ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 19 ກັນຍາ 2020

- Ruth Bader Ginsburg ຜູ້ພິພາກສາຍິງຄົນທີ 2 ຂອງສານດີກາອາເມລິກາ ເຊິ່ງເປັນປີກຫລັກຂອງຝ່າຍເສລີນິຍົມ ແລະ ສັນຍາລັກແຫ່ງແມ່ຍິງນິຍົມຂອງຊາວອາເມລິກາ ໄດ້ເສຍຊີວິດລົງດ້ວຍພະຍາດມະເຣັງເມື່ອວັນທີ 18 ກັນຍາ ດ້ວຍອາຍຸ 87 ປີ ການເສຍຊີວິດຂອງນາງເຮັດໃຫ້ປະທານາທິບໍດີ ໂດນັລ ທຣຳ ມີໂອກາດຈະໄດ້ຮັບສຽງສ່ວນຫລາຍດ້ວຍຄະແນນ 6-3 ຈາກກຸ່ມອະນຸລັກນິຍົມ ແລະ ແນ່ນອນວ່າເລື່ອງນີ້ຈະມີອິດທິພົນຕໍ່ການເລືອກຕັ້ງປະທານາທິບໍດີໃນເດືອນພະຈິກນີ້.
- ຝ່າຍບໍລິຫານຂອງປະທານາທິບໍດີ ໂດນັລ ທຣຳ ຈະຫ້າມມີການດາວໂຫລດແອັບ WeChat ແລະ TikTok ເຊິ່ງເປັນ 2 ແອັບຍອດນິຍົມຂອງຈີນ ນັບແຕ່ວັນທີ 20 ກັນຍານີ້ເປັນຕົ້ນໄປ ໂດຍ Wibur Ross ເລຂາທິການດ້ານການຄ້າຂອງອາເມລິກາ ກ່າວວ່າ TikTok ຈະຖືກຫ້າມເຕັມຮູບແບບໃນວັນທີ 12 ພະຈິກນີ້.
ການເຄື່ອນໄຫວດັ່ງກ່າວເກີດຂຶ້ນຫລັງຈາກ ByteDance ເຈົ້າຂອງ TikTok ຊາວຈີນ ໄດ້ຍື່ນຂໍ້ສະເໜີຮ່ວມກັບ Oracle ເຊິ່ງເປັນບໍລິສັດທາງດ້ານເຕັກໂນໂລຊີສັນຊາດອາເມລິກາ ເພື່ອປ່ຽນແປງໃຫ້ຜູ້ຖືຫຸ້ນໃຫຍ່ຂອງ TikTok ຢູ່ອາເມລິກາ ກາຍເປັນບໍລິສັດສັນຊາດອາເມລິກາແທນ.
- Christopher Wray ຜູ້ອຳນວຍການຂອງ FBI ໄດ້ອອກມາເຕືອນວ່າ ຣັດເຊຍກຳລັງແຊກແຊງການເລືອກຕັ້ງປະທານາທິບໍດີຂອງອາເມລິກາ ໂດຍມີ Joe Biden ຜູ້ທ້າຊີງຈາກພັກເດໂມແຄຣດເປັນເປົ້າໝາຍຫລັກ.
ໜ່ວຍງານຂອງຣັດເຊຍກຳລັງຜະສິດສິ່ງທີ່ Wray ເອີ້ນວ່າ “ສຽງກອງທີ່ສະໝໍ່າສະເໝີຂອງຂໍ້ມູນທີ່ຜິດໆ” (steady drumbeat of misinformation) ໂດຍມີຈຸດປະສົງເພື່ອທຳລາຍຄວາມເຊື່ອໝັ້ນຂອງຜູ້ທີ່ກຳລັງສະໜັບສະໜູນ Joe Biden ຂະນະທີ່ປະທານາທິບໍດີ ໂດນັລ ທຣຳ ກຳລັງພະຍາຍາມຫລຸດຄວາມສຳຄັນ ແລະ ເຮັດໃຫ້ທຸກຄົນເບິ່ງຂ້າມເລື່ອງນີ້.
- ອົງການອະນາໄມໂລກ (WHO) ໄດ້ອອກມາເຕືອນກ່ຽວກັບການກັບມາລະບາດອີກຂອງ COVID-19 ໃນພື້ນທີ່ເອີຣົບ ໂດຍຜູ້ອຳນວຍການຂອງ WHO ປະຈຳພາກພື້ນເອີຣົບ ໄດ້ຕັ້ງຂໍ້ສັງເກດວ່າ ປັດຈຸບັນມີການເພີ່ມຂຶ້ນຂອງຜູ້ຕິດເຊື້ອໃນອັດຕາສູງກວ່າໄລຍະທີ່ມີການລະບາດສູງສຸດໃນເດືອນມີນາຜ່ານມາ.
ຂະນະດຽວກັນ ຫລາຍປະເທດຕ່າງກຳລັງເພີ່ມຄວາມເຂັ້ມງວດໃນການຄວບຄຸມ ເນື່ອງຈາກຈຳນວນຜູ້ຕິດເຊື້ອພາຍໃນປະເທດເພີ່ມຂຶ້ນອີກ ໂດຍປັດຈຸບັນຂໍ້ຈຳກັດຂອງ COVID-19 ໄດ້ຂະຫຍາຍໄປອີກ 3,3 ລ້ານຄົນໃນຫລາຍສ່ວນຂອງປະເທດອັງກິດ ເພື່ອຫລຸດການຕິດເຊື້ອໃໝ່ໆທີ່ມີທ່າອ່ຽງຈະເກີດຂຶ້ນສູງ.
- ໃນວັນທີ 18 ກັນຍາຜ່ານມາ ກອງທັບປົດປ່ອຍປະຊາຊົນຈີນ (PLA ໄດ້ຝຶກແອບທາງການທະຫານອີກ ຢູ່ບໍລິເວນຊ່ອງແຄບໄຕ້ຫວັນ ເຊິ່ງຖືເປັນໄລຍະເວລາໄລ່ລຽງກັນທີ່ເຈົ້າໜ້າທີ່ລະດັບສູງສຸດຈາກກະຊວງການຕ່າງປະເທດຂອງອາເມລິກາ ໄດ້ເດີນທາງໄປຢ້ຽມຢາມເກາະແຫ່ງນີ້ເປັນຄັ້ງທຳອິດໃນຮອບ 4 ທົດສະວັດ.
ສຳນັກຂ່າວ Global Times ຂອງພັກກອມມູນິດຈີນ ລາຍງານວ່າ ການຝຶກແອບທາງທະຫານເປັນການຕອບສະໜອງຕໍ່ການມາຢ້ຽມຢາມຂອງ Keith Krach ລັດຖະມົນຕີກະຊວງການຕ່າງປະເທດຂອງອາເມລິກາ ເຊິ່ງພວກເຂົາວິພາກວິຈານວ່າເປັນການ “ສົມຮູ້ຮ່ວມຄິດ” ລະຫວ່າງອາເມລິກາ ແລະ ໄຕ້ຫວັນ ອີກທັງຍັງເປັນແຫລ່ງທີ່ມາຂອງ “ຄວາມປັ່ນປ່ວນ” ທີ່ໂດດເດັ່ນທີ່ສຸດໃນຊ່ອງແຄບໄຕ້ຫວັນ.
- Jeanine Anez ປະທານາທິບໍດີຊົ່ວຄາວຂອງປະເທດໂບລີເວຍ (Bolivia) ໄດ້ລາອອກຈາກການເລືອກຕັ້ງປະທານາທິບໍດີຄັ້ງຕໍ່ໄປ ເຊິ່ງຈະມີຂຶ້ນໃນວັນທີ 18 ຕຸລານີ້.
Anez ກ່າວວ່າ ນາງບໍ່ຕ້ອງການແຍກຄະແນນສຽງຂອງຝ່າຍຄ້ານອອກມາ ແລະ ບໍ່ຕ້ອງການໃຫ້ພັກ MAS ຂອງຝ່າຍສັງຄົມນິຍົມຂອງອະດີດປະທານາທິບໍດີ Evo Morales ໄດ້ຮັບອຳນາດອີກ. ຂະນະທີ່ Morales ໄດ້ລາອອກ ແລະ ລີ້ໄພໄປຕ່າງປະເທດໃນປີຜ່ານມາ ທ່າມກາງຂໍ້ກ່າວຫາເລື່ອງການທຸຈະລິດການເລືອກຕັ້ງ ຫລັງຈາກດຳລົງຕຳແໜ່ງປະທານາທິບໍດີມາໄດ້ 14 ປີ.
- ຄະນະກຳມະການຂອງ CaixaBank ແລະ Bankia ຕົກລົງຈະລວມກັນເພື່ອສ້າງທະນາຄານໃຫຍ່ທີ່ສຸດຂອງປະເທດສະເປນພາຍໃຕ້ຊື່ CaixaBank.
ກ່ອນໜ້ານີ້ ລັດຖະບານສະເປນເຄີຍຊ່ວຍເຫລືອ Bankia ໃນໄລຍະວິກິດການເງິນໂລກ ແລະ ໄດ້ເຂົ້າມາເປັນຜູ້ຖືຫຸ້ນຫລາຍກວ່າ 60% ຂອງບໍລິສັດ ໂດຍລັດຖະບານຈະຖືຫຸ້ນອີກ 16% ຂອງທະນາຄານໃໝ່ທີ່ກຳລັງຈະສ້າງຂຶ້ນ ຂະນະທີ່ຄະນະກຳມະການຫວັງວ່າການລວມກິດຈະການຈະສາມາດຫລຸດຕົ້ນທຶນໄດ້ປະມານ 770 ລ້ານເອີໂຣ (909 ລ້ານໂດລາ) ພາຍໃນປີ 2023.
- ຜູ້ພິພາກສາໃນລັດມິຊິແກນ ສະຫະລັດອາເມລິກາ ເຊິ່ງເປັນລັດສະມໍລະພູມທີ່ຈະຕັດສິນວ່າບັດລົງຄະແນນທີ່ຈ້ຳກາໄປສະນີພາຍໃນວັນທີ 2 ພະຈິກ ຈະຕ້ອງຖືກນັບຄະແນນ ຖ້າພວກມັນມາຮອດມືຂອງຄະນະກຳມະການພາຍໃນບໍ່ເກີນ 14 ວັນ ຫລັງຈາກມີການເລືອກຕັ້ງໃນວັນທີ 3 ພະຈິກນີ້.
ການພິຈາລະນາຄະດີດັ່ງກ່າວ ເກີດຂຶ້ນເພື່ອປົກປ້ອງສິດໃນການອອກສຽງຂອງປະຊາຊົນ ໂດຍຄາດວ່າຈະມີການລົງຄະແນນທາງໄປສະນີເພີ່ມຂຶ້ນ ເນື່ອງຈາກການແຜ່ລະບາດຍັງຮຸນແຮງພາຍໃນປະເທດ ຂະນະທີ່ຜົນການສຳຫລວດຫລ້າສຸດພົບວ່າ ທ່ານ ໂດນັລ ທຣຳ ໄດ້ຮັບຄະແນນໃນລັດມິຊິແກນໜ້ອຍກວ່າທີ່ທ່ານໄດ້ຮັບເມື່ອປີ 2016 ຢູ່ 11.000 ຄະແນນ ແລະ ຜົນສຳຫລວດຍັງຊີ້ໃຫ້ເຫັນອີກວ່າ Joe Biden ຄູ່ແຂ່ງຂອງທ່ານກຳລັງໄດ້ຮັບຄະແນນນຳໜ້າຢູ່.

