ແມນເຊສເຕີ ຢູໄນເຕັດ ກຽມຄວ້າ ເນມາ ມາຮ່ວມທີມຄ່າໂຕສຸດແພງ

ສະໂມສອນ ແມນເຊສເຕີ ຢູໄນເຕັດ ພ້ອມທຸ່ມເງິນເປັນສະຖິ ຕິໂລກ 170 ລ້ານປອນ ເພື່ອຄວ້າ ໂຕ ເນມາ ກອງໜ້າທີມຊາດບຣາ ຊິລ ຂອງ ບາເຊໂລນາ ມາສູ່ຖິ່ນ ໂອລແທຣັບ ຟອດ ໃນລະດູການ ນີ້.
ຫຼັງຈາກຕ້ອງພົບກັບໄລຍະ ເວລາທີ່ຜິດຫວັງໃນພຣີເມຍລີກ ລະດູການຜ່ານມາ ແມນເຊສເຕີ ຢູໄນເຕັດ ກຳລັງວາງແຜນປັບ ປຸງໃນຕຳແໜ່ງກອງໜ້າ ເພື່ອ ກັບມາຍາດແຊ໊ມລີກ ລະດູການ ໜ້າ ເຊິ່ງລາຍງານຂ່າວຫຼ້າສຸດ ຈາກ “ເດຍຣິໂອ ໂກລ” ສື່ຂອງ ສະເປນ ລະບຸວ່າ ແມນເຊສ ເຕີ ຢູໄນເຕັດ ຕ້ອງການຄວ້າໂຕ ເນ ມາ ມາຮ່ວມທີມໃນລະດູການນີ້ ຫຼັງລົ້ມເລີກຄວາມສົນໃຈທີ່ຈະດຶງ ຄຣິສຕຽນໂນ ໂຣນັນໂດ ປີກໂຕ ເກັ່ງຂອງ ຣິນ ມາດຣິດ ເປັນທີ່ ຮຽບຮ້ອຍແລ້ວ.
ນອກຈາກນີ້ ລາຍງານຍັງ ລະບຸເພີ່ມເຕີມວ່າ ແມນເຊສເຕີ ຢູໄນເຕັດ ຍີນດີທີ່ຈະຈ່າຍຄ່າຈີກ ສັນຍາ 170 ລ້ານປອນ ເນື່ອງ ຈາກ ແມນເຊສເຕີ ຢູໄນເຕັດ ເບິ່ງວ່າ ເນມາ ຈະມີຜົນກະະທົບ ແງ່ບວກກັບທີມຢ່າງໝາຍທັງໃນ ແລະ ນອກສະໜາມ.