ສະຫະລັດບໍ່ສົນໃຈກັບມະຕິຂອງ UN, ເດີນໜ້າຂວໍ້າບາດ ອີຣານ ພຽງຝ່າຍດຽວ

ລາຍງານວັນທີ 20 ກັນຍານີ້ ໃຫ້ຮູ້ວ່າ: ລັດຖະບານສະຫະລັດເຜີຍແຜ່ຖະແຫຼງການຂອງທ່ານ ໄມພອມແພວ ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ກ່າວວ່າ: ກົນໄກການຂວໍ້າບາດອີຣານຕາມແນວທາງຂອງສະພາຄວາມໝັ້ນຄົງຂອງສະຫະປະຊາຊາດນັ້ນ(UNSC) ທີ່ເອີ້ນວ່າ ‘Snapback’ ກັບມີຜົນບັງຄັບໃຊ້ຢ່າງເປັນທາງການແລ້ວນັບຕັ້ງແຕ່ເວລາ 20:00 ໂມງໃນນະຄອນຫຼວງວໍຊິງຕັນເມື່ອວັນເສົາທີ່ຜ່ານມາ.
ຂະນະທີ່ທ່ານ ໄມພອມແພວ ເຕືອນວ່າ: ສະຫະລັດຈະດຳເນີນການກັບສະມາຊິກຂອງ UN ທຸກຄົນທີ່ບໍ່ປະຕິບັດຕາມມາດຕະການດັ່ງກ່າວ.
ຊຶ່ງວັນທີ 20 ສິງຫາຜ່ານມາ, ລັດຖະມົນຕີການຕ່າງປະເທດສະຫະລັດໄດ້ເດີນທາງໄປທີ່ສຳນັກງານໃຫ່ຍ UN ທີ່ນະຄອນນິວຢອກດ້ວຍຕົນເອງ ເພື່ອຍື່ນໜັງສືຕໍ່ທ່ານ ອັນໂດນີໂອກູເຕເຣດ ເລຂາທິການໃຫ່ຍ UN ແລະ ສຳນັກງານໃຫ່ຍຄະນະຜູ້ແທນຖາວອນ ອິນໂດເນເຊຍປະຈຳ UN ທີ່ເປັນປະທານ UNSC ປະຈຳເດືອນສິງຫາ ເພື່ອໃຫ້ຟື້ນຟູມາດຕະການ Snapback ພາຍໃນ 30 ວັນ ລວມທັງເວລາມາດຕະການປິດລ້ອມຕໍ່ອີຣານທີ່ຈະໝົດອາຍຸໃນວັນທີ 18 ຕຸລານີ້.
ເຖິງຢ່າງໃດກໍຕາມ, ສະມາຊິກ UNSC ຈຳນວນ 13 ປະເທດຈາດ 15 ປະເທດຄັດຄ້ານຢ່າງໜັກ ໂດຍໃຫ້ເຫດຜົນວ່າ: ສະຫະລັດໃຊ້ກົນໄກຈາກຂໍ້ຕົກລົງນິວເຄຣຍສະບັບປີ 2015ເຊິ່ງລັດຖະບານສະຫະລັດໄດ້ຖອນຕົວອອກໃນປີ 2018 ແຕ່ທ່ານ ໄມພອມແພວ ຍັງຢືນຢັນຄວາມຊອບທຳຂອງຕົນໃນຖານະເປັນສະມາຊິກຂອງ UNSC.
ໃນເວລາດຽວກັນ, ອັງກິດ. ຝຼັ່ງ ແລະ ເຢຍລະມັນຢືນຢັນວ່າ: ມາດຕະການຜ່ອນຜັນຕໍ່ອີຣານຈາກການຂວໍ້າບາດຈະເດີນໜ້າຕໍ່ໄປ, ການເຄື່ອນໄຫວຂອງສະຫະລັດບໍ່ມິຜົນທາງກົດໝາຍ, ສ່ວນລັດເຊຍກ່າວວ່າ: ສະມາຊິກ UNSC ມີມະຕິຊັດເຈນແລ້ວ ຕໍ່ກັບບັນຫາດັ່ງກ່າວ ແຕ່ສະຫະລັດຄົງຫູໜວກ.

