3 ພະຍາດທີ່ຜັກທຽມສາມາດປ້ອງກັນໄດ້

- ພະຍາດຫົວໃຈ (Heart disease) : ມີຫລັກຖານບາງຢ່າງສະໜັບສະໜູນວ່າຜັກທຽມອາດປ້ອງກັນບໍ່ໃຫ້ເກີດພະຍາດ ຫົວໃຈໄດ້ ໂດຍອາດຫລຸດການເກີດອາການເສັ້ນເລືອດແຂງໂຕ(artherosclerosis) ແລະ ສາມາດຫລຸດລະດັບຄວາມດັນຫລຸດ ລົງໄດ້ ລະຫ່ວາງ 7% ເຖິງ 8%.
ການສຶກສາໜຶ່ງເປັນເວລາດົນເຖິງ 4 ປີ ໃຊ້ຜັກທຽມ 900 ມິນລີກຣາມທຸກມື້ ປະກົດວ່າມັນສາມາດຫລຸດການເກີດເສັ້ນເລືອດ ແຂງລົງໄດ້. ນອກຈາກນັ້ນ, ຜັກທຽມຍັງເປັນສານຕ້ານການຈັບໂຕເປັນກ້ອນຂອງເລືອດໂດຍການເຮັດໃຫ້ເກັດເລືອດບາງລົງ ເຊິ່ງອາດປ້ອງກັນບໍ່ໃຫ້ເກີດອາການຫົວໃຈຂາດເລືອດ (heart attack) ຫລື ສະໝອງຂາດເລືອດ (stroke). ສ່ວນຜົນທີ່ມີ ຕໍ່ໄຂມັນຄໍເລສເຕີໂຣນນັ້ນ ຈາກການສຶກສາໃນຕອນທຳອິດພົບວ່າ ມັນສາມາດຫລຸດລະດັບຂອງຄໍເລສເຕີໂຣນໃນກະແສເລືອດໄດ້, ແຕ່ຜົນຈາກການສຶກສາໄລຍະມໍ່ໆນີ້ປະກົດວ່າ : ຜັກທຽມບໍ່ມີຜົນຕໍ່ການຫລຸດລະດັບໄຂມັນດັ່ງກ່າວ.
- ໄຂ້ຫວັດ (Common cold) : ຈາກຜົນການສຶກສາໃນໄລຍະທຳອິດພົບວ່າຜັກທຽມສາມາດຊ່ວຍປ້ອງກັນພະຍາດໄຂ້ ຫວັດໄດ້ ໂດຍມີການສຶກສາປຽບທຽບການໃຊ້ຜັກທຽມໃນໄລຍະທີ່ໄຂ້ຫວັດລະບາດ ຜົນປະກົດວ່າ : ຄົນທີ່ກິນຜັກທຽມຈະເປັນໄຂ້ຫວັດໜ້ອຍກ່ວາຄົນທີ່ບໍ່ກິນຜັກທຽມ. ນອກຈາກນັ້ນ ໃນເວລາທີ່ເປັນໄຂ້ຫວັດ ຜັກທຽມສາມາດເຮັດໃຫ້ອາການຂອງໄຂ້ຫວັດເຊົາໄວນຳອີກ.
- ພະຍາດມະເຮັງ (Cancer) : ຜັກທຽມອາດເສີມໃຫ້ລະບົບພູມຕ້ານທານແຂງແຮງຂຶ້ນ ສາມາດຊ່ວຍຮ່າງກາຍໃຫ້ຕໍ່ສູ້ ກັບພະຍາດມະເຮັງໄດ້ ໂດຍຜົນຈາກຫ້ອງທົດລອງເບິ່ງຄືວ່າຜັກທຽມມີລິດໃນການຕໍ່ຕ້ານມະເຮັງໄດ້. ຜົນຈາກການສຶກສາໃນກຸ່ມ ຄົນເປັນໄລຍະເວລາດົນ ພົບວ່າ ກຸ່ມຄົນທີ່ກິນຜັກທຽມດິບ ຫລື ຜັກທຽມທີ່ປຸງແຕ່ງໃສ່ອາຫານ ເຮັດໃຫ້ມີທ່າອ່ຽງທີ່ຈະບໍ່ເປັນມະເຮັງ ໂດຍສະເພາະມະເຮັງຂອງລຳໄສ້ ແລະ ມະເຮັງກະເພາະອາຫານ.
ຜົນຈາກການສຶກສາຈຳນວນ 7 ເທື່ອ ພົບວ່າຄົນທີ່ກິນຜັກທຽມສົດ ຫລື ຜັກທຽມປຸງແຕ່ງແລ້ວ ສາມາດຫລຸດການເກີດມະເຮັງໃນລຳໄສ້ໃຫຍ່ ແລະ ທະວານໜັກໄດ້ເຖິງ 30%.

