ຊີຣີ: ໄພພິບັດທີ່ຮ້າຍແຮງຈາກມືມະນຸດ ໃນຍຸກພວກເຮົາ

ໂດຍ : ມຶກບໍ່ແຫ້ງ
ໃນຂະນະທີ່ ປະຊາຊົນລາວດຳລົງຊີວິດຢ່າງສະຫງົບສຸກ ທ່າມກາງສະພາບແວດລ້ອມແຫ່ງສັນຕິພາບ ແລະໄດ້ຊື່ວ່າ ເປັນປະເທດທີ່ສະຫງົບສຸກທີ່ສຸດລຳດັບທີ 45 ຂອງທັງໝົດ 163 ປະເທດໃນໂລກ ປະຈຳປີ 2017 ແຕ່ປະຊາຊົນຊີຣີຕ້ອງທົນທຸກທໍລະມານຈາກສົງຄາມ ທີ່ນໍ້າຕາປະຊາຊົນໄຫຼນອງຖ້ວມແຜ່ນດິນ.
ໃນບົດນີ້ ຜູ້ຂຽນຂໍນຳສະເໜີບາງຂໍ້ມູນທີ່ກ່ຽວກັບ ປະເທດຊີຣີ ເຊິ່ງຄຳຖາມສຳຄັນທີ່ຈະຕ້ອງຕອບຄື ແຕ່ກ່ອນ ແລະປັດຈຸບັນຊີຣີເປັນແນວໃດ?
ປະເທດຊີຣີ (Syria) ຕັ້ງຢູ່ເຂດຕາເວັນອອກກາງ ທີ່ຂຶ້ນກັບທະວີບອາຊີ ມີຊາຍແດນຕິດຈອດກັບ ອີຣັກ, ຈໍແດນ, ເລບານອນ ແລະຕວກກີ, ມີເມືອງຫຼວງຊື່ວ່າ ດາມາສຄັສ໌ (Damascus) ໂດຍມີປະຊາກອນປະມານ 22 ລ້ານຄົນ, ຫລາຍຄົນຮູ້ຈັກປະເທດນີ້ໃນປັດຈຸບັນ ຍ້ອນຊື່ສຽງຂອງສົງຄາມ, ຜູ້ລີ້ໄພ ແລະປະເທດທີ່ມີຄວາມສະຫງົບ ລຳດັບສຸດທ້າຍໝູ່ໃນປີ 2017 ນັ້ນເອງ.
ທ່ານອາດຄົງຮູ້ວ່າກ່ອນປີ 2011 ປະເທດນີ້ກໍເປັນໜຶ່ງທີ່ມີຄວາມຫງົບສຸກເຊັ່ນກັນ, ຄົນພາຍໃນປະເທດ ກໍດຳລົງຊີວິດຄືກັນກັບປະເທດອື່ນໆ ທີ່ມີຄວາມມ່ວນຊື່ນນຳສຽງດົນຕີ, ມີການເຄື່ອນໄຫວກິລາຢ່າງຄຶກຄື້ນ. ປະເທດນີ້ເຄີຍເປັນສູນກາງທາງດ້ານສີລະປະວັດທະນະທຳຕັ້ງແຕ່ປີ 3000 ກ່ອນ ຄສ ເຊິ່ງສີລະປະ ແລະສະຖາປັດຕະຍະກຳໃນປະເທດ ແມ່ນປະສົມປະສານ ໃນຍຸກຮຸ່ງເຮືອງຂອງ ໂຣມັນ, ໂອໂຕມັນ ແລະອິສລາມມິກ ດ້ວຍເຫດນີ້ນະຄອງຫຼວງດາມາສຄັສ໌ ຂອງຊີຣີຈຶ່ງພິຈາລະນາວ່າ ເປັນນະຄອນ ຫຼວງແຫ່ງວັດທະນະທຳ ຂອງຊາດອາຣັບໃນປີ 2008 ນັ້ນເອງ. ເພາະສະນັ້ນ, ການທ່ອງທ່ຽວແມ່ນວຽກງານ ທີ່ສາມາດສ້າງລາຍຮັບ ຢ່າງມະຫາສານສູ່ປະເທດດັ່ງກ່າວ ຄືແຕ່ປີ 2005-2010 ການທ່ອງທ່ຽວສາມາດ ສ້າງລາຍຮັບເຂົ້າປະເທດເຖິງ 6.3 ຕື້ໂດລາໂດລາສະຫະລັດ.
ໂດຍສະເລ່ຍແລ້ວແຕ່ລະປີຈະມີຄົນມາທ່ຽວປະເທດນີ້ປະມານ 8.5 ລ້ານຄົນ ເຊິ່ງຫຼາຍກວ່າ ນັກທ່ອງທ່ຽວທີ່ເຂົ້າມາປະເທດລາວປະມານ 2 ເທື່ອ ແຕ່ມາຮອດປີ 2011 ທີ່ກ້າວເຂົ້າສູ່ສົງຄາມນັ້ນບໍ່ມີໃຜ ຕ້ອງການມາປະເທດນີ້ອີກເລີຍ.
ຊີຣີມີສະຖານທີ່ທາງວັດທະນະທຳ ເຊິ່ງຂຶ້ນທະບຽນເປັນມໍລະດົກໂລກຈາກອົງການ ອຸຍເນສໂກ 6 ແຫ່ງ ດັ່ງເມືອງຫຼວງພະບາງ ແລະວັດພູຈຳປາສັກພວກເຮົາ ຄື 1) ເມືອງເກົ່າ ດາມາສຄັສ໌, 2) ເມືອງເກົ່າໂບສລາ (Bosra), 3) ປາລມີລາ (Palmyra), 4) ໝູ່ບ້ານເກົ່າແກ່ທາງພາກເໜືອຂອງປະເທດ, 5) ເມືອງເກົ່າອາເລບໂປ (Aleppo) ແລະ 6) ພະລາດຊະວັງ ເຄຣກ ເດສ ເຊວາລີເຢີ (Crac des Chevaliers) ແລະ ກາລ ອາດ ສາລາ ເອລ ດິນ (Qal’at Salah El-Din) ແຕ່ຢ່າງໃດກໍຕາມສົງຄາມໃນ ຊີຣີໄດ້ທຳລາຍມໍລະດົກໂລກທັງ 6 ແຫ່ງນັ້ນຢ່າງ ຫາບຄາບໄປໝົດແລ້ວ, ນັ້ນກໍໝາຍວ່າຊີຣີທີ່ເຮົາເຄີຍຮູ້ ຈະບໍ່ມີອີກແລ້ວ.
ມັນເກີດຫຍັງຂຶ້ນຢູ່ປະເທດນີ້ນໍ? ທ່ານ ຟີລິບໂປ ກຣານດີ ຈາກຄະນະກຳມະການລະດັບສູງ ເພື່ອຜູ້ລີ້ໄພ ຂອງອົງການສະຫະປະຊາຊາດກ່າວວ່າ: “ເຫດການໃນ ຊີຣີ ແມ່ນວິກິດການທາງດ້ານມະນຸດສະທຳ ແລະຜູ້ລີ້ໄພ ທີ່ໃຫຍ່ທີ່ສຸດໃນຍຸກພວກເຮົາ”.
ສົງຄາມກາງເມືອງໄດ້ລະເບີດຂຶ້ນໃນປີ 2011, ຮອດປັດຈຸບັນກໍນັບວ່າເປັນເວລາ 6 ປີກວ່າແລ້ວ ເຊິ່ງສະຖິຕິ ທີ່ເປັນຕາຢ້ານກໍຄືປະຊາກອນກວ່າ 2 ລ້ານຄົນໄດ້ຖືກຂ້າຕາຍ ແລະບາດເຈັບ, ໃນນັ້ນປະມານ 24,000 ຄົນແມ່ນເດັກນ້ອຍ, 1 ໃນ 4 ຂອງໂຮງຮຽນພາຍໃນປະເທດຖືກທຳລາຍ ຫຼືຖືເປັນບ່ອນພັກເຊົາຊົ່ວຄາວ, ໂຮງໝໍ ກວ່າເຄິ່ງໜຶ່ງເປັນອຳມະພາດ, ເຂດດິນກະສິກຳ ຫຼາຍລ້ານເຮັກຕາຖືກທຳລາຍ ແລະເປົ່າແປນ ເຮັດໃຫ້ລາຄາ ອາຫານໃນປະເທດ ສູງຂຶ້ນກວ່າ 900%, ມາຮອດປີ 2016 ຜູ້ລີ້ໄພຈາກ ຊີຣີ ມີປະມານ 5 ລ້ານຄົນ ເຊິ່ງສ່ວນ ຫຼາຍກໍໄປລົບລີ້ໄພຢູ່ປະເທດໃກ້ຄຽງເຂົາເຈົ້ານັ້ນເອງ.
ມາຮອດທຸກມື້ນີ້ພວກເຮົາຍັງເຫັນພາບ ການຖິ້ມລະເບີດໃສ່ເຮືອນຊານບ້ານຊ່ອງ ທີ່ເຄີຍງົດງາມນັ້ນຢູ່; ມວນມະນຸດພວກເຮົາກໍຮູ້ດີຈາກບົດຮຽນໃນອາດີດ ແລະປັດຈຸບັນກ່ຽວກັບການສູນເສຍທີ່ບໍ່ສາມາດສ້າງຄືນໄດ້ ຈາກສົງຄາມ ແຕ່ຍັງບໍ່ເຄີຍປະຖິ້ມສັນດານເກົ່າ “ທີ່ມີຕັນຫາ” ເປັນໂຕບົງການ, ສະນັ້ນຜູ້ຂຽນ ກໍໄດ້ແຕ່ຫວັງວ່າ ຈາກບົດຮຽນໃນ ຊີຣີ ຫຼືບ່ອນອື່ນໆຂອງໂລກໃນອາດີດແລະປັດຈຸບັນ ຈະເຮັດໃຫ້ຜູ້ນຳຂອງປະເທດ ຜູ້ເຊິ່ງມີຄວາມຮູ້ ຄວາມຫຼັກນັ້ນ ຈະບໍ່ຕັດສິນໃຈແບບ ໄຮ້ເຫດຜົນ ແລະຂົນອາວຸດມາອວດອ້າງກັນຄືທຸກມື້ນີ້.

