ມອບ-ຮັບ ແລະ ເປີດນຳໃຊ້ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕົ້ນດິນດາກ ແຂວງສາລະວັນ

ມີພິທີມອບ-ຮັບ ແລະ ເປີດນຳໃຊ້ໂຮງຮຽນມັດທະຍົມຕົ້ນດິນດາກ ແຂວງສາລະວັນ ໄດ້ມີຂຶ້ນເມື່ອບໍ່ດົນມານີ້, ພາຍຫລັງໄດ້ສຳເລັດການກໍ່ສ້າງສົມບູນ ດ້ວຍທຶນການຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດໃນຂັ້ນຮາກຖານ (GGP) ໂດຍການເຂົ້າຮ່ວມຂອງທ່ານ ພູທອງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ, ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ.
ທ່ານທູດ ໄດ້ກ່າວໃນພິທີວ່າ: ໂຄງການດັ່ງກ່າວທີ່ມີມູນຄ່າປະມານ 83.973 ໂດລາສະຫະລັດ ມີເປົ້າໝາຍຂະຫຍາຍ ແລະ ກໍ່ສ້າງອາຄານໂຮງຮຽນມັດທະຍົມຕົ້ນດິນດາກ ທີ່ເມືອງຕຸ້ມລານ ເພາະອາຄານຮຽນຫລັງເກົ່າມີຄວາມຊຸດໂຊມ ແລະ ຈໍານວນນັກຮຽນ ແລະ ຄູ-ອາຈານກໍເພີ່ມຂຶ້ນເລື້ອຍໆ. ສະນັ້ນ, ໂຄງການດັ່ງກ່າວແມ່ນແນໃສ່ເພື່ອປັບປຸງສະພາບແວດລ້ອມການສຶກສາ ໂດຍການກໍ່ສ້າງອາຄານຮຽນໃໝ່ ພ້ອມອຸປະກອນການສຶກສາຄົບຊຸດ ແລະ ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ມີໂອກາດເຂົ້າຮ່ວມເປັນສັກຂີພິຍານໃນມື້ເປີດນຳໃຊ້ໂຄງການໃນວາລະຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຍີ່ປຸ່ນ-ລາວ, ພ້ອມຢືນຢັນວ່າ ຍີ່ປຸ່ນ ຈະສືບຕໍ່ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວໃນຂະແໜງການສຶກສາຕື່ມອີກ.

