍທີ່ສຸດ. ນອກຈາກນີ້ ເຮືອນຫລາຍກວ່າ 25.000 ຫລັງ ແລະ ເນື້ອທີ່ກະສິກຳຫລາຍກວ່າ 525.000 ໄລ່ ໄດ້ຮັບຄວາມເສຍຫາຍ.

