5 ວິທີເຮັດໃຫ້ຕົວສູງຂື້ນຢ່າງໄວວາ.

ມື້ນີ້ມີຂໍ້ຄິດດີໆມາຝາກກັນອີກແລ້ວສຳລັບຄົນຢາກເພີ່ມຄວາມສູງໃນຊ່ວງອາຍຸ 17 – 20 ປີຊື່ງຕ້ອງປະຕິບັດ 5 ວິທີດັ່ງນີ້.

  1. ກະໂດດເຊືອກ 600 ຄັ້ງຕໍໍ່ວັນ ຊື່ງການອອກກຳລັງທີ່ມີການຢືດຕົວໃຊ້ເວລາ 30 ນາທີ (ເຊົ້າ – ແລງ) ແລະມີກີລາອື່ນໆທີ່ສາມາດຫລີ້ນແທນກະໂດດເຊືອກໄດ້ເຊັ່ນ: ລອຍນ້ຳ, ແລ່ນຊ້າໆ, ຂີ່ລົດຖີບ, ຕີບານ

2.ດື່ມນົມວັນລະ 2 ຈອກຫລັງອາຫານຊື່ງນົມງົວມີສານອາຫານຫລາຍໆຊະນິດເປັນສານອາຫານທີ່ສຳຄັນຫລາຍສຳລັບຄົນທີ່ຕ້ອງການເພີ່ມຄວາມສູງ.

3.ຕ້ອງນອນເວລາປະມານ 21:00ໂມງ. ຂື້ນໄປແຕ່ຫ້າມນອນຫລັງ 00 ໂມງ.ແລະນອນໃຫ້ພຽງພໍເພາະຮໍໂມນຄວາມສູງຈະຫລັ່ງຕັ້ງແຕ່ 00 ເຖິງ 5:00ໂມງເຊົ້າ.

  1. ຕ້ອງກິນອາຫານໃຫ້ຄົບ 3 ຄາບ (ເຊົ້າ ສວຍ ແລງ).ສານອາຫານຄົບ 5 ຫມູ່ ຄວນຫລຸດອາຫານຈຳພວກແປ້ງ ແລະໄຂມັນໃຫ້ໜ້ອຍລົງ ຄວນກິນອາຫານທີ່ມີທາດ ວິຕາມິນ ໂປຣຕີນ ແຮ່ທາດ ໃຫ້ຫລາຍໆ ເພາະຈະເຮັດໃຫ້ຮ່າງກາຍ ແລະກະດູກແຂງແຮງຂື້ນ.

5.ຄວນຫລຸດເຄື່ອງດື່ມທີ່ມີສ່ວນປະສົມແອວກໍຮໍ ແລະນ້ຳອັດລົມ ຫ້າມສູບຢາ

ລອງນຳເອົາ 5 ວິທີນີ້ໄປໃຊ້ເບີ່ງນອກຈາກຈະເພີ່ມຄວາມສູງແລ້ວຍັງສາມາດເຮັດໃຫ້ສຸຂະພາບແຂງແຮງຕື່ມອີກ.