ລາວຫາລືວຽກງານຂຶ້ນທະບຽນແຮງງານຕ່າງປະເທດ

ວັນທີ 27 ມີຖຸນານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ, ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ແຜນສືບຕໍ່ການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ, ໂດຍການເປັນປະທານຂອງທ່ານ ບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຮອງລັດຖະມົນຕີຈາກກະຊວງປ້ອງກັນຄວາມສະຫງົບ, ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: ກອງປະຊຸມຄັ້ງນີ້ ແນໃສ່ຫາລືບັນຫາຂະຫຍາຍເວລາເພີ່ມໃຫ້ແກ່ຄົນຕ່າງປະເທດທີ່ກຳລັງດຳເນີນການປັບສະຖານະພາບຕົນເອງແຕ່ຍັງບໍ່ສຳເລັດ, ທັງເປັນການແກ້ໄຂບັນຫາຄົນຕ່າງປະເທດທີ່ຫລົບຫລີກ ຫລື ບໍ່ເຂົ້າຮ່ວມການຂຶ້ນທະບຽນໃນຄັ້ງຜ່ານມາ ແລະ ຄົນຕ່າງປະເທດທີ່ເຂົ້າມາໃໝ່ ແລະ ປັບປຸງວິທີການ ແລະ ລະບຽບການຈຳນວນໜຶ່ງໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງໃນການເຄື່ອນໄຫວຂອງຄົນຕ່າງປະເທດຢູ່ລາວ ກໍຄືການກຳນົດວິທີຄຸ້ມຄອງຄົນຕ່າງປະເທດໃຫ້ມີລັກສະນະຍືນຍົງ, ໂດຍການສ້າງຄວາມເຂັ້ມແຂງໃຫ້ພະນັກງານຂອງລັດທີ່ກ່ຽວຂ້ອງ, ແບ່ງໜ້າທີ່ຄວາມຮັບຜິດຊອບຕາມຂະແໜງການ ແລະ ຕາມທິດສາມສ້າງຂອງພັກໃຫ້ເໝາະສົມ.
ໃນປີຜ່ານມາ, ລັດຖະບານສາມາດອອກບັດໃຫ້ຄົນຕ່າງປະເທດທີ່ມາເຄື່ອນໄຫວບໍ່ຖືກຕ້ອງ ຈຳນວນ 24.372 ຄົນ, ຍິງ 7.056 ຄົນ, ໃນນັ້ນ ຜູ້ປະສົງຈະປັບສະຖານະພາບ ມີ 7.348 ຄົນ, ຜູ້ປະສົງຂໍເວລາຊຳລະສະສາງ ມີ 17.024 ຄົນ ແລະ ໃນປີນີ້ ຄາດວ່າຈະສາມາດຂຶ້ນທະບຽນຄົນຕ່າງປະເທດຜູ້ຫລົບຫລີກ ແລະ ເຂົ້າມາໃໝ່ໃຫ້ໄດ້ 80% ຫລື ປະມານ 19.200 ຄົນຈາກຈຳນວນທີ່ຍັງເຫລືອປະມານ 24.000 ຄົນໃນທົ່ວປະເທດ.

