ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 18 ກັນຍາ 2020

- Joe Biden ໄດ້ເປີດສາກຖົກຖຽງກັບລັດຖະບານອັງກິດ ໂດຍທ່ານກ່າວວ່າ ຮ່າງກົດໝາຍໃໝ່ທີ່ອັງກິດຂູ່ວ່າຈະອອກມາເພື່ອທົດແທນບາງສ່ວນຂອງຂໍ້ຕົກລົງ Brexit ທີ່ສັນຍາໄວ້ກັບສະຫະພາບເອີຣົບ ຈະຕ້ອງບໍ່ທຳລາຍສັນຕິພາບຢູ່ໄອແລນເໜືອ. ຂະນະທີ່ພັນທະມິດຝ່າຍອະນຸລັກນິຍົມຂອງນາຍົກລັດຖະມົນຕີ Boris Johnson ແຫ່ງອັງກິດ ໄດ້ອອກມາກ່າວວ່າ ທ່ານບໍ່ເຂົ້າໃຈບັນຫານີ້ຂອງອາເມລິກາ ແລະ ອາເມລິກາຄວນຄຳນຶງເຖິງທຸລະກິດຂອງຕົນເອງກ່ອນທີ່ຈະເຂົ້າມາຫຍຸ້ງກ່ຽວເລື່ອງຂອງສະຫະຣາຊະອານາຈັກ.
- ຫລາຍມື້ຫລັງຈາກລັດຖະບານອາເມລິກາ ໄດ້ກຳນົດຂໍ້ຈຳກັດໃນການນຳເຂົ້າສິນຄ້າຈາກມົນທົນຊິນຈຽງຂອງຈີນ ເນື່ອງຈາກເຫດຜົນເລື່ອງການລະເມີດສິດທິມະນຸດພາຍໃນເມືອງ, ລັດຖະບານປັກກິ່ງໄດ້ອອກມາສະແດງຄວາມຄິດເຫັນ ເພື່ອປົກປ້ອງຄ້າຍ “ການສຶກສາໃໝ່” ທີ່ຕັ້ງຢູ່ເຂດດັ່ງກ່າວ ໂດຍກ່າວວ່າຄ້າຍຕ່າງໆທີ່ພວກເຂົາສ້າງຂຶ້ນນັ້ນ ສ່ວນຫລາຍເປັນທີ່ຢູ່ອາໄສຂອງຊາວອຸຍກູ ເຊິ່ງເປັນຊົນກຸ່ມໜ້ອຍຊາວມຸດສະລິມພາຍໃນປະເທດ.
ຈີນຢືນຢັນວ່າ ຄ້າຍແຫ່ງນີ້ໄດ້ສ້າງບຸກຄະລາກອນທີ່ມີທັກສະ, ຄວາມຮູ້ ແລະ ນະວັດຕະກຳໃນວົງກວ້າງ ເຊິ່ງຖືວ່າກົງຕາມຄວາມຕ້ອງການຂອງໂລກຍຸກໃໝ່. ຂະນະທີ່ນັກເຄື່ອນໄຫວຝ່າຍຕໍ່ຕ້ານກ່າວວ່າ: ຄ້າຍແຫ່ງນີ້ເປັນສະຖານທີ່ທໍລະມານ ແລະ ການຂົ່ມເຫັງທາງສາສະໜາ ລວມທັງການບັງຄັບໃຫ້ເຮັດໝັນ.
- ທະນາຄານແຫ່ງປະເທດອັງກິດ ໄດ້ຕັດສິນໃຈຮັກສາອັດຕາດອກເບ້ຍໄວ້ 0,1% ໃນຄັ້ງນີ້ ແລະ ໄດ້ເຕືອນວ່າ ການຟື້ນຕົວທາງເສດຖະກິດຂອງສະຫະຣາຊະອານາຈັກກຳລັງຢູ່ພາຍໃຕ້ການຄຸກຄາມຈາກການກັບມາລະບາດຂອງ COVID-19.
ນອກຈາກນີ້ ພວກເຂົາຍັງເປີດເຜີຍເຖິງບົດສະຫລຸບທີ່ອາດຈະຮ້າຍແຮງຂອງການ No-Deal Brexit ເຊິ່ງກ່ຽວຂ້ອງກັບການເຈລະຈາທາງການຄ້າກັບສະຫະພາບເອີຣົບ ແລະ ພວກເຂົາກໍກ່າວອີກວ່າ ອາດມີການກຳນົດອັດຕາດອກເບ້ຍໃຫ້ຢູ່ໃນລະດັບຕິດລົບ ຖ້າເສດຖະກິດຍັງຕົກຄໍ່າໄປຫລາຍກວ່ານີ້.
- Fayez al-Sarra ນາຍົກລັດຖະມົນຕີຂອງປະເທດລີເບຍ ໄດ້ປະກາດເຖິງຄວາມຕັ້ງໃຈຈະລາອອກຈາກຕຳແໜ່ງໃນທ້າຍເດືອນຕຸລານີ້ ໂດຍການປະກາດດັ່ງກ່າວເກີດຂຶ້ນພຽງ 1 ເດືອນຫລັງຈາກປະເທດໄດ້ຮັບການຍອມຮັບຈາກ UN.
ນອກຈາກນີ້ ທ່ານຍັງໄດ້ໂອ້ລົມເພື່ອຫາແນວທາງສ້າງສັນຕິພາບກັບຝ່າຍບໍລິຫານຂອງພັກຄູ່ແຂ່ງ ເຊິ່ງກ່ຽວຂ້ອງກັບ Khalifa Haftar ຂຸນເສິກທີ່ພະຍາຍາມຍຶດນະຄອນຫລວງ Tripoli ໃນປີຜ່ານມາ ໂດຍທັງ 2 ຝ່າຍໄດ້ຕົກລົງຈະຈັດການເລືອກຕັ້ງຄັ້ງໃໝ່ຂຶ້ນພາຍໃນ 18 ເດືອນຕໍ່ຈາກນີ້.
- ລັດຖະບານຂອງປະເທດເບລາຣຸສ ໄດ້ຈັບກຸມ Maria Kolesnikova ນັກເຄື່ອນໄຫວຄົນສຳຄັນຂອງປະເທດ ແລະ ໄດ້ຕັ້ງຂໍ້ຫາວ່າ “ທຳລາຍຄວາມໝັ້ນຄົງຂອງປະເທດ” ໂດຍ Kolesnikova ເປັນໜຶ່ງໃນ 3 ຂອງຜູ້ຍິງທີ່ເປັນຫົວຫອກໃນການຕໍ່ຕ້ານ Alexander Lukashenko ປະທານາທິບໍດີຂອງປະເທດທີ່ຖືກກ່າວຫາຢ່າງໜັກວ່າທ່ານສໍ້ໂກງການເລືອກຕັ້ງໃນເດືອນຜ່ານມາ.
ໃນອາທິດຜ່ານມາ, ເຈົ້າໜ້າທີ່ຂອງລັດຖະບານໄດ້ພະຍາມທີ່ຈະເນລະເທດນາງໄປປະເທດອູເກຣນ ແຕ່ຖືກຂັດຂວາງເມື່ອນາງຈີນ Passport ຂອງຕົນເອງຢູ່ບໍລິເວນຊາຍແດນ.
- Snowflake ຜູ້ຜະລິດໂປຣແກຣມຖານຂໍ້ມູນ Digital ທີ່ Berkshire Hathaway ຂອງ Warren Buffet ຊື້ IPO ເມື່ອມໍ່ໆມານີ້, ຫລ້າສຸດໄດ້ສ້າງປາກົດການທາງການເງິນຄັ້ງໃໝ່ຂຶ້ນ ໃນໄລຍະຫຸ້ນຂອງບໍລິສັດເປີດຕົວໃນຕະຫລາດຫລັກຊັບນິວຢ໋ອກ.
ມູນຄ່າຂອງບໍລິສັດອາຍຸ 8 ປີແຫ່ງນີ້ໄດ້ເພີ່ມຂຶ້ນຈາກ 3,3 ໝື່ນລ້ານໂດລາ ເປັນເກືອບ 7,1 ໝື່ນລ້ານໂດລາ ເຊິ່ງຖືເປັນການເພີ່ມຂຶ້ນຂອງລາຄາຫຸ້ນໃນກຸ່ມບໍລິສັດທາງດ້ານຊອບແວທີ່ຮຸນແຮງທີ່ສຸດເທົ່າທີ່ເຄີຍມີມາ.
ນັກລົງທຶນຕ່າງໆ ຈະກະຕືລືລົ້ນຈະພະນັນກັບອະນາຄົດຂອງບໍລິສັດທາງດ້ານການແກ້ໄຂຂໍ້ມູນອົງກອນ ແລະ ແນ່ນອນວ່າອາດເຮັດໃຫ້ເງິນພະນັນມູນຄ່າ 735 ລ້ານໂດລາຂອງ Berkshire Hathaway ມີມູນຄ່າເພີ່ມຂຶ້ນກວ່າສອງເທົ່າໃນວິນາທີດຽວກັນນັ້ນ.
- Twitter ໄດ້ຕິດປ້າຍເຕືອນໃນທະວິດເຕີຂອງ Donald Trump ກ່ຽວກັບການລົງຄະແນນທາງໄປສະນີ ໂດຍບອກວ່າ ທ່ານ ທຣຳ ໄດ້ໃສ່ຂໍ້ມູນທີ່ເຮັດໃຫ້ຄົນເຂົ້າໃຈຜິດ ໂດຍປະທານາທິບໍດີຂຽນວ່າ:
“ເນື່ອງຈາກມີການສົ່ງບັດລົງຄະແນນຈຳນວນຫລາຍທາງໄປສະນີ. ດັ່ງນັ້ນ ຜົນລົບໃນການເລືອກຕັ້ງຄັ້ງນີ້ຈຶ່ງອາດບໍ່ຖືກຕ້ອງແບບທີ່ຄວນຈະເປັນ ແຕ່ນີ້ກໍເປັນສິ່ງທີ່ບາງຄົນຕ້ອງການ”.
ຂະນະທີ່ Twitter ຕິດປ້າຍເອົາໄວ້ຢູ່ໂພສຂອງທ່ານ ເພື່ອນຳຜູ້ໃຊ້ໄປຫາໜ້າເວັບທີ່ອະທິບາຍວ່າ ການລົງຄະແນນທາງໄປສະນີນັ້ນຖືກກົດໝາຍ ແລະ ປອດໄພ.
- ກະຊວງການເງິນອາເມລິກາ ລວມທັງ ByteDance ແລະ Oracle ຂອງ TikTok ໄດ້ປະກາດຍອມຮັບຂໍ້ຕົກລົງແບບບໍ່ເປັນທາງການກ່ຽວກັບເງື່ອນໄຂການສະເໜີລາຄາຂອງ Oracle ສຳລັບການດຳເນີນງານຢູ່ອາເມລິກາ.
Steven Mnuchin ລັດຖະມົນຕີວ່າການກະຊວງການເງິນ ໄດ້ສົ່ງເອກະສານຂໍ້ກຳນົດສະບັບແກ້ໄຂໃໝ່ຂອງ Bytedance ໃນວັນທີ 16 ກັນຍາຜ່ານມາ ແລະ Oracle ກໍຍອມຮັບເອກະສານັ້ນ ໂດຍພວກເຂົາອະທິບາຍເຖິງການປ່ຽນແປງ ເພື່ອແກ້ໄຂຂໍ້ກັງວົນດ້ານຄວາມໝັ້ນຄົງແຫ່ງຊາດກ່ຽວກັບການເຮັດທຸລະກຳຂອງບໍລິສັດ.
ໃນຂະນະດຽວກັນ ຝ່າຍບໍລິຫານຂອງ Trump ໄດ້ຂໍໃຫ້ບໍລິສັດເກມຕ່າງໆໃຫ້ຂໍ້ມູນກ່ຽວກັບສົນທິສັນຍາໃນການຮັກສາຄວາມປອດໄພຂອງຂໍ້ມູນທີ່ກ່ຽວຂ້ອງກັບ Tencent ຍັກໃຫຍ່ດ້ານເຕັກໂນໂລຊີຂອງຈີນ.
ຄະນະກຳມະການດ້ານການລົງທຶນຕ່າງປະເທດຂອງອາເມລິກາ ໄດ້ສົ່ງຈົດໝາຍເຖິງບໍລິສັດຊັ້ນນຳຫລາຍແຫ່ງ ເຊິ່ງລວມທັງ Epic Games, Riot Games ແລະ ບໍລິສັດອື່ນໆ ເພື່ອສອບຖາມກ່ຽວກັບລະບຽບການຮັກສາຄວາມປອດໄພໃນການແກ້ໄຂຂໍ້ມູນສ່ວນບຸກຄົນຂອງຊາວອາເມລິກາ.
Tencent ຄືບໍລິສັດເກມໃຫຍ່ທີ່ສຸດໃນໂລກ ພວກເຂົາເປັນເຈົ້າຂອງ Riot ໃນລອສແອງເຈລິສ ແລະ ມີອັດຕາການຖືຫຸ້ນເຖິງ 40% ໃນ Epic.
- ຫຸ້ນອາຊີປັບເພີ່ມຂຶ້ນເລັກໜ້ອຍ ທ່າມກາງການຟື້ນຕົວຂອງເງິນໂດລາ ໂດຍເກີດຂຶ້ນຫລັງຈາກຕະຫລາດຫຸ້ນອາເມລິກາໄດ້ຜະເຊີນການຫລຸດລົງຮຸນແຮງທີ່ສຸດ, ຂະນະທີ່ພັນທະມິດປັບສູງຂຶ້ນເຊັ່ນກັນ.
ດັດຊະນີ Futures ໃນຕະຫລາດຍີ່ປຸ່ນ, ຮົງກົງ ແລະ ອົດສະຕຣາລີປັບຂຶ້ນ, ຂະນະທີ່ S&P 500 ຫລຸດລົງເປັນວັນທີ 2 ເຖິງວ່າຈະມີສັນຍານຂອງການຟື້ນຕົວເກີດຂຶ້ນ ຫລັງຈາກຫລຸດອອກຈາກເສັ້ນຄ່າສະເລ່ຍເຄື່ອນທີ່ 50 ວັນ.
ຫຸ້ນເຕັກໂນໂລຊີເປັນຕົວຊີ້ວັດໃຫຍ່ທີ່ສຸດ ໂດຍ Apple, Facebook ແລະ Microsoft ຄືແຮງຂັບເຄື່ອນທີ່ສຳຄັນຂອງ Nasdaq Composite ຂະນະທີ່ຂໍ້ມູນຫລ້າສຸດສະແດງໃຫ້ເຫັນວ່າຈຳນວນຊາວອາເມລິກາທີ່ຍື່ນຂໍສະຫວັດດີການວ່າງງານກັບມາຫລຸດລົງອີກ.
ລາຄານ້ຳມັນດິບເພີ່ມຂຶ້ນເໜືອ 40 ໂດລາຕໍ່ບາເຣນ. ຂະນະທີ່ລາຄາແກັສທຳມະຊາດຫລຸດລົງຫລາຍທີ່ສຸດໃນຮອບເກືອບ 2 ປີຫລັງຈາກຕົວເລກປະລິມານສະຕັອກເພີ່ມສູງຂຶ້ນຫລາຍກວ່າຄາດຄະເນໄວ້ ເຮັດໃຫ້ເກີດຄວາມກັງວົນວ່ານ້ຳມັນຈະມີຫລາຍເກີນໄປ.
ລາຄາພັນທະບັດຂອງປະເທດອັງກິດເພີ່ມຂຶ້ນເຊັ່ນກັນ ຫລັງຈາກຜູ້ກຳນົດນະໂຍບາຍຂອງທະນາຄານກາງກ່າວວ່າພວກເຂົາກຳລັງພິຈາລະນາການໃຊ້ນະໂຍບາຍອັດຕາດອກເບ້ຍຕິດລົບ.

