ໃຊ້ຢາຖູແຂ້ວທາບາດແຜໄຟໄໝ້ – ນ້ຳຮ້ອນລວກເຊົາໄດ້ແທ້ບໍ່ ?

ບາດແຜທີ່ເກີດຈາກໄຟໄໝ້ – ນ້ຳຮ້ອນລວກ ມີຄວາມຮຸນແຮງແຕກຕ່າງກັນຫລາຍລະດັບ ນັບແຕ່ເປັນພຽງຮອຍແດງ, ຜິວໜັງໃຄ່ໂພງ, ຫລຸດລອກ. ບາງກໍລະນີຮຸນແຮງເຖິງຂັ້ນເປັນບາດແຜເລິກລົງໄປໃນຊັ້ນຜິວໜັງ ຫລື ກ້າມຊີ້ນ ເຮັດໃຫ້ການປິ່ນປົວບາດແຜມີວິທີການທີ່ແຕກຕ່າງກັນ.
ສຳລັບຄຳຖາມທີ່ວ່າ ບາດແຜໄຟໄໝ້ – ບາດແຜນ້ຳຮ້ອນລວກ ໃຫ້ໃຊ້ຢາຖູແຂ້ວທາ ແລ້ວບາດແຜຈະເຊົານັ້ນແທ້ຫລືບໍ່ ? ຄຳຕອບກໍຄື : ບໍ່ແມ່ນຄວາມຈິງ, ຢາຖູແຂ້ວບໍ່ສາມາດປິ່ນປົວບາດແຜດັ່ງກ່າວໃຫ້ເຊົາໄດ້ ເນື່ອງຈາກການໃຊ້ຢາຖູແຂ້ວທາບໍລິເວນບາດແຜຈະເຮັດໃຫ້ບາດແຜມີໂອກາດຕິດເຊື້ອຫລາຍຂຶ້ນ.
ນອກຈາກນີ້ແລ້ວ, ບາດແຜໄຟໄໝ້ – ນ້ຳຮ້ອນລວກ ມັກເຮັດໃຫ້ເກີດອາການແສບ ແລະ ອອກຮ້ອນ ຫລາຍຄົນປະຖົມພະຍາບານແບບບໍ່ຖືກວິທີ ເພື່ອຄວາມປອດໄພ ສາມາດປະຖົມພະຍາບານດ້ວຍຕົນເອງ ແລະ ມີຂໍ້ຫ້າມປະຕິບັດ ດັ່ງນີ້ :
- ລ້າງບາດແຜດ້ວຍສະບູອ່ອນ ແລະ ນຳ້ສະອາດອຸນຫະພູມທຳມະດາ.
- ປິດບາດແຜດ້ວຍຜ້າສະອາດ.
- ຫ້າມປະຄົບບາດແຜດ້ວຍນ້ຳກ້ອນ ຫລື ນ້ຳເຢັນໆ.
- ຫ້າມເອົາຢາຖູແຂ້ວ ຫລື ຄຣີມໃດໆທາໃສ່ເທິງບາດແຜ.

