ການລະບາດຂອງພະຍາດອັກເສບຕັບ A ຢູ່ນະຄອນຫລວງວຽງຈັນ ມີຕົວເລກເພີ່ມຂຶ້ນ

ພະແນກສາທາລະນະສຸກນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງມີການລະບາດຂອງພະຍາດອັກເສບຕັບຊະນິດ A ຢູ່ ແຂວງ ວຽງຈັນ ແລະ ນະຄອນ ຫລວງວຽງຈັນ, ໂດຍສະເພາະເຂດ ເມືອງ ໄຊທານີ, ຊຶ່ງມາຮອດປັດຈຸບັນ ເຫັນວ່າ ຍັງມີການລະບາດຂອງພະຍາດດັ່ງກ່າວ, ຈາກຜູ້ຕິດເຊື້ອປະມານ 50 ກ່ວາຄົນ, ໃນອາທິດຜ່ານມາເພີ່ມຂຶ້ນເປັນ 80 ກ່ວາຄົນ ແລ້ວ, ເຊິ່ງພະແນກ ສາທາລະນະສຸກ ນະຄອນຫລວງວຽງຈັນ ເໄດ້ເລັ່ງໂຄສະນາໃຫ້ປະຊາຊົນ ເອົາໃຈໃສ່ດ້ານສຸກຂະອານາໄມ ໃຫ້ດີ ຂຶ້ນ.
ຫົວໜ້າຂະແໜງລະບາດວິທະຍາ ພະແນກ ສາ ທາລະນະສຸກ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ການລະບາດຂອງພະຍາດດັ່ງກ່າວ ສ່ວນໃຫຍ່ ຍັງຢູ່ເຂດ ເມືອງ ໄຊທານີ, ໂດຍສະເພາະ ຢູ່ບ້ານ ທົ່ງມັ່ງ ແລະ ລາດຄວາຍ, ປັດຈຸບັນຂະແໜງສາທາລະນະສຸກ ໄດ້ຕັ້ງໜ່ວຍງານເຝົ້າລະວັງ, ລົງເກັບກຳຕົວຢ່າງນ້ຳໃນເຂດທີ່ມີການລະບາດມາກວດກາ, ພ້ອມທັງລົງກວດກາໂຮງງານນ້ຳດື່ມ, ໂຮງງານນ້ຳກ້ອນ, ຮ້ານຂາຍເຄື່ອງ ແລະ ກຳມະກອນໂຮງງານຕ່າງໆ, ຕາມແຈ້ງການຂອງທ່ານ ລັດຖະມົນຕີ ກະຊວງ ສາທາລະນະສຸກ, ໂດຍໃນອາທິດຜ່ານມາ ນີ້ ພົບ 2 ຮ້ານຂາຍນ້ຳດື່ມບໍ່ໄດ້ມາດຕະຖານ ແລະ ຍັງພົບເຫັນກຳມະກອນໂຮງງານ ຫລາຍແຫ່ງຍັງບໍ່ກວດສຸຂະພາບຢ່າງຖືກຕ້ອງ ເຊິ່ງທາງພະແນກສາທາລະນະສຸກ ກໍໄດ້ເຮັດ ບົດບັນທຶກກ່າວເຕືອນ ແລະ ແນະນຳບັນດາໂຮງງານ, ຮ້ານຄ້າ ດັ່ງກ່າວ ໃຫ້ເອົາໃຈໃສ່ ປະຕິບັດດ້ານສຸຂະນາໄມຢ່າງເຂັ້ມງວດຫົວໜ້າຂະແໜງລະບາດວິທະຍາ ກ່າວວ່າ: ພະຍາດດັ່ງກ່າວ ເຄີຍເກີດລະບາດມາແລ້ວ ເມື່ອປີ 2006 ຢູ່ ແຂວງ ຊຽງຂວາງ ຊຶ່ງມີຜູ້ຕິດເຊື້ອ ຫລາຍກ່ວາ 500 ຄົນ.
ແນວໃດກໍດີຕາມ ເມື່ອບໍ່ດົນມາ ນີ້, ທ່ານ ລັດຖະມົນຕີວ່າການກະຊວງ ສາທາ ລະນະສຸກ ໄດ້ອອກມາຢືນຢັນວ່າ: ພະຍາດດັ່ງກ່າວ ແມ່ນບໍ່ມີຄວາມອັນຕະລາຍ ແຕ່ຢ່າງໃດ, ພະຍາດນີ້, ມີທົ່ວໄປນຳນ້ຳ, ດິນ, ອາກາດ ແລະ ຄົນ, ການເກີດຂຶ້ນຂະພະຍາດ ແມ່ນຕິດຕໍ່ຜ່ານການກິນອາຫານທາງປາກ, ຕິດຕໍ່ແບບກະທັນຫັນ, ແຕ່ບໍ່ອັນຕະ ລາຍຮ້າຍແຮງ, ພະຍາດ ຈະບົ່ມຢູ່ໃນຮ່າງກາຍ 2 ອາທິດ ຫາ 50 ມື້ກໍຈະດີເອງ, ພຽງແຕ່ຜູ້ຕິດເຊື້ອຕ້ອງພັກຜ່ອນໃຫ້ຫລາຍ ແລະ ກິນອາຫານໃຫ້ພຽງພໍ ແລະ ສຳລັບການປ້ອງກັນບໍ່ໃຫ້ຕິດເຊື້ອພະຍາດ ແມ່ນຕ້ອງຖ່າຍໃສ່ວິດ, ລ້າງມືໃສ່ສະບູທຸກຄັ້ງກ່ອນ ແລະ ຫລັງກິນອາຫານ ແລະ ຮັກສາອາໄມ 3 ສະອາດໃຫ້ດີ, ພຽງເທົ່ານີ້ ກໍຈະສາມາດປ້ອງກັນບໍ່ໃຫ້ຕິດພະຍາດ ດັ່ງກ່າວ.

