ກາຕາປະນາມອາຣັບບີ ຊາອຸດິດ ທີ່ບໍ່ຍອມເຈລະຈາຫລຸດຜ່ອນຄວາມຂັດແຍ່ງ

ໂດຮາ 28 ມິຖຸນາ: ເຈົ້າໜ້າທີ່ລັດຖະບານກາຕາກ່າວປະນາມອາຣັບບີ ຊາອຸດິດ ທີ່ບໍ່ຍອມເຈລະຈາກັນ ຕາມທີ່ອາຣັບບີ ຊາອຸດິດ ແລະ ພັນທະມິດອາຣັບ ຍື່ນເງື່ອນໄຂໃຫ້ກາຕາຕ້ອງປະຕິບັດຕາມທັງໝົດ ເພື່ອຮື້ຟື້ນການພົວພັນຄືເກົ່າ.
+ ກາຕາປະຕິເສດຂໍ້ຮຽກຮ້ອງ ຂອງອາຣັບບີ ຊາອຸດິດ
+ ຫລາຍປະເທດຕາເວັນອອກກາງຕັດການພົວພັນກັບກາຕາ
ທ່ານ ເຊດ ໂມຮຳໝັດ ບິນ ອັບດຸນຣາມານ ອັດທານີ ລັດຖະມົນຕີຕ່າງປະເທດກາຕາ ກ່າວຈາກນະຄອນຫລວງວໍຊິງຕັນ ລະຫວ່າງການເດີນທາງຢ້ຽມຢາມພົບປະຫາລືກັບທ່ານ ເຣັກ ທິວເລີສັນ ລັດຖະມົນຕີຕ່າງປະເທດອາເມລິກາ ໃນວັນທີ 27 ມິຖຸນານີ້ວ່າ: ທ່າທີຂອງອາຣັບບີ ຊາອຸດິດ ເປັນເລື່ອງທີ່ບໍ່ອາດຍອມຮັບໄດ້ ເພາະຖືວ່າຂັດກັບຫລັກການພື້ນຖານການພົວພັນລະຫວ່າງປະເທດ ນັບແຕ່ຕັ້ງເງື່ອນໄຂຮຽກຮ້ອງ ແລະ ປະຕິເສດທີ່ຈະເຈລະຈາກັນ. ກ່ອນໜ້ານີ້, ທ່ານ ອາເດວ ອັດ-ຈູເບອີ ລັດຖະມົນຕີຕ່າງປະເທດອາຣັບບີ ຊາອຸດິດ ເຊິ່ງຢູ່ນະຄອນຫລວງວໍຊິງຕັນເຊັ່ນກັນ ຢືນຢັນຕາມຂໍ້ຮຽກຮ້ອງໃຫ້ກາຕາປະຕິບັດຕາມ ແລະ ຈະບໍ່ມີການເຈລະຈາທັງໝົດ ໂດຍກ່າວວ່າຂຶ້ນຢູ່ກັບກາຕາທີ່ຕ້ອງປະຕິບັດຕາມເງື່ອນໄຂທັງໝົດ ແລະ ມີຈຸດມຸ່ງໝາຍເພື່ອຢຸດການກໍ່ການຮ້າຍ, ຟື້ນຟູການພົວພັນທາງການທູດ ແລະ ການຄ້າຄືເກົ່າ, ແຕ່ກາຕາປະຕິເສດຂໍ້ກ່າວຫາ.

