ການປະທ້ວງເກີດຂຶ້ນຢູ່ຫຼາຍເມືອງໃນສະຫະລັດ

ແຫຼ່ງຂ່າວຈາກຕ່າງປະເທດ ເມື່ອວັນທີ 24 ກັນຍານີ້ ໃຫ້ຮູ້ວ່າ: ປະຊາຊົນຊາວອາເມລິກາທົ່ວປະເທດ ໄດ້ພ້ອມກັນລົງທ້ອງຖະໜົນເພື່ອສະແດງຄວາມບໍ່ພໍໃຈຕໍ່ຄຳຕັດສິນດຳເນີນຄະດີຕໍ່ເຈົ້າໜ້າທີ່ ທີ່ພົວພັນກັບການຕາຍຂອງຜູ້ຍິງຊາວຜິວສີຄົນໜຶ່ງໃນລະຫວ່າງເດືອນມີນາທີ່ຜ່ານມາ.
ເມື່ອວັນທີ 23 ກັນຍາ, ຄະນະຕຸລາການສະຫະລັດໄດ້ມີມະຕິຕົກລົງບໍ່ດຳເນີນຄະດີກັບເຈົ້າໜ້າທີ່ຕຳຫຼວດ 2 ຄົນທີ່ຍິງຜູ້ຍິງຊາວຜິວສີຄົນໜຶ່ງຊື່ Breonna Taylor ຕາຍຢູ່ທີ່ເມືອງ Louisville ໃນເມື່ອເດືອນມີນາທີ່ຜ່ານມາ ແລະ ເຈົ້າໜ້າທີ່ຄົນໜຶ່ງອີກກໍພຽງແຕ່ຖືກດຳເນີນຄະດີຂົ່ມຂູ່ທີ່ຈະເອົາຊີວິດຂອງຊາວບ້ານເທົ່ານັ້ນ. ມະຕິຕົກລົງດັ່ງກ່າວໄດ້ເຮັດໃຫ້ເກີດຄວາມບໍ່ພໍໃຈໃນໝູ່ປະຊາຊົນຊາວອາເມລິກາເປັນຢ່າງຍິ່ງ.
ຜູ້ປະທ້ວງໄດ້ພ້ອມກັນກ່າວວ່າ: ມະຕິຕົກລົງດັ່ງກ່າວຂອງຄະນະຕຸລະການສະຫະລັດບໍ່ມີຄວາມຍຸຕິທຳ, ອັນຊື່ງເຮັດໃຫ້ປະຊາຊົນຈຳຕ້ອງລົງຖະໜົນເພື່ອປະທ້ວງ ເພື່ອຮຽກຮ້ອງຄວາມເປັນທຳໃຫ້ແກ່ Breonna Taylor.

