ລົດບັນທຸກນ້ຳມັນລະເບີດຢູ່ໄນຈີເຣຍ ເສຍຊີວິດຢ່າງໜ້ອຍ 28 ຄົນ

​ເກີດອຸປະຕິ​ເຫດລົດ​ບັນທຸກ​ນ້ຳມັນ​ເບ​ກ​ແຕກ ​ແລະ ​ແລ່ນ​ຕຳ​ລົດ​ຫລາຍ​ຄັນ​ຢູ່​ຖະໜົນ​ໃນ​ໄນ​ຈີ​ເຣຍ ຈົນ​ເກີດລະ​ເບີດ ​ແລະ ​ໄຟ​ໄໝ້​ຮຸນ​ແຮງ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 28 ຄົນ.

ວັນ​ທີ 24 ກັນຍາ, ສຳນັກ​ຂ່າວ BBC ລາຍ​ງານ​ວ່າ: ​ເກີດ​ເຫດ​ລົດ​ບັນທຸກ​ນ້ຳມັນ​ລະ​ເບີດ​ຢູ່​ກາງ​ຖະໜົນ ໜ້າ​ປ້ຳນ້ຳມັນ​ຢູ່​ເມືອງ​ໂລ​ໂກ​ຈາ ປະ​ເທດ​ໄນ​ຈີ​ເຣຍ ​ແລະ ​ເກີດ​ໄຟ​​ໄໝ້ ທ່າມກາງ​ປະຊາຊົນ​ຈຳນວນ​ຫລາຍ​ທີ່​ເຝົ້າສັງ​ເກດ​ການ.

ນອກຈາກ​ນີ້ ຍັງ​ເຮັດ​ໃຫ້​ລົດ​ໂຮງຮຽນ, ລົດ​ສາມ​ລໍ້ ​ແລະ ຍານພາຫະນະ​ອື່ນໆ ​​ໄດ້​ຮັບ​ຄວາມ​ເສຍ​ຫາຍ. ຜູ້​ເຫັນ​ເຫດການ​ລະບຸ​ວ່າ: ລົດ​ບັນທຸກ​ນ້ຳມັນ​ແບກ​ແຕກ ​ແລະ ​ແລ່ນ​ຕຳ​ລົດ​ຄັນ​ອື່ນໆ​ໃນ​ຈຸດ​ເກີດ​ເຫດ ກ່ອນ​ເກີດ​ລະ​ເບີດ​ຂຶ້ນ ​ແລະ ມີ​ໄຟ​ໄໝ້​ຢ່າງ​ຮຸນ​ແຮງ.

​ ​ເຫດການ​ນີ້​ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 28 ຄົນ ​ແລະ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ອີກ​ຈຳນວນ​ໜຶ່ງ ​ໂດຍ​ເຈົ້າໜ້າ​ທີ່​ໜ່ວຍ​ງານ​ຄວາມ​ປອດ​ໄພ​ທາງ​ຖະໜົນ​ຂອງ​ໄນ​ຈີ​ເຣຍ ລະບຸ​ວ່າ: ມີ​ເດັກນ້ອຍ​ຢູ່​ໃນ​ເຫດການ​ຢ່າງ​ໜ້ອຍ 9 ຄົນ.