ຜູ້ນຳອາເມລິກາ ແລະ ອິນເດຍ ພົບປະ ຫາລືເນັ້ນການພົວພັນທີ່ໃກ້ຊິດ

ວໍຊິງຕັນ 27 ມິຖຸນາ: ປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ປະກາດໃນວັນທີ 26 ມິຖຸນານີ້ວ່າ: ການພົວພັນລະຫວ່າງອາເມລິກາກັບອິນເດຍມີຄວາມໃກ້ຊິດກັນຢ່າງຍິ່ງ, ພາຍຫລັງທີ່ທ່ານໄດ້ພົບປະຫາລືເປັນເທື່ອທຳອິດກັບນາຍົກລັດຖະມົນຕີ ນາເຣນທາ ໂມດີ ຂອງອິນເດຍ ຢູ່ທຳນຽບຂາວ ໃນວັນທີ 26 ມິຖຸນາ.
ນາຍົກລັດຖະມົນຕີ ໂມດີ ກ່າວໃນລະຫວ່າງການຖະແຫລງຂ່າວຮ່ວມກັບຜູ້ນຳອາເມລິກາ ຢູ່ທຳນຽບຂາວ ພາຍຫລັງການພົບປະຫາລືກັນ ໂດຍຍົກຍ້ອງອາເມລິກາວ່າເປັນຫຸ້ນສ່ວນສຳຄັນຂອງອິນເດຍ ໃນການປ່ຽນຜ່ານສະພາບສັງຄົມ ແລະ ເສດຖະກິດຂອງອິນເດຍ. ທ່ານກ່າວວ່າ: ໃນການພົບປະຫາລືກັບຜູ້ນຳອາເມລິກາໃນເທື່ອນີ້, ທັງສອງຝ່າຍໄດ້ຫາລືກັນໃນທຸກມິຕິຂອງການພົວພັນລະຫວ່າງອາເມລິກາ ແລະ ອິນເດຍ ແລະ ທ່ານຕ້ອງການໃຫ້ການເປັນຫຸ້ນສ່ວນທາງຍຸດທະສາດລະຫວ່າງທັງສອງຝ່າຍມີຄວາມໃກ້ຊິດກັນຫລາຍຂຶ້ນໄປອີກ. ທ່ານ ໂມດີ ກ່າວອີກວ່າ: ບໍ່ມີເຫດຜົນທີ່ອາເມລິກາ ແລະ ອິນເດຍຈະເປັນຄູ່ແຂ່ງກັນ ໂດຍທັງສອງຝ່າຍມີຄວາມເຫັນກົງກັນທີ່ຈະເພີ່ມການເຕີບໃຫຍ່ທາງການຄ້າ, ເພີ່ມຜົນຜະລິດ ແລະ ສ້າງວຽກ, ສ່ວນປະທານາທິບໍດີ ທຣຳ ໄດ້ກ່າວສະແດງຄວາມຊື່ນຊົມຜູ້ນຳອິນເດຍທີ່ເປັນຜູ້ເບິ່ງແຍງໃຫ້ເສດຖະກິດຂອງອິນເດຍຂະຫຍາຍຕົວໄດ້ຢ່າງວ່ອງໄວ. ທ່ານ ທຣຳ ກ່າວຕໍ່ສື່ມວນຊົນຢູ່ທຳນຽບຂາວ ພາຍຫລັງການຫາລືກັບທ່ານ ໂມດີ ວ່າ: ການພົວພັນລະຫວ່າງອາເມລິກາກັບອິນເດຍ ມີຄວາມໃກ້ຊິດແໜ້ນແຟ້ນແບບບໍ່ເຄີຍມີມາກ່ອນ ແລະ ທ່ານຂໍຊື່ນຊົມຜູ້ນຳອິນເດຍ ແລະ ຊາວອິນເດຍທີ່ຮ່ວມມືເຮັດໃຫ້ອິນເດຍເປັນປະເທດທີ່ມີການຂະຫຍາຍຕົວທາງເສດຖະກິດວ່ອງໄວທີ່ສຸດໃນໂລກ ແລະ ອາເມລິກາຄາດຫວັງຈະປະສົບຜົນສຳເລັດແບບດຽວກັບອິນເດຍ.

