ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 9 ຕຸລາ 2020

  1. ແພດ​ຂອງ​ທ່ານ ​ໂດ​ນັລ ທຣຳ ກ່າວ​ວ່າ: ທ່ານ​ຄາດ​ວ່າ​ປະທານາທິບໍດີ ​ເຊິ່ງ​ເຂົ້າຮັບ​ການ​ປິ່ນປົວ​ຢູ່​ໂຮງໝໍ​ຈາກ COVID-19 ​ໃນ​ວັນ​ທີ 2 ຕຸລາ​ຜ່ານ​ມາ ຈະ​ສາມາດ​ກັບ​ເຂົ້າຮັບ​ການ​ນັດ​ໝາຍ​ທາງ​ສາທາະລະນະ​ໄດ້​ໃນ​ວັນ​ທີ 10 ຕຸລາ​ນີ້. ຂະນະ​ທີ່ທ່ານ ທຣຳ ​ເອງ​ກໍ​ຫວັງ​ວ່າ​ຈະ​ແກ້​ໄຂ​ການ​ຊຸມນຸມ​ໃນ​ທ້າຍ​ອາທິດ​ນີ້.

​ໃນ​ວັນ​ທີ 8 ຕຸລາ, ທ່ານ​ປະຕິ​ເສດ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ການ​ໂຕ້​ວາທີ​ທາງ​ວິ​ດີ​ໂອ​ກັບ Joe Biden ສ່ວນ​ຄະນະ​ກຳມາ​ທິການ​ຈາກ​ທັງ 2 ຝ່າຍ​ທີ່​ດຳ​ເນີນ​ການຈັດ​ງານ​ໄດ້​ກ່າວ​ວ່າ: ຈະ​ປ່ຽນ​ຮູບ​ແບບ​ຂອງ​ການ​ຜະ​ເຊີນ​ໜ້າ​ກັນ​ຄັ້ງທີ 2 (​ທັງ​ໝົດ 3 ຄັ້ງ) ​ເຊິ່ງກຳນົດ​ໄວ້​ໃນ​ວັນ​ທີ 15 ຕຸລາ “​ເພື່ອ​ປົກ​ປ້ອງ​ສຸຂະພາບ ​ແລະ ຄວາມ​ປອດ​ໄພ​ຂອງ​ທຸກ​ຄົນ​ທີ່​ກ່ຽວຂ້ອງ”. ຂະນະ​ທີ່​ທ່ານ ທຣຳ ກ່າວ​ວ່າ​ເປັນ​ເລື່ອງ​​ໄຮ້​ສາລະ.

  1. FBI ​ໄດ້​ຕັ້ງຂໍ້​ຫາ​ຕໍ່ 13 ຄົນ​ກ່ຽວ​ກັບ​ການວາງ​ແຜນ​ຈະ​ລັກ​ພາ​ຕົວ Gretchen Whitmer ​ເຈົ້າຄອງ​ລັດ Michigan ​ເຊິ່ງ​ເປັນ​ສະມາຊິກ​ຝ່າຍ Democrat ​ໃນ​ໄລຍະ​ກ່ອນ​ການ​ເລືອກ​ຕັ້ງ ​ໂດຍ 7 ຄົນ​ໃນ​ນັ້ນ​ເປັນ​ທະຫານ​ອາສາ​ສະໝັກ​ທີ່​ເອີ້​ນຕົນ​​ເອງ​ວ່າ Wolverine Watchmen ​ໂດຍ​ພວກ​ເຂົາ​ຖືກ​ກ່າວ​ຫາ​ວ່າ​ວາງ​ແຜນ​ຈະ​ໂຄ່ນ​ລົ້ມລັດຖະບານ​ຂອງ​ລັດ​ທີ່​ພວກ​ເຂົາ​ເຊື່ອ​ວ່າ: “ລະ​ເມີດ​ລັດຖະທຳ​ມະນູນ​ຂອງ​ອາ​ເມ​ລິ​ກາ”. ຂະນະ​ທີ່ Whitmer ນັ້ນ ຖືກ​ໂຈມ​ຕີ​ໂດຍ​ກຸ່ມ​ຂວາ​ຈັດ ຫລັງ​ຈາກ​ນາງ​ໄດ້​ກຳນົດ​ຂໍ້​ຈຳກັດ​ທີ່​ເຂັ້ມງວດ​ຄັ້ງ​ໃໝ່ ພາຍ​​ໃນ​ເມືອງ​ເພື່ອ​ຕໍ່ສູ້​ກັບ​ພະຍາດ​ລະບາດ.
  2. ຈີນ​ໄດ້​ຕັດສິນ​ໃຈ​ເຂົ້າຮ່ວມ COVAX ​ເຊິ່ງ​ເປັນ​ໂຄງການ​ທີ່​ດຳ​ເນີນ​ໂດຍ​ອົງການ​ອະນາ​ໄມ​ໂລກ (WHO) ​ແລະ ກຳລັງ​ກຽມ​ແຈກ​ຢາຍ​ວັກ​ຊີ​ນ COVID-19 ​ໃຫ້​ທົ່ວ​ໂລກ ​ໂດຍ​ຈັດ​ລຳດັບ​ຄວາມ​ສຳຄັນ​ຂອງ​ຜູ້​ຮັບ​ຜົນ​ປະ​ໂຫຍ​ດຕາມ “ຄວາມ​ຈຳ​ເປັນ” ​ໂດຍ​ມີ​ຫລາຍ​ກວ່າ 170 ປະ​ເທດ​ທີ່​ລົງທະບຽນ​ເຂົ້າຮ່ວມ​ໂຄງການ, ​ແຕ່​ອາ​ເມ​ລິ​ກາ ​ເຊິ່ງ​ເປັນ​ປະ​ເທດ​ທີ່​ມີ​ຂະໜາດ​ເສດຖະກິດ​ໃຫຍ່​ທີ່​ສຸດ​ຍັງ​ປະຕິ​ເສດ. ຂະນະ​ທີ່​ຝ່າຍ​ບໍລິຫານ​ຂອງ​ທ່ານ ທຣຳ ກ່າວ​ວ່າ: WHO ມີ​ການ​ສຸ​ຈະລິດ​ເກີນ​ໄປ ​ແລະ ຖືກ​ຄວບ​ຄຸມ​ໂດຍ​ຈີນ.
  3. ​ເຢຍລະ​ມັນ​ລາຍ​ງານ​ຜູ້​ຕິດ​ເຊື້ອ COVID-19 ​ໃໝ່ຫລາຍ​ກວ່າ 4.000 ຄົນ​ໃນ 24 ຊົ່ວ​ໂມງ​ຜ່ານ​ມາ ​ເຊິ່ງ​ເປັນ​ຕົວ​ເລກ​ສູງ​ທີ່​ສຸດ​ນັບ​ແຕ່​ເດືອນ​ເມສາ 2020. ຂະນະ​ທີ່​ໜ່ວຍ​ງານ​ດ້ານ​ສາທາລະນະ​ສຸກ​ຫລັກໆ​ຂອງ​ປະ​ເທດ​ເຕືອນ​ວ່າ: ອາດ​ມີ​ການ​ພົບ​ຜູ້​ຕິດ​ເຊື້ອ​ໃໝ່​ຫລາຍ​ກວ່າ 10.000 ຄົນຕໍ່​ມື້.

​ແຕ່​ໃນ​ທາງ​ກົງກັນຂ້າມ ສານ​ປະ​ເທດສະ​ເປ​ນ​ໄດ້​ຍົກ​ເລີກ​ການ Lockdown ບາງ​ສ່ວນ​ທີ່​ລັດຖະບານ​ກຳນົດ​ໃນ​ເມືອງ Madrid ​ແລະ ພື້ນທີ່​ອ້ອມ​ຮອບ ​ເຊິ່ງ​ເປັນ​ຈຸດ​ສູນ​ກາງ​ໃນ​ການ​ແຜ່​ລະບາດ​ຮຸນ​ແຮງ​ທີ່​ສຸດ​ເປັນອັນ​ດັບ 2 ຂອງ​ເອີຣົບ (ຮອງ​ຈາກ​ປະ​ເທດ Andorra). ຂະນະ​ທີ່​ລັດຖະບານ​ປະກາດ​ພາວະ​ສຸກ​ເສີນ​ທົ່ວ​ເມືອງ​ພາຍ​ຫລັງ​ສານ​ປະຕິ​ເສດ​ການ Lockdown.

  1. Sooronbay Jeenbekov ປະທານາທິບໍດີ​ຂອງ Kyrgyzstan ​ໄດ້​ສະ​ເໜີ​ການ​ລາ​ອອກ​ຂອງ​ທ່ານ​ທັນທີ​ທີ່ “ປະ​ເທດ​ເດີນ​ໄປ​ຢ່າງ​ຖືກ​ທິດ​ທາງ”. ຂະນະ​ທີ່​ການ​ເລືອກ​ຕັ້ງລັດຖະສະພາ ​ເຊິ່ງມີ​ການ​ຂັດ​ແຍ່ງ​ກັນ​ໃນ​ວັນ​ທີ 4 ຕຸລາ​ຜ່ານ​ມາ ​ໄດ້​ນຳ​ໄປ​ສູ່​ຄວາມ​ບໍ່​ສະຫງົບ​ຢ່າງ​ກວ້າງຂວາງ ​ເຊິ່ງຜູ້​ປະ​ທ້ວງ​ພາກັນ​​ແຫ່​ຂະ​ບວນຕາມ​ຖະໜົນ ​ແລະ ບຸກຍຶດສະຖານ​ທີ່​ຂອງ​ລັດ ​ເຮັດ​ໃຫ້ການ​ເລືອກ​ຕັ້ງ​ເປັນ​ໂມ​ຂະ​ໃນ​ເວລາ​ຕໍ່​ມາ.
  2. ລາຄາ​ຫຸ້ນ​ຂອງ IBM ​ເພີ່ມ​ສູງ​ຂຶ້ນຫລັງ​ຈາກ​ເປີດ​ເຜີຍ​ວ່າ​ຈະ​ແຍກ​ທຸລະ​ກິດ​ບໍລິການ​ໂຄງ​ລ່າງ​ພື້ນຖານ​ອອກ​ຈາກ​ທຸລະ​ກິດ​ອື່ນໆ ​ເພື່ອ​ມຸ່ງ​ເນັ້ນ​ໃສ່​ການ​ພັດທະນາ​ລະບົບ Cloud Computing (​ເປັນ​ລະບົບ​ໃຊ້​ຄອມ​ພິວ​ເຕີ​ໃນ​ການ​ປະມວນ​ຜົນ​ຂໍ້​ມູນ​ຕ່າງໆ).

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ເກີດ​ຂຶ້ນ 1 ປີ​ຫລັງ​ຈາກ​ການ​ເຂົ້າຊື້ Red Hat ​ເຊິ່ງ​ເປັນ​ທຸລະ​ກິດ open-source software ​ໃນ​ລາຄາ 34.000 ລ້ານ​ໂດ​ລາ ​ໂດຍ​ຜູ້​ບໍລິຫານ​ຂອງ IBM ຫວັງ​ຈະ​ຄວ້າ​ສ່ວນ​ແບ່ງ​ໃນ​ຕະຫລາດ Hyubrid ​ເຊິ່ງ​ເປັນ​ການ​ປະສົມ​ປະສານ​ລະຫວ່າງ​ແອັບ​ພິ​ເຄຊັນ​ໃນ​ທ້ອງ​ຖິ່ນ ​ແລະ ລະບົບ​ຄລາວ ​ເຊິ່ງສ້າງ​ມູນ​ຄ່າ​ໄດ້​ປະມານ 1 ຕື້​ໂດ​ລາ​ຕໍ່​ປີ.

  1. Morgan Stanley ປະກາດ​ວ່າ​ຈະ​ເຂົ້າຊື້ Eaton Vance ​ເຊິ່ງ​ເປັນ​ບໍລິສັດ​ດ້ານ​ການ​ລົງທຶນ​ໃນ​ຂໍ້​ຕົກລົງ​ມູນ​ຄ່າ 7 ພັນ​ລ້ານ​ໂດ​ລາ.

ການ​ເຄື່ອນ​ໄຫວ​ຄັ້ງນີ້​ຈະ​ເຮັດ​ໃຫ້​ທະນາຄານ​ກາຍ​ເປັນ 1 ​ໃນ​ຜູ້​ຈັດການ​ສິນ​ຊັບ​​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ແລະ ​ເຮັດ​ໃຫ້​ພວກ​ເຂົາ​ຢູ່​ໃນ​ຕຳ​ແໜ່​ງທີ່​ດີ​ຂຶ້ນສຳລັບ​ການ​ແຂ່ງຂັນ​ກັບ​ການ​ເພີ່ມ​ຂຶ້ນຂອງ BlackRock ​ແລະ Vanguard ​ເຊິ່ງ​ເປັນ​ກອງ​ທຶນ​ລະດັບ​ຍັກ​ໃຫຍ່ 2 ​ແຫ່ງ ລວມທັງ​ໜ່ວຍ​ງານ​ດ້ານ​ການ​ບໍລິຫານ​ສິນ​ຊັບ​ອື່ນໆ​ຂອງ​ທະນາຄານ​ຄູ່​ແຂ່ງ.