ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 12 ຕຸລາ 2020

- ຈຳນວນຜູ້ຕິດເຊື້ອ COVID-19 ທີ່ໄດ້ຮັບການຢືນຢັນແລ້ວຂອງອິນເດຍທະລຸ 7 ລ້ານຄົນ ໃນວັນທີ 12 ຕຸລານີ້ ແລະ ມີຜູ້ເສຍຊີວິດຫລາຍກວ່າ 108.000 ຄົນ. ຂະນະທີ່ກະຊວງສາທາລະນະສຸກຂອງບຣາຊິລຢືນຢັນວ່າມີຜູ້ເສຍຊີວິດຈາກໄວຣັສໄປແລ້ວຫລາຍກວ່າ 150.000 ຄົນ.
ອິນເດຍ ແລະ ບຣາຊິລມີຜູ້ຕິດເຊື້ອ COVID-19 ສູງເປັນອັນດັບ 2 ແລະ 3 ຂອງໂລກຕາມລຳດັບ. ຂະນະທີ່ອາເມລິກາຍັງຄອງອັນດັບ 1 ແຕ່ຄາດວ່າຈຳນວນຜູ້ຕິດເຊື້ອຂອງອິນເດຍຈະເກີນຂອງອາເມລິກາໃນມໍ່ໆນີ້.
- ໜ່ວຍງານວິທະຍາສາດແຫ່ງຊາດຂອງອົດສະຕຣາລີ ໄດ້ເຜີຍແຜ່ການວິໄຈທີ່ຊີ້ໃຫ້ເຫັນວ່າ SARS-Cov-2 ເຊິ່ງເປັນໄວຣັສທີ່ເຮັດໃຫ້ເກີດ COVID-19 ສາມາດເຮັດໃຫ້ຜູ້ຕິດເຊື້ອຜ່ານການສຳຜັດພື້ນຜິວເຊັ່ນ: ທະນະບັດ, ໜ້າຈໍໂທລະພາບ ແລະ ເຫລັກກ້າບໍ່ມີຂີ້ໝ້ຽງໄດ້ດົນເຖິງ 28 ມື້ເມື່ອຢູ່ໃນອຸນຫະພູມຫ້ອງ ແລະ ໃນບ່ອນມືດ. ຂະນະທີ່ການສຶກສາໃນຫ້ອງປະຕິບັດການກ່ອນໜ້ານີ້ຊີ້ໃຫ້ເຫັນວ່າ ໄວຣັສສາມາດຢູ່ລອດໄດ້ພຽງ 2-3 ມື້.
- Azerbaijan ກ່າວຫາວ່າ Armenia ລະເມີດການຢຸດຍິງທີ່ຣັດເຊຍເປັນຜູ້ເຈລະຈາ ແລະ ລົງນາມກັນໃນວັນທີ 10 ຕຸລາຜ່ານມາ ໂດຍການຍິງຖະຫລົ່ມເມືອງ Ganja ແລະ Mingachevir. ຂະນະທີ່ Armenia ໄດ້ປະຕິເສດ ແລະ ຕອບໂຕ້ວ່າ Azerbaijan ໄດ້ທຳລາຍການຢຸດຮົບ ໂດຍການຍິງຖະຫລົ່ມເມືອງ Stepanakert ເຊິ່ງເປັນເມືອງຫລວງຂອງເຂດ Nagorno-Karabakh ເຊິ່ງເປັນເຂດພື້ນທີ່ຂອງຊາດພັນ Armenian ໃນປະເທດ Azerbaijan ແລະ ພື້ນທີ່ເປັນສູນກາງຂອງຄວາມຂັດແຍ່ງ.
- ຍີ່ປຸ່ນສາບານວ່າຈະເພີ່ມຄວາມສາມາດໃນການຕໍ່ຕ້ານລູກສອນໄຟ ເພື່ອຕອບສະໜອງຕໍ່ໄພຄຸກຄາມທີ່ມີຄວາມສັບຊ້ອນ ແລະ ຫລາກຫລາຍຂຶ້ນຈາກ ສປປ ເກົາຫລີ. ຂະນະທີ່ ສປປ ເກົາຫລີ ໄດ້ຈັດສະແດງລູກສອນໄຟຂ້າມທະວີບແບບໃໝ່ ເຊິ່ງມີຂະໜາດໃຫຍ່ທີ່ສຸດໃນລະຫວ່າງການສະແດງທາງທະຫານ ເພື່ອເປັນເຄື່ອງໝາຍ 75 ປີຂອງພັກແຮງງານປົກຄອງ ເຊິ່ງເຫັນໄດ້ຊັດວ່າ ອາວຸດທີ່ຍັງບໍ່ຜ່ານການທົດລອງອັນນີ້ ສາມາດຂັບເຄື່ອນຫົວຮົບນິວເຄຼຍໄດ້ໄກເຖິງອາເມລິກາ.
- ການເລືອກຕັ້ງປະທານາທິບໍດີທາງຕອນເໜືອຂອງໄຊປຣັສລົ້ມເຫລວໃນການສ້າງຜົນລັບທີ່ຈະແຈ້ງ ໂດຍ Mustafa Akinci ຜູ້ດຳລົງຕຳແໜ່ງຄົນປັດຈຸບັນທີ່ສະໜັບສະໜູນການກັບມາລວມປະເທດກັນອີກ ແລະ Ersin Tatar ຜູ້ທ້າຊີງທີ່ສະໜັບສະໜູນການແບ່ງເຂດແດນຢ່າງຖາວອນ ລະຫວ່າງ ຕຸຣກີ-ໄຊປຣັສເໜືອ-ກຣີກ-ໄຊປຣັສໃຕ້ ຕ່າງກໍໄດ້ຮັບຄະແນນສຽງ 50% ເຖິງວ່າເຂດສ່ວນຫລາຍລາຍງານວ່າ Tatat ໄດ້ຄະແນນນຳ Akinci ໄປຢ່າງຫວຸດຫວິດ ເຮັດໃຫ້ທັງ 2 ຍັງຕ້ອງແຂ່ງຂັນກັນໃນການເລືອກຕັ້ງຮອບທີ 2 ໃນວັນທີ 18 ຕຸລານີ້.
- ທະນາຄານການຄ້າແຫ່ງຊາດຂອງຊາອຸດິອາຣະເບຍ (Saudi Arabia’s National Commercial Bank : NCB) ປະກາດວ່າຈະຊື້ Samba Financial Group ເຊິ່ງເປັນທະນາຄານອີກແຫ່ງໃນລາຄາ 1,48 ໝື່ນລ້ານໂດລາ ແລະ ຖ້າການລວມກິດຈະການໄດ້ຮັບການອະນຸມັດຕາມກົດຂໍ້ບັງຄັບ ຈະເຮັດໃຫ້ໜ່ວຍງານໃໝ່ທີ່ເກີດຂຶ້ນກາຍເປັນທະນາຄານໃຫຍ່ທີ່ສຸດຂອງຣາຊະອານາຈັກ ໂດຍມີສິນຊັບທັງໝົດ 2,23 ແສນລ້ານໂດລາ ແລະ ມີມູນຄ່າຕະຫລາດ 4,6 ໝື່ນລ້ານໂດລາ.
- Paul Milgrom ແລະ Robert Wilson ຈາກມະຫາວິທະຍາໄລ Stanford ທັງສອງໄດ້ຮັບລາງວັນໂນເບລສາຂາເສດຖະສາດປະຈຳປີນີ້ ຈາກຜົນງານດ້ານທິດສະດີການປະມູນ ແລະ ການຄິດຄົ້ນຮູບແບບການປະມູນໃໝ່ໆ.
ແລະ ວິທີການໃໝ່ທີ່ພວກເຂົາຊ່ວຍສ້າງຂຶ້ນນີ້ ໄດ້ຖືກນຳມາໃຊ້ເພື່ອຂາຍສິນຄ້າໃນບາງສ່ວນຂອງຄື້ນຄວາມຖີ່ວິທະຍຸ, ໂກຕ້າໃນການຕຶກເບັດ, ການຊື້ຂາຍຊ່ອງຈອດເຮືອບິນ ແລະ ຄ່າທີ່ສາມາດອະນຸຍາດໄດ້ຂອງການປ່ອຍມົນລະພິດ (ໂດຍສະເພາະແກັສເຮືອນແກ້ວ).
- ບໍລິສັດນ້ຳມັນແຫ່ງຊາດຂອງປະເທດລີເບຍ ໄດ້ປະກາດວ່າຈະກັບມາດຳເນີນການຜະລິດຢູ່ບໍ່ນ້ຳມັນໃຫຍ່ທີ່ສຸດຂອງປະເທດ ເຊິ່ງເປັນເວລາ 3 ອາທິດຫລັງຈາກ Khalifa Haftar ນາຍທະຫານຊັ້ນຂຸນພົນທີ່ຕໍ່ຕ້ານລັດຖະບານ ທີ່ໄດ້ຮັບການສະໜັບສະໜູນຈາກ UN ກ່າວວ່າທ່ານຈະຢຸດການປິດລ້ອມຕະຫລາດນ້ຳມັນທີ່ກິນເວລາຫລາຍເດືອນ. ຂ່າວດັ່ງກ່າວເກີດຂຶ້ນເມື່ອການເຈລະຈາສັນຕິພາບເບື້ອງຕົ້ນເລີ່ມຕົ້ນຂຶ້ນລະຫວ່າງທັງ 2 ຝ່າຍ ກ່ອນການເຈລະຈາທີ່ໄດ້ຮັບການສະໜັບສະໜູນຈາກ UN ຈະຈັດຂຶ້ນໃນເດືອນໜ້າ.
- ກອງກຳລັງຂອງອີຣັກທີ່ໄດ້ຮັບການສະໜັບສະໜູນຈາກອີຣານຈຳນວນໜຶ່ງຕົກລົງຈະຢຸດການໂຈມຕີດ້ວຍຈະຫລວດຕໍ່ກອງກຳລັງຂອງອາເມລິກາທີ່ປະຈຳການໃນປະເທດ ໂດຍມີເງື່ອນໄຂວ່າ ລັດຖະບານອີຣັກຈະຕ້ອງສະແດງຕາຕະລາງເວລາສຳລັບການຖອນຕົວຂອງອາເມລິກາໃຫ້ພວກເຂົາເບິ່ງ. ຂະນະທີ່ຝ່າຍບໍລິຫານຂອງ ທຣຳ ເຊິ່ງຄ່ອຍໆຫລຸດຈຳນວນທະຫານຊາວອາເມລິກາທີ່ປະຈຳການຢູ່ພາຍໃນປະເທດ ໄດ້ຂູ່ໃນເດືອນຜ່ານມາວ່າ ພວກເຂົາຈະປິດສະຖານທູດອາເມລິກາພາຍໃນອີຣັກ ຍົກເວັ້ນແຕ່ລັດຖະບານຈະເຮັດຫລາຍກວ່ານີ້ ເພື່ອປ້ອງກັນການໂຈມຕີຂອງກອງກຳລັງຈາກຜູ້ບໍ່ປະສົງດີ.
