ອິນເດຍມີແຜນແຈກວັກຊີນໂຄວິດ-19 ໃຫ້ປະຊາຊົນ 250 ລ້ານຄົນ ພາຍໃນເດືອນກໍລະກົດປີໜ້າ

ທ່ານ ຮາດ ສະຫວັດ ລັດຖະມົນຕີກະຊວງສາທາລະນະສຸກຂອງອິນເດຍ ເປີດເຜີຍໃນວັນທີ 5 ຕຸລາວ່າ: ລັດຖະບານອິນເດຍມີແຜນຈັດສັນວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ໃຫ້ປະຊາຊົນປະມານ 250 ລ້ານຄົນໃນປະເທດພາຍໃນເດືອນກໍລະກົດ 2021.
ທ່ານ ຮາດ ສະຫວັດ ລະບຸວ່າ: ລັດຖະບານຈະໄດ້ຮັບວັກຊີນໂຄວິດ-19 ຈຳນວນ 400-500 ລ້ານໂດສ ພາຍໃນເດືອນກໍລະກົດປີໜ້າ ແລະ ຈະດຳເນີນງານເພື່ອໃຫ້ໝັ້ນໃຈວ່າປະຊາຊົນສາມາດ “ເຂົ້າເຖິງວັກຊີນຢ່າງເທົ່າທຽມ”.
Bharat Biotech ບໍລິສັດຜູ້ຜະລິດວັກຊີນສັນຊາດອິນເດຍ ລະບຸວ່າ: ວັກຊີນ COVAXIN ເຊິ່ງພັດທະນາໂດຍບໍລິສັດ ຢູ່ໃນຂັ້ນຕອນການທົດລອງໄລຍະທີ 3, ສ່ວນ Zydus Cadila ບໍລິສັດການຢາສັນຊາດອິນເດຍ ກຳລັງຖ້າອະນຸມັດການທົດລອງທາງຄລີນິກໄລຍະທີ 3 ສຳລັບວັກຊີນຂອງບໍລິສັດ.
ເມື່ອມໍ່ໆມານີ້, ທ່ານ ຮາດ ສະຫວັດ ກ່າວວ່າ: ການທົດລອງວັກຊີນຫລາຍລາຍການກຳລັງມີຂຶ້ນຢູ່ອິນເດຍ ປັດຈຸບັນພວກເຮົາບໍ່ສາມາດຄາດເດົາໄດ້ວ່າ ວັກຊີນຊະນິດໃດຈະມີປະສິດທິພາບສູງສຸດ, ແຕ່ພວກເຮົາຈະຮູ້ຜົນພາຍໃນໄຕມາດທຳອິດຂອງປີ 2021 ຢ່າງແນ່ນອນ.

