ສະຫະລັດຍົກເລີກມາດຕະການຂັດກອງພະຍາດ ຜູ້ໂດຍສານເດີນທາງເຂົ້າປະເທດ.

ແຫຼ່ງຂ່າວຈາກສຳນັກຂ່າວໄທ ເມື່ອວັນທີ 16 ກັນຍາ ລາຍງານວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ(CDC) ປະກາດຍົກເລີກມາດຕະການຂັດກອງພະຍາດຕໍ່ຜູ້ທີ່ເດີນທາງມາຈາກຕ່າງປະ
ເທດ ຕັ້ງແຕ່ວັນນີ້ແລ້ວ.
ໂດຍຜູ້ທີ່ໄດ້ຮັບສິດຍົກເວັ້ນຈະບໍ່ຕ້ອງຖືກບັງຄັບໃຫ້ຜູ້ເດີນທາງເຂົ້າປະເທດໂດຍຜ່ານສະໜາມບິນຂະໜາດໃຫ່ຍ 15 ແຫ່ງ ຕາມນະໂຍບາຍຄວບຄຸມພະຍາດລະບາດໂຄວິດ-19 ອີກຕໍ່ໄປ ແລະ ນອກຈາກຍົກເລີກມາດຕະການດັ່ງກ່າວແລ້ວ, CDC ກໍຍັງມຸ່ງເນັ້ນມາດຕະການອື່ນໆອີກ ຢ່າງເຊັ່ນ: ການຮັບມືຜູ້ປ່ວຍທີ່ປາກົດອາການທີ່ສະໜາມບິນ, ການໃຊ້ເລເລັກໂຕຣນິກ ໃນການລວບລວມຂໍ້ມູນຂອງຜູ້ໂດຍສານທີ່ມີປະຫວັດການຕິດຕໍ່ກັບຜູ້ຕ້ອງສົງໄສຕິດເຊື້ອເພື່ອໃຫ້ບຸກຄົນນັ້ນໆ ຫຼີກລ່ຽງຕໍ່ແຖວທີ່ສະໜາມບິນ, ອີກທັງຍັງຈະດຳເນີນມາດຕະການທົດສອບການຕິດເຊື້ອທີ່ອາດເກີດຂຶ້ນຈາກການເດີນທາງເປັນຕົ້ນດ້ວຍ.
ຂ່າວ: ລູກເມືອງພວນ.

