ລະວັງລະດັບນ້ຳເຊກອງຈະເພີ່ມຂຶ້ນໃນວັນທີ 7-10 ຕຸລານີ້

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງເຊກອງ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 7-10 ຕຸລານີ້, ບໍລິສັດຫຸ້ນສ່ວນເຂື່ອນໄຟຟ້ານ້ຳຕົກພາກກາງ (ອາເລື້ອຍ) ສສ ຫວຽດນາມ ຈະປ່ອຍນ້ຳອອກຈາກເຂື່ອນ ໃນເວລາ 8:00 ໂມງ ຂອງວັນທີ 9 ຕຸລາ ໃນບໍລິມາດ 100-1.000 ແມັດກ້ອນ/ວິນາທີ ແລະ ຄາດວ່າລະດັບນ້ຳເຊກອງ ໃນລະຫວ່າງວັນທີ 7-10 ຕຸລາ ຈະມີປະລິມານສູງຂຶ້ນເຖິງ 5,50-6,50 ແມັດ ຈາກລະດັບນ້ຳຂອງແມ່ນ້ຳດັ່ງກ່າວໃນວັນທີ 5 ຕຸລາ ແທກໄດ້ 2,52 ແມັດ (ລະດັບນ້ຳເຂດເຕືອນໄພແມ່ນ 17,50 ແມັດ, ເຂດອັນຕະລາຍແມ່ນ 18,50 ແມັດ).
ຕໍ່ກັບສະພາບການດັ່ງກ່າວ, ທາງພາກສ່ວນກ່ຽວຂ້ອງຈຶ່ງຂໍແຈ້ງເຖິງອຳນາດການປົກຄອງ ແລະ ປະຊາຊົນທີ່ອາໄສ ແລະ ດຳລົງຊີວິດຢູ່ລຽບຕາມລຳນ້ຳເຊກອງ ຈົ່ງມີສະຕິລະມັດລະວັງຕໍ່ກັບສະພາບ ແລະ ຜົນກະທົບຕ່າງໆທີ່ຈະເກີດຂຶ້ນ, ພ້ອມທັງໃຫ້ຕິດຕາມຂ່າວສະພາບອາກາດ ແລະ ນ້ຳ ຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຜ່ານທາງວິທະຍຸ ແລະ ໂທລະພາບແຂວງເຊກອງ ຕື່ມອີກ.

