ຣິນ ມາດຣິດ ຢືນຢັນບໍ່ຂາຍ ເບລ ອອກຈາກທີມ

ສະໂມສອນ ຣິນ ມາດຣິດ ອອກມາປິດກະແສຂ່າວລືຍ້າຍ ທີມຂອງ ແກເຣັດ ເບລ ຫຼັງນັກ ເຕະເປັນຂ່າວຈະຍ້າຍອອກທີມ ໃນໄລຍະລະດູການນີ້.
ເປັນທີ່ເຂົ້າໃຈກັນວ່າ ເບລ ເຈັບມາຕະຫຼອດທັງລະດູການ ແລະ ຣິນ ມາດຣິດ ໃຫ້ຄວາມສົນໃຈໃນໂຕ ຄີລຽນ ເອັມປັບເປ ກອງໜ້າອະນາຄົດ ໄກຂອງ ໂມນາໂກ ມາຮ່ວມທີມ ເຊິ່ງຫາກກອງໜ້າ ອາຍຸ 18 ປີ ເປັນຈິງຈະສົ່ງຜົນໃຫ້ເຖິງອະນາ ຄົດຂອງ ເບລ ຂຶ້ນມາທັນທີ.
ຈາກກະແສຂ່າວລືທີ່ມີມາ ໃນຂ້າງຕົ້ນ ເຮັດໃຫ້ບັນດາສື່ຊັ້ນ ນຳຂອງ ເອີຣົບ ຫຼາຍສຳນັກຂ່າວ ຕີຂ່າວຢ່າງຕໍ່ເນື່ອງວ່ານັກເຕະ ກຽມທີ່ຈະຖືກ ຣິນ ມາດຣິດ ປ່ອຍ ອອກຈາກທີມ ເພື່ອເປີດທາງໃຫ້ ກັບດາວຍິງຄົນໃໝ່.
ຫຼ້າສຸດ ຣິນ ມາດຣິດ ກໍໄດ້ ອອກມາປິດປະແສຂ່າວລືດັ່ງ ກ່າວຮຽບຮ້ອຍແລ້ວ ດ້ວຍການ ປະກາດຈະແຈ້ງວ່າທີມບໍ່ມີແຜນປ່ອຍ ເບລ ອອກຈາກທີມໃນລະ ດູການນີ້ຢ່າງແນ່ນອນ ເຖິງວ່າ ຈະມີ ແມນເຊສເຕີ ຢູໄນເຕັດ ທີ່ພ້ອມທຸ່ມເງິນກ້ອນໃຫຍ່ຄວ້າໂຕນັກເຕະໄປຮ່ວມທີມກໍຕາມ.