ອົງການ ສປຊ ກອງທຶນສຳລັບປະຊາກອນສືບຕໍ່ຊ່ວຍເຫລືອດ້ານ ສຸຂະພາບຈະເລີນພັນໃນຊ່ວງໂຄວິດ-19 ລະບາດ

ໃນວັນທີ 21 ກັນຍານີ້, ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ຮ່ວມກັບກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ຮັບຮອງຄູ່ມືການສືບຕໍ່ບໍລິການສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (SRMNCAH) ໃນຊ່ວງການລະບາດຂອງພະຍາດໂຄວິດ-19 ເພື່ອຊ່ວຍຝຶກອົບຮົມການບໍລິການ ແລະ ການຊ່ວຍເຫຼືອວຽກງານບໍລິການດ້ານສຸຂະພາບຈະເລີນພັນຢູ່ລາວໃນຊ່ວງໂຄວິດ-19 ລະບາດ, ເຊິ່ງປຶ້ມຄູ່ມືດັ່ງກ່າວແມ່ນຮັບການພັດທະນາຮ່ວມກັນລະຫວ່າງກະຊວງສາທາລະນະສຸກ ແລະ UNFPA, UNICEF ແລະ WHO.

ເພື່ອສະໜັບສະໜູນລັດຖະບານລາວ, ແກ້ໄຂອຸປະສັກຕ່າງໃນຊ່ວງການແຜ່ລະບາດຂອງໂຄວິດ-19, ໃຫ້ທຸກຄົນໄດ້ເຂົ້າເຖິງການບໍລິການ SRMNCAH ທີ່ຈຳເປັນ. ພາຍໃຕ້ກອງທຶນ MPTF ແລະ ກິດຈະກຳ ຕ່າງໆເຊັ່ນ: ການຝຶກອົບຮົມ ເພື່ອຮັບປະກັນການບໍລິການຢ່າງຕໍ່ເນື່ອງໃນລະຫວ່າງການລະບາດຂອງພະຍາດໂຄວິດ-19.
ໃນຜ່ານມາກໍໄດ້ສຸມໃສ່ຈັດຕັ້ງປະຕິບັດຢູ່ເມືອງພູຄູນ ແລະ ເມືອງໂພນທອງ, ແຂວງຫຼວງພະບາງ ໂດຍເລັ່ງໃສ່ 5 ເປົ້າ ໝາຍ ຍຸດທະສາດ ທີ່ໄດຮັບການຊ່ວຍເຫລືອຜູ້ຊ່ຽວຊານຈາກ UNFPA, UNICEF, WHO, UNAIDS, ສູນສຸຂະພາບແມ່ ແລະ ເດັກ ແລະ ກະຊວງສາທາລະນະສຸກ (ກົມປິ່ນປົວ ແລະ ຟື້ນຟູ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມການສຶກສາ) ແລະພະແນກສາທາລະນະສຸກແຂວງຫຼວງພະບາງ.

