ຟີຟາ ສອບສວນສານກະຕຸ້ນນັກເຕະ ຣັສເຊຍ ຢ່າງຕໍ່ເນື່ອງ

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ສະຫະພັນບານເຕະ ນາໆຊາດ ຫຼື ຟີຟາ ປະກາດວ່າ ຍັງຄົງມີການສອບສວນການ ເຮັດຜິດທີ່ນັກກິລາບານເຕະກ່ຽວຂ້ອງກັບຜູ້ສະໜັບສະໜູນການໃຊ້ສານກະຕຸ້ນໃນ ຣັສເຊຍ ຢ່າງຕໍ່ ເນື່ອງ ເຊິ່ງລະບຸວ່າມີຢ່າງໜ້ອຍ 30 ຊະນິດກິລາ ໂດຍລວມກິລາ ບານເຕະມີນັກກິລາທີ່ກ່ຽວຂ້ອງ ຫຼາຍກວ່າ 1 ພັນຄົນໃນໄລຍະປີ 2011 ແລະ 2015 ຂະນະທີ່ສື່ ທາງຝັ່ງເອີຣົບລາຍອື່ນໆກ່າວວ່າ: ຟີຟາ ກຳລັງສອບສວບທີມບານ ເຕະຂອງ ຣັສເຊຍ ເປັນສ່ວນໜຶ່ງ ໃນໂຄງການນີ້ ຫຼື ບໍ່.
ແນວໃດກໍຕາມ ຟີຟາ ກ່າວ ວ່າ: ບໍ່ມີຜູ້ຫຼິ້ນຄົນໃດຈາກແຂ່ງຂັນ ກັບມາໝັ້ນໃຈໃນການທົດສອບ ທັງນີ້ ຟີຟາ ໄດ້ຮັບຂໍ້ສະມູນຢືນຢັນ ການດຳເນີນນການສອບສວນ ຢ່າງຕໍ່ເນື່ອງ ຈາກອົງການຕໍ່ຕ້ານ ການໃຊ້ສານກະຕຸ້ນໂລກ ຫຼື ວາ ດ້າ ແຕ່ ຟີຟາ ບໍ່ໄດ້ເຈາະຈົງນັກ ເຕະທີ່ຖືກສອບສວນນັບຕັ້ງແຕ່ທີ່ບໍ່ສາມາດສະແດງຄວາມເຫັນ ເນື່ອງຈາກຕ້ອງການສອບສວນຢ່າງຕໍ່ເນື່ອງໄດ້. ຕົວຢ່າງທີ່ໄດ້ ຈາກຜູ້ຫຼິ້ນໃນບານໂລກ 2014 ລວມເຖິງ ຣັສເຊຍ ຖືກສົ່ງໄປຍັງ ຫ້ອງກວດ ໃນເມືອງໂລຊານ ປະ ເທດສະວິດເຊີແລນ ເຊິ່ງເປັນທີ່ ໄດ້ຮັບການຮອງຮັບຈາກ ວາດ້າ ແລ້ວ ແນວໃດກໍຕາມການທົດ ສອບເລືອດ ແລະ ປັດສະວະ ເພື່ອ ຫາສານກະຕຸ້ນ ຍັງບໍ່ໄດ້ຮັບການ ແຈ້ງຜົນແຕ່ຢ່າງໃດ.