ADB ຄາດເສດຖະກິດລາວປີນີ້ຕິດລົບ 2,5% ກ່ອນກັບມາເຕີບໃຫຍ່ 4,5% ໃນປີ 2021

ທະນາຄານພັດທະນາອາຊີຄາດຄະເນເສດຖະກິດ ສປປ ລາວ ໃນປີ 2020 ຈະຕິດລົບ 2,5% ເປັນຄັ້ງທຳອິດໃນຫລາຍທົດສະວັດ ຫລັງໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ-19. ຂະນະທີ່ປີ 2021 ຈະກັບມາເຕີບໃຫຍ່ 4,5%.
ທະນາຄານພັດທະນາອາຊີ (ADB) ຄາດຄະເນລວມຍອດຜະລິດຕະພັນພາຍໃນ (GDP) ຂອງລາວຈະຢູ່ໃນລະດັບຕິດລົບ 2,5% ໃນປີນີ້ ເຊິ່ງເປັນການເຕີບໃຫຍ່ທາງເສດຖະກິດທີ່ຕິດລົບຄັ້ງທຳອິດ ນັບແຕ່ປີ 1986 ແລະ 1987 ເປັນຕົ້ນມາ, ທຽບໃສ່ -0,5% ຂອງການຄາດຄະເນໃນເດືອນມິຖຸນາຜ່ານມາ. ເຖິງຢ່າງໃດກໍຕາມ, ຄາດວ່າຈະຟື້ນໂຕມາທີ່ 4,5% ໃນປີ 2021 ເຊິ່ງຊີ້ໃຫ້ເຫັນເຖິງການຟື້ນຕົວຊ້າ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19.
ທ່ານ ຢະຊູຊິ ເນກິຊິ ຜູ້ຕາງໜ້າ ADB ປະຈຳ ສປປ ລາວ ກ່າວວ່າ: ການແຜ່ລະບາດຂອງ COVID-19 ບໍ່ພຽງແຕ່ເຮັດໃຫ້ອັດຕາການເຕີບໃຫຍ່ຂອງເສດຖະກິດໃນປີ 2020 ຫລຸດລົງເທົ່ານັ້ນ, ແຕ່ຍັງເປັນການກີດຂວາງຄວາມຄາດຫວັງຂອງລັດຖະບານໃນການຈັດເກັບລາຍຮັບ ເຊິ່ງຈະເຮັດໃຫ້ການຂາດດຸນງົບປະມານເພີ່ມຂຶ້ນ ແລະ ເພີ່ມຄວາມກົດດັນຕໍ່ການຊຳລະໜີ້ສາທາລະນະ. ລັດຖະບານຈຳເປັນຕ້ອງປັບປຸງຂອບງົບປະມານມະຫາພາກ ແລະ ເລັ່ງປັບປຸງການເງິນພາກລັດ ເພື່ອສ້າງຊ່ອງທາງການຈັດເກັບງົບປະມານໃຫ້ໄດ້ຫລາຍຂຶ້ນ ເພື່ອຮອງຮັບສະຖານະການທີ່ເກີດຂຶ້ນຢ່າງກະທັນຫັນດັ່ງກ່າວ”.
ຂະແໜງກະສິກຳຄາດວ່າຈະຂະຫຍາຍຕົວໃນລະດັບ 1,9% ໃນປີນີ້ ເຊິ່ງຕໍ່າກວ່າ 2,5% ທີ່ໄດ້ຄາດຄະເນໄວ້ໃນເດືອນເມສາ ເນື່ອງຈາກປະລິມານນ້ຳຝົນໜ້ອຍ. ຂະນະທີ່ອັດຕາການຂະຫຍາຍຕົວຂອງຂະແໜງອຸດສາຫະກໍາຄາດວ່າຢູ່ທີ່ 1,4% ສຳລັບປີນີ້. ຂະແໜງບໍລິການຄາດວ່າຈະຂະຫຍາຍຕົວໃນອັດຕາ -5,5% ຍ້ອນຈຳນວນນັກທ່ອງທ່ຽວຫລຸດລົງ 60% ໃນ 6 ເດືອນຕົ້ນປີ ແລະ ຄາດວ່າຈະຢຸດການເຂົ້າມາທັງໝົດ ແລະ ມີການຫົດຕົວຂອງຂະແໜງການຄ້າ ທັງຂາຍສົ່ງ ແລະ ຂາຍຍ່ອຍ, ການຂົນສົ່ງ ພ້ອມທັງສະຖານທີ່ໃຫ້ບໍລິການຕ່າງໆ. ກະແສຂອງການລົງທຶນໂດຍກົງຈາກຕ່າງປະເທດທີ່ຂັດຂ້ອງຈະກະທົບໃຫ້ແກ່ການລົງທຶນທັງໝົດໃນປະເທດຫລຸດລົງ 17,5%.
ຂະນະທີ່ຄາດຄະເນອັດຕາເງິນເຟີ້ໃນປີນີ້ຈະຢູ່ທີ່ 5,5% ຈາກລາຄາອາຫານທີ່ສູງຂຶ້ນ ແລະ ການຫລຸດລົງຂອງຄ່າເງິນກີບ. ໃນ 6 ເດືອນຕົ້ນປີ ອັດຕາແລກປ່ຽນເງິນກີບຫລຸດລົງ 1,6% ເມື່ອທຽບໃສ່ຄ່າເງິນໂດລາສະຫະລັດ. ຄາດວ່າອັດຕາເງິນເຟີ້ໃນປີ 2021 ຈະຢູ່ໃນລະດັບ 4,5%.
ສຳລັບຄວາມສ່ຽງພາຍນອກຍັງເປັນສະຖານະການການແຜ່ລະບາດຂອງໂຄວິດ-19 ໃນທົ່ວໂລກ, ປະລິມານຄັງສຳຮອງເງິນຕາສາກົນມີບໍ່ພຽງພໍ ແລະ ໜີ້ສາທາລະນະທີ່ເພີ່ມຂຶ້ນ ແລະ ການຜະເຊີນໄພອັນຕະລາຍຈາກໄພທຳມະຊາດ.

