ພາຍຸ Sally ຂຶ້ນຝັ່ງຖະຫຼົ່ມ ສະຫະລັດ

ລາຍງານຂ່າວຈາກໜັງສືພິມ vietnamnet, ວັນທີ 17 ກັນຍາ ໃຫ້ຮູ້ວ່າ: ພາຍຸ Sally ໄດ້ຂຶ້ນຊາຍຝັ່ງໃນລັດ Florida ແລະ Alabama ຂອງສະຫະລັດ ດ້ວຍຄວາມແຮງ 165 km/h, ຝົນຕົກໜັກ, ນໍ້າຖ້ວມເຮືອນຊານບ້ານຊ່ອງ, ລົດລາງພາຫະນະໄຫຼຕາມແລວນໍ້າເດຍລະດາດ.

AP ລາຍງານເພີ່ມເຕີມວ່າ: ພາຍຸ Sally ໄດ້ພັດເອົາເຮືອທີ່ທຽບທ່າໄວ້ນັ້ນໄຫຼເຂົ້າໄປໃນແຜ່ນດິນໃຫ່ຍ ແລະ ຈົມລົງໃນພື້ນທະເລກໍມີ. ນອກຈາກນັ້ນພາຍຸຍັງໄດ້ຖະຫຼົ່ມລະບົບໄຟຟ້າໃຫ້ພັງທະລາຍໄປ, 540.000 ຫຼັງຄາເຮືອນບໍ່ມີໄຟຟ້າໃຊ້.

ຜູ້ວ່າການເມືອງ Orange Beach, ລັດ Alabama, ທ່ານ Tony Kennon ໃຫ້ຮູ້ວ່າ: ພາຍຸໄດ້ພັດເຂົ້າໃສ່ອາຄານເຮືອນພັກ 5 ຊັ້ນ ຫຼັງໜຶ່ງພັງຖະຫຼົ່ມລົງ, ມິຢ່າງໜ້ອຍ 50 ຄົນຖືກຊ່ວຍເຫຼືອອກມາໄດ້ຈາກອາຄານທີ່ຖືກນໍ້າຖ້ວມ. ທ່ານກ່າວວ່າ: “ພວກເຮົາສາມາດຊ່ວຍເອົາຊີວິດຄົນຈຳນວນໜ້ອຍໜຶ່ງເທົ່ານັ້ນໄວ້ໄດ້ ເພາະລະດັບນໍ້າຂຶ້ນສູງ ເຮັດໃຫ້ການຊ່ວຍເຫຼືອພົບຄວາມຫຍຸ້ງຍາກ, ສ່ວນຜູ້ຄົນທີ່ຍັງຕົກຄ້າງຢູ່ໃນເຮືອນພັກຫຼັງດັ່ງກ່າວຍັງມີຄວາມປອດໄພຢູ່, ຖ້າໃຫ້ນໍ້າຫຼຸດລົງເລັກນ້ອຍພວກເຮົາຈະຊ່ວຍເອົາພວກເຂົາອອກມາ”.

ໃນຂະນະດຽວກັນ, ເຈົ້າໜ້າທີ່ໃນເມືອງ Pensacola, ລັດ Florida ໃຫ້ຮູ້ວ່າ: ມີທະຫານປະມານ 200 ນາຍທີ່ຂຶ້ນກັບກອງພິທັກແຫ່ງຊາດສະຫະລັດ, ໃນວັນທີ 17 ກັນຍາ ໄດ້ເລັ່ງໃຫ້ການຊ່ວຍເຫຼືອກູ້ໄພ, ພ້ອມດຽວກັນກໍໄດ້ປະກາດພາວະສຸກເສີນໃນເມືອງ Escambia ໃນລັດ Florida, ເຊັ່ນດຽວກັນກັບເມືອງອື່ນໆທີ່ຢູ່ລຽບຕາມຊາຍຝັ່ງທະເລໃນລັດ Alabama.

ຂ່າວ: ລູກເມືອງພວນ.