ງານບຸນອອກພັນສາ-ຊ່ວງເຮືອທີ່ນະຄອນໄກສອນ ພົມວິຫານ ຫ້າມບໍ່ໃຫ້ວົງດົນຕີທຸກປະເພດລົງເສບງັນ ເພື່ອສະກັດກັ້ນການລະບາດຂອງໂຄວິດ-19

ທ່ານ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ງານບຸນປະເພນີອອກພັນສາ-ຊ່ວງເຮືອ ປະຈຳປີ 2020 ໃນນະຄອນຂອງຕົນໄດ້ເລີ່ມເປີດໃຫ້ມີການຄົບງັນນັບແຕ່ວັນທີ 28 ກັນຍາ ຫາ ວັນທີ 3 ຕຸລາທີ່ຈະມາເຖິງນີ້ ເຊິ່ງຈະໄດ້ມີການແຂ່ງຂັນເຮືອຊ່ວງປະເພດເຮືອກິລາ 9-12 ສີພາຍ ແຕ່ໄດ້ຫ້າມບໍ່ໃຫ້ວົງດົນຕີລົງເສບງັນ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ 19. ສ່ວນກິດຈະກຳອື່ນໆປະກອບມີ: ປະເພນີໄຫຼກະໂທງ, ໄຫຼເຮືອໄຟ, ຊ່ວງເຮືອ, ງານຕະຫຼາດນັດວາງສະແດງສິນຄ້າປະເພດຕ່າງໆແມ່ນຈັດເປັນປົກກະຕິ ແລະ ພິເສດໃນວັນທີ 2 ຕຸລາ ຈະມີການແຂ່ງຂັນແຈັດສະກີ ເຊິ່ງເປັນກິລາອີກປະເພດໜຶ່ງທີ່ບໍ່ເຄີຍຈັດມາກ່ອນໃນງານບຸນປະເພນີອອກພັນສາໃນແຕ່ລະປີ.
ສຳລັບການຄົບງັນແມ່ນຈະບໍ່ອະນຸຍາດໃຫ້ວົງດົນຕີທຸກປະເພດລົງເສບງັນ ລວມທັງການຕັ້ງຮ້ານຄາຣາໂອເກະ ແລະ ວົງເອເລັກໂທນ, ອະນຸຍາດໃຫ້ໃຊ້ແຕ່ເຄື່ອງສຽງຂະໜາດນ້ອຍໃນການໂຄສະນາສິນຄ້າ ແລະ ປະກອບໃນວົງຊິງຊ້າ, ມ້າໝຸນ, ສະໄລເດີ້ເທົ່ານັ້ນ. ທັງນີ້ກໍເພື່ອເປັນການສະກັດກັ້ນ ແລະ ຕ້ານການລະບາດພະຍາດໂຄວິດ 19.

