ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 16 ກັນຍາ 2020

- ທ່ານ ໂດນັລ ທຣຳ ຂູ່ວ່າຈະ “ເຮັດບາງຢ່າງ” ກ່ຽວກັບອົງການການຄ້າໂລກ (WTO) ຫລັງຈາກພວກເຂົາປະກາດວ່າການເກັບພາສີທີ່ອາເມລິກາກຳນົດໄວ້ຕໍ່ຈີນໃນປີ 2018 ນັ້ນເປັນການລະເມີດກົດໝາຍສາກົນ.
WTO ໄດ້ປະຕິເສດຂໍ້ຂັດແຍ່ງຂອງອາເມລິກາທີ່ວ່າ ມາດຕະການດັ່ງກ່າວໄດ້ຮັບຄວາມຍຸຕິທຳຈາກແນວທາງປະຕິບັດຂອງຈີນທີ່ມັກຈະທຳຮ້າຍຜົນປະໂຫຍດຂອງຊາວອາເມລິກາ ລວມທັງການລັກເອົາຊັບສິນທາງປັນຍາ. ຂະນະທີ່ມາດຕະການຂອງອາເມລິກາ ຄືການເກັບພາສີຕໍ່ສິນຄ້າທີ່ມີມູນຄ່າຫລາຍກວ່າ 2 ແສນລ້ານໂດລາ/ປີ.
- Bahrain ແລະ ສະຫະລັດອາຣັບເອມິເຣດ (UAE) ໄດ້ລົງນາມໃນຂໍ້ຕົກລົງ ເພື່ອເຊື່ອມການພົວພັນກັບອິດສະລາແອນແລ້ວ ໂດຍລະຫວ່າການເຮັດພິທີ ປະທານາທິບໍດີ ໂດນັລ ທຣຳ ກ່າວວ່າ ປະເທດອາຣັບອື່ນໆອີກ 5 ຫລື 6 ປະເທດ ເຊິ່ງທ່ານຍັງບໍ່ໄດ້ລະບຸຊື່ກຳລັງຢູ່ໃກ້ຄຽງກັບການເຮັດຂໍ້ຕົກລົງດັ່ງກ່າວຮ່ວມກັນ ເຖິງວ່າຜູ້ນຳຊາວປາແລັສຕິນ ເຊິ່ງເປັນປະເທດທີ່ຍັງຢູ່ພາຍໃຕ້ການຍຶດຄອງຂອງອິດສະລາແອນເບິ່ງຄືວ່າຈະບໍ່ຍອມເຂົ້າຮ່ວມກັບຂໍ້ຕົກລົງນີ້.
- ByteDance ກຳລັງຍື່ນຂໍ້ສະເໜີທີ່ຈະຮັກສາອັດຕາສ່ວນການເປັນຜູ້ຖືຫຸ້ນລາຍໃຫຍ່ໃນ TikTok ເຖິງວ່າໃກ້ຈະເຖິງເສັ້ນຕາຍທີ່ທຳນຽບຂາວກຳນົດໃຫ້ພວກເຂົາຖອນຕົວອອກຈາກການເຮັດທຸລະກິດຢູ່ອາເມລິກາ.
ByteDance ກຳລັງຕ້ອງການທີ່ຈະຕັ້ງບໍລິສັດໃໝ່ທີ່ມີສຳນັກງານໃຫຍ່ຢູ່ອາເມລິກາ ເພື່ອຮອງຮັບບໍລິການພາຍໃຕ້ແຜນການໃໝ່ ແລະ ເພື່ອຫລຸດຄວາມກັງວົນທີ່ວ່າ ບໍລິສັດຈະມີການສົ່ງອອກຂໍ້ມູນຜູ້ໃຊ້ໃຫ້ແກ່ກອງທັບຂອງຈີນ. ຂະນະທີ່ Oracle ເຊິ່ງເປັນຍັກໃຫຍ່ດ້ານຊອບແວສັນຊາດອາເມລິກາຈະເຂົ້າຖືຫຸ້ນສ່ວນໜ້ອຍຂອງ TikTok.
- Suga Yoshihide ໄດ້ຮັບເລືອກຈາກລັດຖະສະພາຂອງຍີ່ປຸ່ນໃຫ້ເປັນນາຍົກລັດຖະມົນຕີຄົນຕໍ່ໄປຢ່າງເປັນທາງການແລ້ວ ໂດຍທ່ານເຂົ້າມາແທນທ່ານ Abe Shinzo.
ຂະນະດຽວກັນ, ທ່ານ Abe ກ້າວລົງຈາກຕຳແໜ່ງດ້ວຍສຸຂະພາບບໍ່ຄ່ອຍດີ ແລະ ໄດ້ກາຍເປັນນາຍົກລັດຖະມົນຕີທີ່ດຳລົງຕຳແໜ່ງຍາວນານທີ່ສຸດຂອງປະເທດ. ຂະນະທີ່ທ່ານ Suga ເຊິ່ງມີຊື່ສຽງໃນເລື່ອງຄວາມຂະຫຍັນໝັ່ນພຽນກຳລັງຈະດຳລົງຕຳແໜ່ງຫົວໜ້າເລຂາທິການຄະນະລັດຖະບານ ໃນປີສຸດທ້າຍຂອງວາລະການເລືອກຕັ້ງໃຫ້ແກ່ Abe.
- ຕຳຫລວດຂອງປະເທດເກຣັກໄດ້ຈັບກຸມຜູ້ຊາຍ 5 ຄົນທີ່ຖືກກ່າວຫາວ່າຈູດໄຟເຜົາຄ້າຍຜູ້ອົບພະຍົບ ຢູ່ເກາະ Lesbos ເຊິ່ງໃຫຍ່ທີ່ສຸດໃນເອີຣົບ ຂະນະທີ່ຜູ້ອົບພະຍົບ 800 ຄົນຈາກ 12.000 ຄົນຖືກຍ້າຍໄປຄ້າຍແຫ່ງໃໝ່ ເຊິ່ງໃນອະດີດຢູ່ພາຍໃຕ້ໄລຍະຍິງຂອງກຳລັງທະຫານທີ່ປັກຫລັກຢູ່ໃກ້ໆ, ສ່ວນຜູ້ອົບພະຍົບທີ່ເຫລືອອີກຈຳນວນຫລາຍຍັງຫາບ່ອນນອນບໍ່ໄດ້ເປັນຫລັກແຫລ່ງ. ຂະນະທີ່ເຢຍລະມັນຕົກລົງຈະຮັບຜູ້ອົບພະຍົບຈຳນວນ 1.500 ຄົນ.
- Carmine Di Sibio ປະທານລະດັບໂລກຂອງ EY ຍອມຮັບວ່າ: “ເສຍໃຈ” ທີ່ມີການສໍ້ໂກງເກີດຂຶ້ນກັບບໍລິສັດ Wirecard ເຊິ່ງເປັນກຸ່ມ Fintech ຂອງເຢຍລະມັນທີ່ໄດ້ຈ້າງພວກເຂົາເປັນຜູ້ກວດສອບບັນຊີຂອງບໍລິສັດ ເຖິງວ່າຄວາມຜິດເຫລົ່ານັ້ນຈະຍັງບໍ່ຖືກເປີດເຜີຍໃນມໍ່ໆນີ້.
Sibio ຍັງກ່າວອີກວ່າ ບໍລິສັດບັນຊີຍັກໃຫຍ່ຂອງລາວຈະຍົກລະດັບເລື່ອງຄວາມປອດໄພຕໍ່ຈາກນີ້. ຂະນະທີ່ Wirecard ໄດ້ຍື່ນລົ້ມລະລາຍຕໍ່ສານໃນເດືອນມິຖຸນາຜ່ານມາ ຫລັງຈາກຍອມຮັບວ່າເງິນເກືອບ 2 ພັນລ້ານເອີໂຣ (2,3 ພັນລ້ານໂດລາ) ໃນງົບດຸນຂອງບໍລິສັດນັ້ນບໍ່ມີຢູ່ຈິງ.
- Andres Manuel Lopez Obrador ປະທານາທິບໍດີຂອງເມັກຊິໂກ ໄດ້ຮ້ອງຂໍໃຫ້ວຸດທິສະພາຂອງປະເທດກຳນົດເວລາການລົງປະຊາມະຕິໃນເດືອນມິຖຸນາ 2021 ໂດຍທ່ານຕ້ອງການຖາມປະຊາຊົນວ່າຈະສາມາດດຳເນີນຄະດີຕໍ່ປະທານາທິບໍດີ 5 ຄົນຫລ້າສຸດກ່ອນໜ້າການຮັບຕຳແໜ່ງຂອງທ່ານໄດ້ ຫລື ບໍ່ ໂດຍມີການສັນນິຖານວ່າວຸດທິສະພາຈະອະນຸຍາດໃຫ້ມີການສອບສວນທີ່ນຳໂດຍລັດຖະບານກ່ຽວກັບການທຸຈະລິດທີ່ພວກເຂົາທັງ 5 ຄົນຖືກກ່າວວ່າ. ນອກຈາກນີ້ ຍັງມີການກະຕຸ້ນໃຫ້ເກີດການເລືອກຕັ້ງລັດຖະສະພາຂອງເມັກຊິໂກຂຶ້ນອີກ ເຊິ່ງຈະມີຂຶ້ນໃນມື້ດຽວກັນນັ້ນ.
- ທຳນຽບຂາວ ໄດ້ປະກາດຂໍ້ຈຳກັດການນຳເຂົ້າສິນຄ້າທີ່ສົງໄສວ່າຜະລິດໂດຍການບັງຄັບໃຊ້ແຮງງານໃນເຂດຊິນຈຽງຂອງຈີນ. ການສັ່ງຫ້າມດັ່ງກ່າວປະກອບມີຜ້າຝ້າຍ ແລະ ເສື້ອຜ້າ ເຊິ່ງຊິນຈຽງເປັນແຫລ່ງຜະລິດຝ້າຍສ່ວນໃຫຍ່ຂອງປະເທດ.
ບັນຫານີ້ ກ່ຽວຂ້ອງກັບການທີ່ຈີນຖືກກ່າວຫາວ່າລະເມີດສິດທິມະນຸດຂອງຊົນກຸ່ມນ້ອຍພາຍໃນປະເທດ ເຊັ່ນການກັກຂັງຊາວມຸດສະລິມອຸຍກູປະມານ 1 ລ້ານຄົນໃນ gulags ເຊິ່ງພວກເຂົາເອີ້ນວ່າ: “ສູນການສຶກສາໃໝ່”.
- ຄະນະກຳມາທິການແຫ່ງສະຫະພາບເອີຣົບ ໄດ້ຍື່ນຂໍ້ສະເໜີຕໍ່ລັດຖະບານຂອງປະເທດສະມາຊິກ ວ່າທະນາຄານຂອງກຸ່ມຄວນຈະມີການເຂົ້າເຖິງສຳນັກຫັກບັນຊີຂອງລອນດອນ (London clearing-houses) ຕໍ່ໄປຈົນຮອດກາງປີ 2022.
ການແນະນຳໃຫ້ພວກເຂົາຂະຫຍາຍໄລຍະເວລາໄປອີກ 18 ເດືອນ ມີຈຸດປະສົງເພື່ອຫລຸດຄວາມປັ່ນປ່ວນຂອງຕະຫລາດ ຖ້າບໍ່ມີການບັນລຸຂໍ້ຕົກລົງທາງການຄ້າທີ່ກວ້າງຂຶ້ນ ພາຍໃນປີນີ້ເມື່ອໄລຍະເວລາປ່ຽນຜ່ານລະຫວ່າງ Brexit ສິ້ນສຸດລົງ ໂດຍຄາດວ່າຈະມີການຕັດສິນໃຈກ່ຽວກັບການຂະຫຍາຍເວລາພາຍໃນເດືອນຕຸລານີ້.
- ຕົວເລກໃໝ່ຫລ້າສຸດສະແດງໃຫ້ເຫັນວ່າຕະຫລາດແຮງງານຂອງອັງກິດໄດ້ສູນເສຍຕຳແໜ່ງງານເກືອບ 700.000 ຕຳແໜ່ງ ນັບແຕ່ເດືອນມີນາຈົນຮອດເດືອນສິງຫາ ເຊິ່ງເປັນໄລຍະທີ່ມີການ Lockdown ເກີດຂຶ້ນ.
ນັກພະຍາກອນຄາດການວ່າການວ່າງງານອາດສູງເຖິງ 3 ລ້ານຄົນ ຫລັງຈາກພວກເຂົາຄາດວ່າຈະເກີດເຫດການລະບາດຊ້ຳຊ້ອນຢ່າງຮຸນແຮງໃນລະດູໃບໄມ້ຫລົ່ນນີ້ ເມື່ອໂຄງການຫລາຍຢ່າງທີ່ວຸ້ນວາຍຂອງປະເທດໝົດອາຍຸລົງ ເຖິງວ່າຈະມີການເປີດຂະແໜງທຸລະກິດ ແລະ ຂະແໜງບໍລິການອີກໃນເດືອນກໍລະກົດ ແຕ່ພະນັກງານເກືອບ 5 ລ້ານຄົນຍັງບໍ່ກັບໄປເຮັດວຽກ.
- ປະທານາທິບໍດີ ໂດນັລ ທຣຳ ປິດປາກງຽບເມື່ອຖືກຖາມເຖິງເຫດໄຟໄໝ້ປ່າທີ່ກຳລັງລຸກໄໝ້ຢູ່ອາເມລິກາ ລະຫວ່າງການໄປຢ້ຽມຢາມລັດ California ແລະ ທ່ານໄດ້ດູຖູກນັກວິທະຍາສາດ ໂດຍກ່າວວ່າເຫດການຄັ້ງນີ້ອາດມາຈາກການເບິ່ງແຍງປ່າໄມ້ທີ່ບໍ່ດີ ແຕ່ບໍ່ກ່ຽວກັບການປ່ຽນແປງສະພາບອາກາດທາງທຳມະຊາດ.
ຈາກນັ້ນທ່ານຄາດການເຖິງໜ້າໜາວທີ່ໃກ້ເຂົ້າມາ ເຊິ່ງຈະເຮັດໃຫ້ເກີດອາກາດເຢັນຂຶ້ນທົ່ວໂລກ ຂະນະທີ່ຜູ້ຄົນທີ່ອາໄສຢູ່ບໍລິເວນຕາເວັນຕົກຂອງປະເທດຫລາຍແສນຄົນກຳລັງຖືກເປວໄຟບັງຄັບໃຫ້ຕ້ອງອົບພະຍົບອອກຈາກເຮືອນ.

